ທຄຕລ ສາຂາ ຄຳມ່ວນບໍລິການວ່ອງໄວທັນສະໄໝຍ້ອນມີໜ່ວຍພັກນໍາພາ

ໂດຍຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຄໍາມ່ວນ; ໜ່ວຍພັກທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາ ຄຳມ່ວນ ກໍໄດ້ວາງມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຂອງຕົນອອກ ວ່າ: ຈະສືບຕໍ່ຄຸ້ມຄອງເງິນຕາຕ່າງປະເທດໃຫ້ຖືກຕ້ອງຕາມລະບຽບຫຼັກການ, ລະດົມເງິນຝາກແລະປ່ອຍເງິນກູ້ໃຫ້ເພີ່ມຂື້ນ, ສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າເຖິງແຫຼ່ງທຶນຈາກທະນາຄານເພື່ອນໍາໃຊ້ທຶນເຂົ້າໃນການຜະລິດເປັນສິນຄ້າແລະນໍາເອົາການບໍລິການລົງສູ່ທ້ອງຖິ່ນ ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການຂອງທະນາຄານໃນທົ່ວແຂວງ ປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງແຂວງ ປະກອບສ່ວນເຮັດໃຫ້ຊາວແຂວງຄຳມ່ວນໄດ້ມີຊີວິດດີການເປັນຢູ່ດີຂຶ້ນເປັນກ້າວໆ.
ສະຫາຍ ລັດສະໝີ ດໍາລົງບຸນ ເລຂາໜ່ວຍພັກ-ຫົວໜ້າ ທຄຕລ ສາຂາຄຳມ່ວນໄດ້ຢືນຢັນຜົນການເຄື່ອນໄຫວໃນປີ 2017 ຜ່ານມາວ່າ: ຄະນະໜ່ວຍພັກ ຖືການສຶກສາອົບຮົມການເມືອງ-ແນວຄິດເປັນສໍາຄັນ ແລະກາຍເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງຂອງຕົນ ໂດຍໄດ້ມີການເຜີຍແຜ່ເຊື່ອມຊືມບັນດາເອກະສານແນວທາງຂອງພັກ, ມະຕິຄຳສັ່ງ ຄຳແນະນຳຂອງພັກ, ຂໍ້ກໍານົດ ກົດໝາຍຂອງລັດ, ຈັດຕັ້ງການເລົ່າມູນເຊື້ອວັນສຳຕ່າງໆຂອງຊາດ, ຂອງພັກ ແລະເຜີຍແຜ່ເອກະສານວິຊາສະເພາະຈຳນວນໜຶ່ງ; ພ້ອມນັ້ນ ຍັງເຂົ້າຮ່ວມການທີ່ປ້ອງກັນເວນຍາມອາຄານ, ໜ່ວຍບໍລິການ, ຫ້ອງແລກປ່ຽນ ແລະຈຸດທີ່ຕັ້ງຕູ້ ATM ໃນທົ່ວແຂວງ ລວມທັງການເຄື່ອນຍ້າຍວັດຖຸລະຫວ່າງກັນ ແມ່ນຮັບປະກັນຄວາມປອດໄພ 100%.
ດ້ານວິຊາສະເພາະ, ສະຫາຍເລຂາໜ່ວຍພັກ ທຄຕລ ສາຂາຄຳມ່ວນ ກ່າວວ່າ: ໄດ້ຂຶ້ນແຜນການດຳເນີນທຸລະກິດປະຈຳປີຂອງສາຂາ ແລະແຜນງານລະອຽດໃນການຈັດຕັ້ງປະຕິບັດຕົວຈິງໃຫ້ສອດຄ່ອງກັບແຜນຍຸດທະສາດໄລຍະຍາວຂອງ ທຄຕລ ສໍານັກງານໃຫຍ່ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ; ຈາກນັ້ນ ກໍໄດ້ມີການສະຫລຸບຄືນການຈັດຕັ້ງປະຕິບັດແຜນການເປັນປະຈຳເດືອນ, ປະຈຳງວດ ແລະປະຈຳປີ; ສໍາລັບດ້ານເງິນຝາກແມ່ນໄດ້ເພີ່ມຂື້ນເປັນ 992 ຕື້ກີບ, ທຽບໃສ່ປີຜ່ານມາເພີ່ມຂື້ນ 11%, ທຽບໃສ່ແຜນການປີເທົ່າກັບ 99%, ຜະລິດຕະພັນບັດປະກອບດ້ວຍບັດ ATM CUP(ລູກຄ້າທົ່ວໄປ+ພະນັກງານລັດ), ATM (ນັກສຶກສາ), VISA, JCB, Co-Brand, ບັດ Smart Tax ແລະຜະລິດຕະພັນບັດອື່ນໆ ໃນປີ 2017 ເພີ່ມຂື້ນເປັນຈຳນວນ 33.179 ບັດ, ສະເພາະໃນຕົ້ນປີ 2017 ໄດ້ເປີດບັນຊີອອກບັດ ເພື່ອເບີກຈ່າຍເງິນເດືອນຜ່ານທະນາຄານໃຫ້ພະນັກງານ-ລັດຖະກອນຂະແໜງສຶກສາ ແລະສາທາລະນະສຸກ ໄດ້ສຳເລັດທຸກເມືອງຂອງແຂວງຄຳມ່ວນ.
ປັດຈຸບັນ ທຄຕລ ສາຂາ ຄຳມ່ວນມີ 6 ໜ່ວຍບໍລິການ, ມີ ຕູ້ ATM 22 ໜ່ວຍ ແລະເຄື່ອງຮູດບັດ EDC 26 ເຄື່ຶອງ, ໃນຕົ້ນປີ 2017 ໄດ້ຕິດຕັ້ງຕູ້ ATM ມີຄົບທຸກເມືອງໃນທົ່ວແຂວງຄຳມ່ວນ ແລະເປີດບໍລິການຕູ້ຮັບຝາກເງິນ 1 ເຄື່ອງຢູ່ສາຂາ, ຜະ ລິດຕະພັນບໍລິການ SMS Banking, I-Bank, BCEL One & Become ມີທັງໝົດ 12.112 ລາຍການ ທຽບໃສ່ 2016 ເພີ່ມຂຶ້ນ 86%, ສະເພາະໃນປີ 2017 ໄດ້ເປີດຕົວແທນບໍລິການເງິນໂອນຊຸມຊົນ ຫຼື Become ໄດ້ 3 ຕົວແທນ ເພື່ອບໍລິການລູກຄ້າປະຊາຊົນໃນເຂດຫ່າງໄກທີ່ບໍ່ມີປ່ອງບໍລິການຂອງ ທຄຕລ; ດ້ານວຽກງານເງິນກູ້ກໍເຮັດໜ້າທີ່ການຕະຫຼາດຂາຍຜະລິດຕະພັນສິນເຊື່ອ, ລະດົມລູກຄ້າຫົວໜ່ວຍທຸລະກິດມາກູ້ຢືມເງິນທຶນນໍາທະນາຄານໄດ້ຕາມແຜນການທີ່ວາງໄວ້ຕາມລະບຽບ ແລະນະໂຍບາຍສິນເຊື່ອຂອງ ທຄຕລ ວາງອອກ, ມີການຕິດຕາມເງິນກູ້ທີ່ປ່ອຍໄປ, ເກັບດອກເບ້ຍ ແລະຕົ້ນທຶນເງິນກູ້ຄືນຕາມກຳນົດສັນຍາ; ໃນດ້ານບໍລິຫານສິນເຊື່ອ ແມ່ນເຮັດໜ້າທີ່ທົບທວນຄືນ ຄຸ້ມຄອງບໍລິຫານສິນເຊື່ອໃຫ້ໄປຕາມລະບຽບນະໂຍບາຍສິນເຊື່ອ ແລະຢູ່ໃນຄຸນນະພາບທີ່ດີ ແລະຮັບຜິດຊອບແກ້ໄຂໜີສິນເງິນກູ້ທີ່ບໍ່ເກີດດດອກອອກຜົນ ຫຼື NPLs.
ທຄຕລ ໄດ້ເອົາໃຈໃສ່ພິຈາລະນາສິນເຊື່ອ ແລະການຄຸ້ມຄອງສິນເຊື່ອຢ່າງຮັດກຸມ,ໃນປີ 2017 ມີຍອດສິນເຊື່ອ 144 ຕື້ກີບ, ມີຍອດໜີ້ NPL ຈຳນວນໜ້ອຍໜຶ່ງ, ເຫັນວ່າຍອດເງິນກູ້ເພີ່ມຂຶ້ນພຽງເລັກໜ້ອຍ ເນື່ອງຈາກສາຂາ ໄດ້ໂອນລູກຄ້າລາຍໃຫຍ່ ໄປຄຸ້ມຄອງຢູ່ສຳນັກງານໃຫຍ່; ໂດຍລວມແລ້ວການຂະຫຍາຍສິນເຊື່ອຢູ່ພາຍໃນສາຂາເພີ່ມຂື້ນໃນແຕ່ລະປີ ຖ້າທຽບໃສ່ການນຳໃຊ້ແຫຼ່ງທຶນກໍ່ຍັງຕໍ່າ ເຊິ່ງປະຈຸບັນຍອດສິນເຊື່ອກວມເອົາພຽງແຕ່ 14% ທຽບໃສ່ແຫຼ່ງທຶນເງິນຝາກຂອງສາຂາ.
ເພື່ອສືບຕໍ່ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຄໍາມ່ວນກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກ ທຄຕລ ສາຂາ ຄຳມ່ວນ ໃຫ້ບັນລຸເປົ້າໝາຍທີ່ກໍານົດໄວ້, ສະຫາຍ ລັດສະໝີ ດໍາລົງບຸນ ເລຂາໜ່ວຍພັກ-ຫົວໜ້າ ທຄຕລ ສາຂາ ຄຳມ່ວນ ໄດ້ຢືນຢັນວ່າ: ຄະນະໜວ່ຍພັກ ທຄຕລ ສາຂາ ຄຳມ່ວນ ໄດ້ກໍານົດທິດທາງ ແລະຈຸດສຸມ ເພື່ອຈັດຕັ້ງປະ ຕິບັດຊຸມປີຕໍ່ໜ້າ ໂດຍສະເພາະໃນປີ 2018 ນີ້ຍັງຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ ກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດ; ເອົາໃຈໃສ່ລົງກວດກາຕິດຕາມ ແລະຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງບັນດາຂະແໜງ ແລະໜ່ວຍບໍລິການຢູ່ຕາມເມືອງຕ່າງໆໃຫ້ເປັນປົກກະຕິຕໍ່ເນື່ອງ; ສືບຕໍ່ເອົາໃຈໃສ່ຕ້ານ ແລະແກ້ໄຂປະກົດການຫຍໍ້ທໍ້ໃນທຸກຮູບແບບທີ່ອາດຈະເກີດຂື້ນ.
ໃນດ້ານວິຊາສະເພາະ ແມ່ນສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ສາມາດປະຕິບັດສໍາ ເລັດຕາມແຜນການທີ່ວາງໄວ້ໃນແຕ່ລະປີ; ສືບຕໍ່ເຮັດການຕະຫຼາດ ຂົນຂວາຍນັກທຸລະກິດ ແລະປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງທຶນສິນເຊື່ອຂອງທະນາຄານ ເພື່ອສົ່ງເສີມຫົວໜ່ວຍທຸລະກີດ SME ໄດ້ນໍາໃຊ້ທຶນຈາກທະນາຄານເຂົ້າໃນການຜະລິດສິນຄ້າ; ສືບ ຕໍ່ການເອົາໃຈໃສ່ໃນຂອດການບໍລິຫານລາຍຈ່າຍຢ່າງປະຢັດມັດທະຍັດ ເພື່ອຫຼຸດລາຍຈ່າຍ ແລະເພີ່ມລາຍຮັບ ເພື່ອໃຫ້ຜົນການດໍາເນີີນທຸລະກິດຂອງສາຂາດີຂຶ້ນ; ສຶບຕໍ່ປັບປຸງພັດທະນາລະບົບໃຫ້ປອດໄພໃນການບໍລິການລູກຄ້າ ແລະຂະຫຍາຍບັນດາຜະລິດຕະພັນບັດ, ເຄື່ອງຮູດບັດ ແລະເງິນໂອນຊຸມຊົນໃຫ້ໄດ້ທົ່ວເຖີງໃນການບໍລິການ; ເອົາໃຈໃສ່ແກ້ໄຂຂອດການຈໍລະຈອນເງິນສົດ ແລະແລກປ່ຽນເງິນຕາຕ່າງປະເທດໃຫ້ຫຼຸດໜ້ອຍຖອຍລົງ; ລະດົມສັງຄົມໃນການນໍາໃຊ້ເງິນກີບລາວຫຼາຍຂຶ້ນ ແລະຊໍາລະສະສາງດ້ວຍເງິນໂອນຜ່ານລະບົບທະນາຄານ.
# ໂດຍ: ຣັດສະໝີ ດວງສັດຈະ

