ບັນຍາກາດການທ່ອງທ່ຽວໄລຍະປີໃໝ່ບໍ່ຄຶກຄື້ນດັງຜ່ານມາ

ຄະນະຮັບຜິດຊອບພິພິທະພັນສະຖານບູຮານນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ຕາມປົກກະຕິ ແລ້ວໃນເທດສະການປີໃໝ່ລາວບັນຍາກາດການທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ, ກໍຄືບັນດາແຂວງຕ່າງໆໃນທົ່ວປະເທດເຮົາແມ່ນຈະຄຶກຄື້ນກວ່າໄລຍະອື່ນ, ໂດຍສະເພາະຕາມແຫຼ່ງທ່ອງທ່ຽວຕ່າງໆໆເຊັ່ນ: ຫໍພະແກ້ວ, ວັດສີສະເກດ, ພະທາດຫຼວງ, ວັດສີ ເມືອງ ແລະ ແຫ່ງອື່ນໆແມ່ນຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມເປັນຈຳນວນຫຼາຍ, ເນື່ອງຈາກເປັນໄລຍະເທດສະການໃຫຍ່ທີ່ມີຜູ້ໃຫ້ຄວາມສົນໃຈຫຼາຍ, ແຕ່ກົງກັນຂ້າມສະເພາະໄລຍະປີໃໝ່ລາວປີນີ້ບໍ່ຄຶກຄື້ນດັ່ງຜ່ານມາ,ຈຳນວນນັກທ່ອງທ່ຽວຫຼຸດລົງຫຼາຍຖ້າຖ້າທຽບໃສ່ໄລະຍະດຽວກັນຂອງປີຜ່ານມາ, ອາດເປັນຍ້ອນປະເທດໃກ້ຄຽງກໍມີເທດສະການບຸນປີໃໝ່ເຊັ່ນດຽວກັນ ແລະ ຍ້ອນມີເວລາພັກຍາວຫຼາຍຄົນຈະອອກໄປຕ່າງແຂວງ ແລະ ຕ່າງປະເທດ, ຈຶ່ງເຮັດໃຫ້ບັນຍາກາດການທ່ອງທ່ຽວໃນຕົວເມືອງບໍ່ຄຶກຄື້ນເທົ່າ ທີ່ຄວນ, ແຕ່ເຖິງຢ່າງໃດກໍຕາມຄາດວ່າອີກບໍ່ດົນບັນຍາກາດການທ່ອງທ່ຽວໃນນະຄອນຫຼວງວຽງຈັນຈະກັບມາຄຶກຄື້ນຄືເກົ່າ.