ທະນາຄານການຄ້າຕ່າງປະເທດສາຂາແຂວງອັດຕະປື ມອບອຸປະກອນການສຶກສາໃຫ້ໂຮງຮຽນເຂດຫ່າງໄກສອກຫລີກເມືອງຊານໄຊ

ເມື່ອບໍ່ດົນມານີ້, ຫົວໜ້າ ທະນາຄານການຄ້າຕ່າງປະ ເທດລາວ ສາຂາແຂວງອັດ ຕະປືໄດ້ນຳເອົາອຸປະກອນການ ສຶກສາລວມມີມູນຄ່າ 23 ລ້ານ ກວ່າກີບ ມອບໃຫ້ໂຮງຮຽນ ປະ ຖົມ 3 ແຫ່ງ ຢູ່ເຂດຊົນນະບົດ- ຫ່າງໄກສອກຫລິກເມືອງຊານ ໄຊເຊັ່ນ: ໂຮງຮຽນປະຖົມວັງ ຕັດໃຫຍ່, ປະຖົມໜອງຟ້າ ແລະ ປະຖົມທົ່ງໄກ່ໂອກ.

ປະກອບມີ ປື້ມແບບຮຽນ ຊັ້ນປະຖົມ ຈຳນວນ 402 ຫົວ, ປື້ນຂຽນ 200 ໜ້າ 1.690 ຫົວ, ສໍດຳ 630 ກ້ານ, ໄມ້ບັນ ທັດ 315 ເສັ້ນ, ຢາງລຶບ 135 ອັນ, ສໍສີ 135 ກ້ານ, ເຄື່ອງ ແຫລມສໍ 135 ອັນ, ບານເຕະ 15 ໜ່ວຍ, ບານສົ່ງ 5 ໜ່ວຍ, ກະຕໍ້ຫວາຍ 11 ໜ່ວຍ, ຕາ ໜ່າງບານສົ່ງ 2 ຜືນ ແລະ ຕາ ໜ່າງກະຕໍ້ 5 ຜືນ, ພ້ອມ ນີ້ຍັງມີ ເຄື່ອງນຸ່ງຫົ່ມ, ເກີບ ແລະ ເຂົ້າ ໜົມ ອີກຈຳນວນໜຶ່ງ.

+ ຊາວໜຸ່ມອາສາສະໝັກກາແດງລາວ-ເກົາຫລີຮ່ວມແລກປ່ຽນບົດຮຽນ

+ ຄອບຄົວ ໂພສີຄຳ ມອບອຸປະກອນການສຶກສາໃຫ້ໂຮງຮຽນປະຖົມໜອງບົວທອງເໜືອ