ຍີ່ປຸ່ນເປີດຕົວເຊັນເຊີສະແກນລາຍນິ້ວມືແບບໂປ່ງໃສ ບໍ່ຕ້ອງຝັງໄວ້ໃຕ້ຈໍ

JDI ບໍລິສັດຜະລິດຈໍຍີ່ປຸ່ນເປີດຕົວເຊັນເຊີສະແກນລາຍນິ້ວມືແບບໂປ່ງໃສ ເຮັດໃຫ້ໜ້າຈໍສະແກນລາຍນິ້ວມືໄດ້ໃນຕົວ ບໍ່ຕ້ອງຝັງໄວ້ໃຕ້ຈໍ
ເມື່ອບໍ່ດົນມານີ້ JDI ບໍລິສັດຜະລິດຈໍຍີ່ປຸ່ນໄດ້ເປີດຕົວເຊັນເຊີສະແກນລາຍນິ້ວມືແບບໂປ່ງໃສ ຊຶ່ງຕ່າງຈາກເຊັນເຊີສະແກນລາຍນິ້ວມືທົ່ວໄປທີ່ບໍ່ໂປ່ງໄສ ໂດຍເຊັນເຊີນີ້ຈະໃຊ້ເຕັກໂນໂລຊີ Pixel Eyes ແລະ JDI ທີ່ເຮັດໃຫ້ຫນ້າຈໍ LCD ມີລະບົບສໍາຜັດ ນໍາມາພັດທະນາຕໍ່ໃຫ້ມີຄວາມໄວໃນການຕອບສະໜອງຫຼາຍຂຶ້ນ ເພື່ອໃຫ້ສາມາດສະແກນລາຍນິ້ວມືໄດ້ ຊຶ່ງໃຊ້ວັດສະດຸເປັນແວ່ນລ້ວນໆ ເຮັດໃຫ້ມີຄວາມໂປ່ງໄສ ແລະ ບໍ່ຈໍາເປັນຕ້ອງຝັງໄວ້ໃນໜ້າຈໍ ແຕ່ເປັນການເຮັດໃຫ້ໜ້າຈໍສາມາດສະແກນລາຍນິ້ວມືໄດ້ໃນຕົວເລີຍນັ້ນເອງ.
ຕົວເຊັນເຊີແບບໂປ່ງໃສຂອງ JDI ມີຂະໜາດ 8 x 8 ມມ, (160 x 160 ພິກເຊລ 508dpi) ໂດຍຈະພ້ອມນໍາໄປໃຊ້ກັບໂທລະສັບມືຖືໄດ້ ປະມານເດືອນມີນາ 2019 ແລະ ໃນອະນາຄົດ JDI ຈະພັດທະນາເຊັນເຊີໃນແບບທີ່ມີຂະໜາດໃຫຍ່ ແລະ ນ້ອຍກວ່ານີ້ ລວມທັງເຊັນເຊີແບບຫົດຢືດໄດ້ ເພື່ອໃຫ້ຮອງຮັບການໃຊ້ງານອຸປະກອນທີ່ຫຼາກຫຼາຍໄດ້ຫຼາຍຂຶ້ນ.

