ປະຊາຊົນຟີລິບປິນ 78% ພໍໃຈຕໍ່ການປາບປາມຢາເສບຕິດຂອງລັດຖະບານ
ອົງການ SociaWeather Stations (SWS) ເຊິ່ງເປັນອົງການຈັດຕັ້ງປະຊາຊົນຟີລິບປິນເຜີຍແຜ່ຜົນການສຳຫຼວດໃນວັນທີ 18 ເມສານີ້ ໂດຍສະແດງໃຫ້ເຫັນວ່າ: ປະຊາຊົນຟີລິບປິນ 78% ພໍໃຈຕໍ່ການເຄື່ອນໄຫວປາບປາມຢາເສບຕິດຂອງທ່ານ ໂຣດຣີໂກ ດູເຕີເຕ ປະທານາທິບໍດີ.
SWS ລະບຸອີກວ່າ: ອົງການຕົນໄດ້ສຳຫຼວດປະຊາຊົນຟີລິບປິນ 1.200 ຄົນ ແຕ່ວັນທີ 25 ຫາວັນທີ 28 ມີນາຜ່ານມາ, ໂດຍຜູ້ຖືກສຳຫຼວດ 43% ພໍໃຈທີ່ສຸດຕໍ່ການເຄື່ອນໄຫວປາບປາມຢາເສບຕິດຂອງລັດຖະບານ, 35% ພໍໃຈສົມຄວນ, 10% ບໍ່ໄດ້ອອກຄຳເຫັນ, 6% ສະແດງບໍ່ພໍໃຈຫຼາຍ ແລະ ອີກ 6% ບໍ່ພໍໃຈລະດັບໃດໜຶ່ງ.
SWS ຊີ້ໃຫ້ເຫັນອີກວ່າ: ປະຊາຊົນຟີລິບປິນ 66% ຂຶ້ນໄປ ພໍໃຈຕໍ່ການເຄື່ອນໄຫວປາບປາມຢາເສບຕິດ ແລະ ຜົນການສຳຫຼວດດັ່ງກ່າວຢູ່ໃນລະດັບດີຫຼາຍ.

