ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ຈາກແຜ່ນດິນໄຫວຮຸນແຮງຢູ່ປາປົວນິວກິນີ

ແຜ່ນດິນໄຫວຮຸນແຮງ 7,5 ແມກນິຈູດ ທີ່ປາປົວນິວກິນີ ໃນວັນທີ 26 ກຸມພາ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 14 ຄົນ. ສ່ວນເອັກຊອນໂມບິລປິດໂຮງງານຜະລິດແກັສທຳມະຊາດເຫລວຂະໜາດໃຫຍ່ເປັນການຊົ່ວຄາວ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ໃນວັນທີ 27 ກຸມພາ ເນື່ອງຈາກການເກີດແຜ່ນດິນໄຫວຮຸນແຮງ 7,5 ແມກນິຈູດ ທີ່ປາປົວນິວກິນີ ໃນຕອນເຊົ້າວັນທີ 26 ກຸມພາ ຕາມເວລາທ້ອງຖິ່ນ ແລະ ເກີດແຜ່ນດິນໄຫວຕາມມາ ຫລື ອາຟເຕີຊ໊ອກອີກຫລາຍສິບຄັ້ງ ລວມທັງແຜ່ນດິນໄຫວຮຸນແຮງ 5,7 ແມກນິຈູດ ໃນຕອນບ່າຍວັນທີ 27 ກຸມພາ ຕາມເວລາທ້ອງຖິ່ນ ແລະ ແຮງສັ່ນສະເທືອນຮັບຮູ້ໄດ້ໄກເຖິງພື້ນທີ່ບາງສ່ວນຂອງອິນໂດເນເຊຍ ເຊິ່ງຢູ່ຕິດກັນ. ທາງການເມືອງເມນດີ ທາງຕອນໃຕ້ຂອງປາປົວນິວກິນີ ລາຍງານວ່າ: ອາຄານການຄ້າ 2 ຫລັງພັງຖະຫລົ່ມລົງມາ ເນື່ອງຈາກເກີດດິນເຈື່ອນ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 12 ຄົນ ແລະ ພົບຜູ້ເສຍຊີວິດຢູ່ເມືອງໂພໂຣມາ ໃກ້ກັບເມືອງເມນດີ ອີກຢ່າງໜ້ອຍ 2 ຄົນ.
At least 14 dead in Papua New Guinea quake; ExxonMobil shuts LNG plant https://t.co/ARYLnbDorz
— Reuters (@Reuters) February 27, 2018
ເຖິງຢ່າງໃດກໍຕາມ, ຂໍ້ມູນຈາກສື່ມວນຊົນບາງແຫ່ງລະບຸວ່າ: ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວໃນປາປົວນິວກິນີຄັ້ງນີ້ ອາດສູງເຖິງ 30 ຄົນ.

