Facebook ເລີ່ມທົດສອບ Downvote ປຸ່ມແບບໃຫມ່ ສໍາລັບແຈ້ງເຕືອນຄວາມເຫັນທີ່ຮຸນແຮງ

ເປັນເວລາຫຼາຍປີແລ້ວ ທີ່ຜູ້ໃຊ້ງານ Facebook ຮຽກຮ້ອງໃຫ້ເພີ່ມປຸ່ນ Dislike ແຕ່ມັນກໍເປັນປຸ່ມທີ່ບໍ່ເກີດຂຶ້ນ ແນວໃດກໍຕາມ ມີລາຍງານວ່າຕອນນີ້ທາງ Facebook ກໍາລັງທົດສອບປຸ່ມໃຫມ່ທີ່ມີຊື່ວ່າ Downvote ຟັງຊື່ໜ້າຈະເປັນຄືປຸ່ມ Dislike ແຕ່ໜ້າທີ່ຂອງປຸ່ມ Downvote ນີ້ແຕກຕ່າງຈາກປຸ່ມ Dislike ຢ່າງສິ້ນເຊີງ.
Downvote ປຸ່ມໃຫມ່ຈາກ Facebook ນີ້ບໍ່ໄດ້ເປັນການກົດຂວ້ຳນິ້ວໂປ້ ເພື່ອສະແດງຄວາມຊັງ ແຕ່ຈະເປັນປຸ່ນສໍາລັບໃຫ້ຜູ້ໃຊ້ງານໃຊ້ສະແດງຄວາມບໍ່ເຫັນດີດ້ວຍຕໍ່ຄວາມເຫັນທີ່ປາກົດໃນໂພສສາທາລະນະ.
ຄວາມເຫັນທີ່ຖືກກົດ Downvote ຈະມີການແຈ້ງເຕື່ອນໄປຍັງຜູ້ດູແລເພສໃຫ້ຮູ້ວ່າ ມີຄວາມເຫັນໃນເຊິງລົບປາກົດຢູ່ ໂດຍຈະມີຕົວເລືອກດັ່ງນີ້ ຄື: ສ້າງຄວາມເຂົ້າໃຈຜິດ, ຮຸນແຮງ ຫຼື ນອກເລື່ອງ ໂດຍການທົດສອບນີ້ ທົດສອບພຽງໃນກຸ່ມຜູ້ໃຊ້ງານພຽງບາງຄົນທີ່ອາໄສຢູ່ໃນປະເທດສະຫະລັດອາເມລິກາເທົ່ານັ້ນ ແລະ ຍັງບໍ່ມີການຢືນຍັນວ່າປຸ່ມ Downvote ຈະຖືກນໍາມາໃຊ້ຢ່າງເປັນທາງການ ຫຼື ບໍ່ ແລະ ຖ້າຫາກໃຊ້ ຈະເລີ່ມໃຊ້ງານໄດ້ເມື່ອໃດ.

