ພາບສຸດທ້າຍຂອງ “ນັກໂທດຍິງ” ກ່ອນຖືກປະຫານຊີວິດ
12 ຊົ່ວໂມງກ່ອນການປະຫານນັ້ນ ນັກໂທດປະຫານຍິງນັ້ນ ໃນ 12 ຊົ່ວໂມງທີ່ເຫຼືອກ່ອນຕາຍເຂົາເຮັດແນວໃດ ໂດຍສື່ຂອງປະເທດຈີນໄດ້ອອກມາເຜີຍແຜ່ເລື່ອງລາວ ແລະ ພາບເຫຼົ່ານີ້ ຊຶ່ງເວັບໄຊຂອງຈີນມີການເຜີຍແຜ່ພາບຂອງນັກໂທດຍິງຊາວຈີນທັງ 4 ຄົນ, ຄືນກ່ອນຈະມີການປະຫານຊີວິດໃນປີ ພສ 2546 ຊຶ່ງພາຍໃນ 12 ຊົ່ວໂມງນີ້ຊີວິດຂອງພວກເຂົາຈະຕ້ອງໄດ້ຮັບລົງໂທດດ້ວຍການຈົບຊີວິດ ຖານເຮັດຜິດລັກລອບຂົນສົ່ງ ແລະ ຄ້າຂາຍຢາເສບຕິດ ເພື່ອໃຫ້ເຫັນວ່າ ຄືນສຸດທ້າຍຂອງນັກໂທດທັງ 4 ຄົນນີ້ເຮັດຫຍັງແດ່.
ຄືນວັນທີ 24 ມິຖຸນາ ໄດ ດອງກຸຍ ນັກໂທດປະຫານຂໍ້ຫາລັກລອບຂົນຢາເສບຕິດ ກໍາລັງກະກຽມພັບເຄື່ອງນຸ່ງວາງໄວ້ເທິງຫົວບ່ອນນອນ ເພື່ອທີ່ຈະນຸ່ງກ່ອນການປະຫານຊີວິດ ເຄື່ອງນຸ່ງເຫຼົ່ານີ້ໄດ້ມາຈາກການຮ້ອງຂໍຂອງນັກໂທດ ຊຶ່ງຕໍາຫຼວດຍິງຈະເປັນຜູ້ຊື້ເຄື່ອງມາໃຫ້ລາວ.
ເວລາ 21:30 ໂມງ, ນັກໂທດ ໄດ ດອງກຸຍ ກິນແກງຖົ່ວຂຽວ ແລະ ອາຫານແມັກໂດນັດທີ່ຖືກກຽມໄວ້ໃຫ້.
ເຈົ້າໜ້າທີ່ຕໍາຫຼວດປ້ອນໝາກລິ້ນຈີ່ໃຫ້ລາວ ຜູ້ຊຶ່ງກໍາລັງຈະຖືກພາຕົວໄປຍັງແດນປະຫານອີກບໍ່ເທົ່າໃດຊົ່ວໂມງຂ້າງໜ້າ.
ເວລາ 22:15 ໂມງ ຫລີ ຈູຮົວ ນັກໂທດປະທານຍິງ ຜູ້ຕ້ອງຫາລັກລອກຄ້າຢາເສບຕິດ ກໍາລັງໃຫ້ນັກໂທດທົ່ວໄປຈົດຄວາມຕ້ອງການ ແລະ ພິໄນກໍາຕ່າງໆຂອງລາວ ກ່ອນທີ່ຈະຈາກໂລກນີ້ໄປ.
ເວລາ 22:07 ໂມງ ຂະນະທີ່ເຈົ້າໜ້າທີ່ຕໍາຫຼວດທັງສອງກໍາລັງຕັ້ງວົງຫຼິ້ນໄພ້ຄາຍຄວາມເຄັ່ງຕຶງໃຫ້ກັບນັກໂທດປະທານຍິງອີກຄົນໜຶ່ງຄື ຮີ ຊຸ່ຍຫລິງ ແລະ ມາ ຊິງຊຸຍ ແຕ່ເບິ່ງຄືວ່າ ຮີ ຊຸ່ຍຫລິງ ຈະຕື່ນເຕັ້ນເລັກຫນ້ອຍ ແລະ ກ່າວເກີນຈິງ ເຈົ້າໜ້າທີ່ຕໍາຫຼວດຢູ່ນໍາທັງຄືນ ອີກດ້ານຫນຶ່ງພວກເຂົາກໍຜ່ອຍຄາຍດ້ວຍການລົມກັນຢ່າງມີຊີວິດຊີວາ.
ຮີ ຊຸ່ຍຫລິງ ນັກໂທດປະຫານ ລອງເກີບຄູ່ໃຫມ່ທີ່ຈະໃສ່ໄປຍັງອີກພົບ
ຂະນະທີ່ນັກໂທດຄົນອື່ນກໍາລັງປ້ອນເຂົ້າປ້ອນນໍ້າໃຫ້ລາວ.
ເວລາ 22:40 ໂມງ ຮີ ຊຸ່ຍຫລິງ ຮ້ອງເພງ ສົ່ງສຽງເຖິງເບື້ອງບົນ ອ້ອນວອນໂອກາດອີກຄັ້ງ ຫາກສະຕາຊີວິດລາວໄດ້ກັບມາຢູ່ໃນໂລກໃບນີ້ອີກຄັ້ງ.
ຕອນເຊົ້າຂອງວັນທີ 25 ມິຖຸນາ ເວລາ 5:40 ໂມງ ແດນກັກກັນ 1 ບັນຍາກາດງຽບສະຫງົບ ນັກໂທດຄົນໜຶ່ງນໍານໍ້າມາໃຫ້ນັກໂທດປະຫານທີ່ອາດຕ້ອງໃຊ້ລ້າງໜ້າ.
ເວລາ 6:00 ໂມງ ຕໍາຫຼວດຍິງ ແລະ ນັກໂທດຄົນອື່ນ ກໍາລັງຊ່ວຍທາສີເລັບຕີນໃຫ້ກັບ ຫລີ ຈູຮົວ.
ເວລາ 6:07 ໂມງ ກ່ອນການປະຫານຈະເລີ່ມຂຶ້ນ ນັກໂທດຈັດກຽມປ່ຽນເຄື່ອງນຸ່ງ ເວລາໃກ້ເຂົ້າມາທຸກທີ.
ເວລາ 6:17 ໂມງ ຮີ ຊຸ່ຍຫລິງ ແລະ ມາ ຊິງຊຸຍ ກິນອາຫານເຊົ້າທີ່ພວກເຂົາມັກ ທີ່ຄັ້ງນີ້ຈະເປັນອາຫານມື້ສຸດທ້າຍ.
ເວລາ 6:29 ໂມງ ແລະ ແລ້ວເວລາປະຫານໃກ້ເຂົ້າມາເຖິງ ຮີ ຊຸ່ຍຫລິງ ເກັບອາການບໍ່ຢູ່ຮ້ອງໄຫ້ອອກມາ ເສຍໃຈກັບຄວາມຜິດພາດທີ່ເກີດຂຶ້ນກັບຊີວິດ ທີ່ລາວບໍ່ສາມາດຢ້ອນກັບໄປແກ້ໄຂໄດ້.
ເວລາ 6:30 ໂມງ ກ່ອນການປະຫານ ຮີ ຊຸ່ຍຫລິງ ແຕ່ງຊົງຜົມໃຫ້ງາມ ເຈົ້າໜ້າທີ່ຕໍາຫຼວດເອົາເຈລແຕ່ງຜົມມາໃຫ້ລາວ ໄດ້ເຫັນຮອຍຍີ້ມຂອງລາວອີກຄັ້ງ.
ເວລາ 7:00 ໂມງ, ເວລານີ້ມາເຖິງແລ້ວ ນໍ້າຕາຂອງ ຮີ ຊຸ່ຍຫລິງ ບໍ່ສາມາດແລກໄດ້ກັບຊີວິດຂອງລາວໄດ້.
ມາ ຊິງຊຸຍ ນັກໂທດອາຍຸ 49 ປີ ນັກໂທດປະຫານທີ່ຕ້ອງຄະດີລັກລອບຂົນຢາເສບຕິດ 2.300 ກຣາມ ຖືກນໍາຕົວຍ່າງອອກຈາກຫ້ອງຂັງຊົ່ວຄາວ ເພື່ອສົ່ງຕົວໄປຍັງແດນປະຫານ.
ເວລາ 7:21 ໂມງ ເຈົ້າໜ້າທີ່ຕໍາຫຼວດສົ່ງຕົວໄປຍັງແດນປະຫານ ຖອດກະແຈມື ແລະ ໂຊລ່າມ ເພື່ອໃຫ້ເຈົ້າໜ້າທີ່ແດນປະຫານໄດ້ລ່າມໂຊໂຕໃໝ່.
ເວລາ 9:45 ໂມງ ທ່ານກາງສື່ມວນຊົນມາບັນທຶກພາບ ຮີ ຊຸ່ຍຫລິງ ໜຶ່ງໃນ 4 ນັກໂທດປະຫານ ລາວເປັນຜູ້ທີ່ອາຍຸນ້ອຍສຸດ ແລະ ເປັນຄົນດຽວທີ່ຮ້ອງໄຫ້ອອກມາ ກ່ອນທີ່ລົມຫາຍໃຈຂອງພວກເຂົາຈະສິ້ນສຸດລົງໃນວັນນີ້.

