ລາວ-ເອດີບີ ຫາລືຮ່າງແຜນບໍລິການຈັດຫາງານໃນ ສປປ ລາວ

ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ທະນາຄານພັດທະນາອາຊີ ປະຈຳ ສປປ ລາວ (ເອດີບີ) ໄດ້ຈັດກອງປະຊຸມຄູ່ຮ່ວມງານແຫ່ງຊາດ ເພື່ອປຶກສາຫາລືຮ່າງແຜນບໍລິການຈັດຫາງານ ພາຍໃຕ້ໂຄງການເສີມສ້າງຄວາມອາດສາມາດທາງດ້ານວິຊາການເພື່ອພັດທະນາລະບົບການຈັດຫາງານຢູ່ ສປປ ລາວ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານນາງ ອານຸສອນ ຄຳສິງສະຫວັດ ຮັກສາການຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ແລະ ທ່ານ ຊັນສຸເກ ບັນໂດ ຊ່ຽວຊານອາວຸໂສ ທະນາຄານພັດທະນາອາຊີ ປະຈຳ ລາວ.
ທ່ານນາງ ອານຸສອນ ຄຳສິງສະຫວັດ ກ່າວວ່າ: ເພື່ອເປັນການກຽມພ້ອມການເຊື່ອມໂຍງເຂົ້າ AEC ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສ້າງວິໄສທັດ ແລະ ເປົ້າໝາຍຮອດປີ 2030 ເພື່ອນຳພາປະເທດຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ໂດຍເນັ້ນໜັກໃນການສ້າງແຮງງານທີ່ມີຄຸນນະພາບ ແລະ ປະລິມານທີ່ພຽງພໍກັບຄວາມຕ້ອງການຂອງຕະຫລາດແຮງງານ, ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ, ມີຄວາມໝັ້ນຄົງໃນການເຮັດວຽກ ແລະ ມີຄຸນນະພາບຊີວິດທີ່ດີ ເຊິ່ງໄດ້ວາງຄາດໝາຍສູ້ຊົນໃນການສົ່ງເສີມວຽກເຮັດງານທຳໃນ 5 ປີ (2016-2020) ສ້າງລະບົບຖານຂໍ້ມູນຂ່າວສານຕະຫລາດແຮງງານທີ່ລວມສູນເອກະພາບ ມີເຄືອຂ່າຍໃນຂອບເຂດທົ່ວປະເທດ, ບໍລິການຈັດຫາວຽກເຮັດງານທຳໃຫ້ຕະຫລາດແຮງງານທີ່ເພີ່ມຂຶ້ນໃໝ່ປະມານ 716.193 ຄົນ (ສະເລ່ຍ 143.239 ຄົນຕໍ່ປີ), ໃນນັ້ນ ຂົງເຂດກະສິກຳປະມານ 522.863 ຄົນ, ອຸດສາຫະກຳ 58.805 ຄົນ ແລະ ບໍລິການ 134.525 ຄົນ.
ໃນໄລຍະ 5 ປີຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບອົງການຈັດຕັ້ງສາກົນ ແລະ ບັນດາຂະແໜງການກ່ຽວຂ້ອງ ໄດ້ພັດທະນາ ແລະ ປັບປຸງນະໂຍບາຍ, ກົດໝາຍ, ດຳລັດ, ຂໍ້ຕົກລົງ ແລະ ລະບຽບການອື່ນໆ ທີ່ພົວພັນເຖິງການພັດທະນາສີມືແຮງງານ ແລະ ຈັດຫາ ເພື່ອແກ້ໄຂບັນຫາການຂາດແຄນແຮງງານ ໂດຍສະເພາະການຈັດຕັ້ງປະຕິບັດໂຄງການ, ກິດຈະກຳທີ່ມີເປົ້າໝາຍສ້າງເງື່ອນໄຂ ແລະ ໂອກາດໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານເພື່ອສາມາດເຂົ້າເຖິງດ້ານການບໍລິຫານຈັດຫາງານ ເພື່ອສ້າງຄວາມດຸ່ນດ່ຽງລະຫວ່າງຄວາມຕ້ອງການຂອງຕະຫລາດໄດ້.

