ອິນໂດເນເຊຍເຕືອນໄພສີແດງ ການບິນຜ່ານພູເຂົາໄຟຊິນາບຸງ

ລັດຖະບານອິນໂດເນເຊຍເຕືອນໄພຂັ້ນສູງສຸດສຳລັບສາຍການບິນ ໃນການບິນຜ່ານພູເຂົາໄຟ “ຊິນາບຸງ” ໃນເກາະສຸມາດຕາ ເຊິ່ງເກີດການລະເບີດຢ່າງຮຸນແຮງຄັ້ງໃໝ່ນັບແຕ່ຕົ້ນອາທິດນີ້.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ໃນວັນທີ 21 ກຸມພາວ່າ: ກະຊວງຄົມມະນາຄົມຂອງອິນໂດເນເຊຍ ອອກຖະແຫລງການໃນວັນທີ 20 ກຸມພາ ເລື່ອງການຍົກລະດັບເຕືອນໄພການບິນການຄ້າອ້ອມພູເຂົາໄຟຊິນາບຸງ ທາງຕອນເໜືອຂອງເກາະສຸມາດຕາ ເປັນສີແດງເຊິ່ງຖືເປັນຂັ້ນສູງສຸດ, ຫລັງຄວັນໜ້າຈາກພູເຂົາໄຟໜ່ວຍນີ້ທີ່ມີຄວາມສູງ 2.460 ແມັດ ລອຍຂຶ້ນສູງຈາກປາກປ່ອງເປັນໄລຍະທາງໄກກວ່າ 7 ກິໂລແມັດ ແລະ ຂີ້ເຖົ່າຫລົ່ນລົງປົກຄຸມທົ່ວບໍລິເວນໃກ້ຄຽງ ຖືເປັນການລະເບີດຂອງພູເຂົາໄຟຄັ້ງຮຸນແຮງທີ່ສຸດໃນໂລກນັບແຕ່ຕົ້ນປີນີ້.
Airlines on "red notice" as volcano fires hot ash skyward from morning eruption of Indonesia's Mount Sinabung volcano on Sumatra https://t.co/xTIGEene4g pic.twitter.com/OSnJV8Jbfm
— CBS News (@CBSNews) February 19, 2018
Eruption of Indonesia's Mount Sinabung volcano sends towering column of ash more than 16,000 feet into the sky. https://t.co/OJckBUy1xB pic.twitter.com/v4zotOrpv5
— ABC News (@ABC) February 20, 2018
ທັງນີ້ ພູເຂົາໄຟຊິນາບຸງເກີດຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ປີ 2014 ໂດຍກັບມາມີພະລັງເປັນເທື່ອທຳອິດໃນປີ 2009 ສົ່ງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນ ຫລັງມອດດັບໄປເຖິງ 4 ສະຕະວັດ, ຕາມດ້ວຍການລະເບີດໃນປີ 2013 ຂ້າຊີວິດປະຊາຊົນ 16 ຄົນ ແລະ ປະຊາຊົນ 7 ຄົນ ເສຍຊີວິດຈາກການລະເບີດໃນປີ 2016 ສົ່ງຜົນໃຫ້ໜ່ວຍງານທີ່ກ່ຽວຂ້ອງທຸກແຫ່ງຂອງອິນໂດເນເຊຍເພີ່ມຄວາມຕື່ນຕົວໃນການສັງເກດການປ່ຽນແປງຂອງພູເຂົາໄຟໜ່ວຍນີ້ຢ່າງຕໍ່ເນື່ອງ ແລະ ຈົນເຖິງປັດຈຸບັນມີການອົບພະຍົບປະຊາຊົນໃນພື້ນທີ່ສ່ຽງແລ້ວຫລາຍກວ່າ 30.000 ຄົນ.

