ລາວເລັ່ງເພີ່ມທະວີວຽກງານປົກປ້ອງສິດທິເດັກ ແລະ ແມ່ຍິງ

ລັດຖະບານລາວໄດ້ຮ່ວມຫາລືກັບອົງການສາກົນ ເພື່ອເລັ່ງປະຕິບັດແຜນງານປົກປ້ອງເດັກ ແລະ ຄອບຄົວໃຫ້ເຂົ້າເຖິງການບໍລິການໃນຊຸມຊົນ, ໄດ້ມີຂຶ້ນໃນວັນທີ 31 ມັງກອນນີ້, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍການເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງດັ່ງກ່າວແລະ ທ່ານ ໂອຕາເວນ ປີໂວ ຜູ້ຕາງໜ້າອົງການ UNICEF ປະຈຳລາວ ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ສປປ ລາວ ຍັງເປັນປະເທດທີ່ທຸກຍາກ, ປະຊາກອນຈຳນວນໜຶ່ງອາໃສຢູ່ເຂດຫ່າງໄກສອກຫລີກ, ອາໃສການດຳລົງຊີວິດແບບທຳມະຊາດ, ຊີວິດຂອງເຂົາເຈົ້າພົບຄວາມຫຍຸ້ງຍາກ ຕົ້ນຕໍແມ່ນເດັກນ້ອຍ ແລະ ແມ່ຍິງ, ເນື່ອງຈາກການດຳລົງຊີວິດແມ່ນຕິດພັນກັບຮີດຄອງປະເພນີແບບດັ່ງເດີມທີ່ບໍ່ສາມາດປົດປ່ອຍໄດ້, ນອກນັ້ນ ບັນຫາການເຄື່ອນຍ້າຍແຮງງານໃນຊົນນະບົດເຂົ້າສູ່ຕົວເມືອງຈາກຂະແຫນງກະສິກຳເຂົ້າສູ່ອຸດສາຫະກຳ, ຊຶ່ງສິ່ງນີ້ໄດ້ເຮັດໃຫ້ແມ່ຍິງ ແລະ ເດັກນ້ອຍຈຳນວນຫລາຍຕົກເປັນເຫຍື່ອຂອງສັງຄົມ, ຕົກເປັນເຫຍື່ອຂອງການຄ້າມະນຸດທັງພາຍໃນ ແລະ ຕ່າງປະເທດ, ຕໍ່ບັນຫາດັ່ງກ່າວ, ໃນໄລຍະຜ່ານມາພັກ ແລະ ລັດຖະບານ ກໍໄດ້ເອົາໃຈໃສ່ໂຄສະນາອົບຮົມສ້າງຄວາມເຂັ້ມແຂງ ເພື່ອບໍ່ໃຫ້ຕົກເປັນເຫຍື່ອທຸກຮູບແບບຂອງໄພສັງຄົມ, ໃຫ້ເດັກນ້ອຍ ແລະ ແມ່ຍິງໄດ້ເຂົ້າເຖິງການປົກປ້ອງ, ພ້ອມດຽວກັນນັ້ນໄດ້ຮຽກຮ້ອງໃຫ້ອົງການຈັດຕັ້ງທຸກພາກສ່ວນມີສ່ວນຮ່ວມເພື່ອຊ່ວຍເຫລືອ, ໂດຍສະເພາະແມ່ນອົງການອຸຍນີເຊບປະຈຳລາວ, ຊຶ່ງຜ່ານມາກໍໄດ້ຈັດຕັ້ງປະຕິບັດແລ້ວຢູ່ 2 ແຂວງຄື: ສະຫວັນນະເຂດ ແລະ ແຂວງຊຽງຂວາງ.
ທ່ານ ໂອຕາເວນ ປີໂວ ກ່າວວ່າ: ໃນນາມຜູ້ຕາງໜ້າອົງການ UNICEF ປະຈຳລາວ ແມ່ນເຫັນດີກັບການສະເໜີຂອງທ່ານລັດຖະມົນຕີ ເນື່ອງຈາກໄລຍະຜ່ານມາອົງການ UNICEF ກໍມີແຜນການທີ່ຈະຮ່ວມມືກັບຫລາຍພາກສ່ວນຫລາຍທ້ອງຖິ່ນ, ຈາກການສໍາຫລວດເຫັນວ່າເດັກນ້ອຍຈໍານວນຫລາຍຍັງຕ້ອງການຄວາມຊ່ວຍເຫລືອ. ຕໍ່ບັນຫາດັ່ງກ່າວທາງອົງການກໍໄດ້ນໍາໄປຂຶ້ນແຜນເພື່ອ ການຊ່ວຍເຫລືອໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ໄດ້ເຂົ້າເຖິງຕາໜ່າງບໍລິການທາງສັງຄົມ, ພ້ອມນັ້ນຍັງໄດ້ອອກແບບຫລັກສູດການຝຶກອົບຮົມໃຫ້ແກ່ບຸກຄະລາກອນຕ່າງໆທີ່ກ່ຽວຂ້ອງກັບການປົກປ້ອງເດັກ ເພື່ອສົ່ງເສີມໃຫ້ເດັກໄດ້ເຂົ້າເຖິງການບໍລິການດັ່ງກ່າວ, ໂດຍອິງໃສ່ທ່າແຮງຂອງຄອບຄົວ, ຊຸມຊົນເພື່ອເຮັດໃຫ້ເດັກນ້ອຍໄດ້ມີຊີວິດທີ່ດີຂຶ້ນ.
ກອງເລຂາຕ້ານການຄ້າມະນຸດ ໃຫ້ຮູ້ວ່າ: ໃນປີ 2016 ໄດ້ຮັບຜູ້ເຄາະຮ້າຍຈາກການຄ້າມະນຸດທັງໝົດ 189 ຄົນ (ຍິງ 103 ຄົນ), ເດັກອາຍຸຕໍ່າກວ່າ 18 ປີມີ 80 ຄົນ, ພ້ອມນັ້ນຍັງໄດ້ສຳເລັດການອົບຮົມໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍແກ່ທຸກພະແນກການ ແລະ ເມືອງຕ່າງໆຂອງແຂວງໄຊຍະບູລີ.
ການຝຶກອົບຮົມດັ່ງກ່າວເປັນການສ້າງຄວາມເຂັ້ມແຂງແກ່ການຈັດຕັ້ງທີ່ກ່ຽວຂ້ອງໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບການປົກປ້ອງ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ການໃຫ້ຄຳປຶກສາ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍ ຈະເປັນກົນໄກໜຶ່ງທີ່ຜູ້ເຄາະຮ້າຍ ຫລື ກຸ່ມສ່ຽງ ລວມທັງຜູ້ປົກຄອງຂອງຜູ້ຖືກເຄາະຮ້າຍສາມາດເຂົ້າເຖິງການບໍລິການຊ່ວຍເຫລືອໄດ້ຢ່າງທັນການ.

