ແມນຊິຕີ້ ເສຍໃຫ້ ວີແກນ ຕົກຮອບ ບານເຕະເອຟເອ ຄັບ ອັງກິດ

ການແຂ່ງຂັນບານເຕະເອຟເອ ຄັບ ອັງກິດ ລະດູການ 2017-2018 ຮອບ 16 ທີມສຸດທ້າຍ ໃນວັນທີ 19 ກຸມພາ ມີລົງສະໜາມແຂ່ງກັນຄູ່ດຽວ ຜົນປາກົດວ່າ ເກີດເຫດການພິກລັອກຂຶ້ນ ເມື່ອທີມຈ່າຝູງເວທີພຣີເມຍລີກ ແມນເຊັສເຕີ ຊິຕີ້ ບຸກໄປເສຍໄຊຕໍ່ ວີແກນ ແອທເລຕິກ ທີມຈາກລີກວັນ ຫລື ດິວິຊັນ 3 ເດິມ 0-1 ໂດຍເຈົ້າຖິ່ນໄດ້ປະຕູໄຊຈາກ ວິລ ກຣິກ ໃນນາທີ 79. ສຳລັບເກມນີ້ ແມນເຊັສເຕີ ຊິຕີ້ ຕ້ອງເຫລືອຜູ້ຫລິ້ນພຽງສິບຄົນ ເນື່ອງຈາກ ຟາບຽນ ເດລ ຖືກໃບແດງໄລ່ອອກຈາກສະໜາມໃນນາທີ 45+2.
ໄຊຊະນະນັດນີ້ເຮັດໃຫ້ ວີແກນ ຜ່ານເຂົ້າສູ່ຮອບ 8 ທີມສຸດທ້າຍຕໍ່ໄປ ໂດຍຈະໄດ້ເປີດສະໜາມດິດັບເບິລຢູ ສະເຕດ້ຽມ ຕ້ອນຮັບການມາຢາມຂອງ ເຊົາແທມຕັນ ຕໍ່ໄປ.

