ໃຫ້ລູກກິນເຂົ້າເອງດີແນວໃດ ?

 

  1. ຊ່ວຍໃຫ້ລູກນ້ອຍໄດ້ຝຶກການໃຊ້ກ້ານຊີ້ນ ໃຫ້ມີຄວາມແຂງແຮງຫຼາຍຍິ່ງຂຶ້ນ ໂດຍສະເພາະການຢິບຈັບບ່ວງ, ການຕັກ, ການເກັງ ເພື່ອໃຫ້ລູກນ້ອຍພັດທະນາໄປອີກຂັ້ນຂອງພັດທະນາການ.
  2. ຝຶກປະສາດສໍາຜັດ ໂດຍສະເພາະທາງມື ແລະ ສາຍຕາ ເພາະລະຫວ່າງທີ່ລູກນ້ອຍຮຽນກິນນັ້ນ ເຂົາຈະໃຊ້ວິທີການສັງເກດພ້ອມໆກັບການຢິບຈັບໄປພ້ອມ.
  3. ການພັດທະນາດ້ານສະຕິປັນຍາ ເພາະລູກນ້ອຍເວລາທີ່ກິນເຂົ້າໃນແຕ່ລະຄັ້ງ ເຂົາຈະໃຊ້ຄວາມຄິດ, ວິເຄາະວ່າຕ້ອງຈັບແນວໃດ, ຕັກຂະໜາດໃດ, ເຮັດແນວໃດໃຫ້ເຂົ້າປາກ ແລະ ຕ້ອງຕັກຂະໜາດເທົ່າໃດ ທັງໝົດນີ້ຈະຊ່ວຍໃຫ້ລູກຝຶກການຄິດຫຼາຍຂຶ້ນ.
  4. ແກ້ບັນຫາລູກບໍ່ຍອມກິນເຂົ້າ ພໍ່ແມ່ພະຍາຍາມຫາວິທີໃຫ້ລູກກິນເຂົ້າສາລະພັດ ເຮັດແນວໃດລູກກໍບໍ່ຍອມກິນເຂົ້າເອງ ຊຶ່ງຈະເປັນອີກວິທີ ທີ່ເຮັດໃຫ້ລູກສະໜຸກກັບການກິນເຂົ້າ ເຂົາຈະບໍ່ເບື່ອອາຫານ ແລະ ກິນໄດ້ຫຼາຍຂຶ້ນ.