ຄໍາສັ່ງເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ເມື່ອບໍ່ດົນມານີ້, ບັນດາຄະນະພັກແຂວງ, ນະຄອນຫລວງ, ກະຊວງ ແລະ ອົງການຈັດຕັ້ງພັກທົ່ວປະເທດ, ໄດ້ເຂົ້າຮ່ວມຮັບຟັງການເຜີຍແຜ່ເຊື່ອມຊຶມນິຕິກໍາກ່ຽວກັບວຽກງານກໍ່ສ້າງພັກ ແລະ ວຽກງານຄຸ້ມຄອງພະນັກງານທີ່ຫໍປະຊຸມແຫ່ງຊາດ, ໂດຍການເປັນປະທານຂອງສະຫາຍຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພັນຄໍາ ວິພາວັນ ແລະ ໜຶ່ງໃນເອກະສານສໍາຄັນທີ່ສູນກາງພັກໄດ້ນໍາມາເຜີຍແຜ່ເທື່ອນີ້ແມ່ນຄໍາສັ່ງເລກທີ 01/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເພາະວ່າຄໍາສັ່ງນີ້, ນອກຈາກເປັນທິດທາງເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຜົນງານທີ່ໂດດເດັ່ນ ແລະ ດ້ານດີຂອງພັກເຮົາແລ້ວ, ຍັງກໍານົດໃຫ້ມີຄວາມເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບທີ່ເປັນໄພອັນຕະລາຍຕໍ່ພັກເຮົາ ເພື່ອແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກ, ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ, ສາມາດເປັນແກນ ນຳທີ່ເຂັ້ມງວດໃນລະບົບການເມືອງຢູ່ຮາກຖານ, ເພື່ອຮັບປະກັນເຮັດໃຫ້ການນຳພາຂອງພັກຕອບສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່.
ຄໍາສັ່ງດັ່ງກ່າວ ມີເນື້ອໃນສໍາຄັນຄື ດ້ານການເມືອງ: ຄະນະໜ່ວຍພັກ, ສະມາຊິກພັກຕ້ອງໄດ້ຮໍ່າຮຽນ, ເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດຢ່າງທົ່ວເຖິງ ແລະ ຄົບຖ້ວນ, ໜ່ວຍພັກຕ້ອງກຳແໜ້ນສະພາວະຄວາມເປັນຈິງຂອງຮາກຖານຕົນ ເພື່ອຫັນແນວທາງ, ແຜນນະໂຍບາຍຂອງພັກ ແລະ ມະຕິຂອງຄະນະພັກຂັ້ນເທິງເປັນແຜນການຂອງໜ່ວຍພັກໃຫ້ສອດຄ່ອງກັບຄວາມຮັບຜິດຊອບ ແລະ ໜ້າທີ່ການເມືອງຂອງຕົນ, ພ້ອມທັງຊີ້ນຳ-ນຳພາຈັດຕັ້ງປະຕິບັດຕົວຈິງໃຫ້ມີຜົນສຳເລັດ ແລະ ມີປະສິດທິຜົນສູງ, ສ້າງສະມາຊິກພັກໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດທີ່ຖືກຕ້ອງ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ມີນ້ຳໃຈເສຍສະຫລະ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງສຸດໃຈ ສະແດງອອກໃນການເຄື່ອນໄຫວ ແລະ ການກະທຳຕົວຈິງຂອງສະມາຊິກພັກ.
ດ້ານແນວຄິດ: ຄະນະໜ່ວຍພັກ, ສະມາຊິກພັກ ຕ້ອງມີຄວາມເປັນເອກະພາບສູງກັບແນວທາງປ່ຽນແປງໃໝ່ຂອງພັກ, ຍຶດໝັ້ນຈຸດໝາຍສັງຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ, ຈຳແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆທີ່ເກີດຂຶ້ນ, ເດັດດ່ຽວຕໍ່ສູ້ຕ້ານທຸກກົນອຸບາຍມ້າງເພທຳລາຍຂອງສັດຕູ ແລະ ກຸ່ມຄົນບໍ່ດີ, ເປັນເຈົ້າການປົກປ້ອງແນວທາງ, ອຸດົມການຂອງພັກ, ຕອບຕ້ານສິ່ງຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ພາຍໃນໜ່ວຍພັກ ແລະ ໃນສັງຄົມ, ຕ້ານແນວຄິດສວຍໂອກາດ, ສວຍໃຊ້ໜ້າທີ່ຕຳແໜ່ງ, ພະຍາດອາດຍາສິດ, ເອກະຊົນ, ສໍ້ລາດບັງຫລວງ, ຫລິ້ນກິນຟຸມເຟືອຍ ແລະ ຂາດຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ພາຍໃນຄະນະໜ່ວຍພັກ, ສະມາຊິກພັກ ຕ້ອງຮັກສາໄດ້ຄວາມສາມັກຄີເປັນເອກະພາບພາຍໃນການຈັດຕັ້ງພັກຢ່າງແໜ້ນແຟ້ນ, ຕ້ານແນວຄິດຫລາຍພັກ, ຫລາຍເຄົ້າ, ຈຸ້ມເຈື້ອພັກພວກ ແລະ ກຸ່ມກ້ອນຢູ່ໃນການຈັດຕັ້ງພັກ.
ດ້ານການຈັດຕັ້ງ: ຕ້ອງຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ 5 ຫລັກການ, 3 ທິດນຳໃນການກໍ່ສ້າງ ແລະ ປັບປຸງພັກ, ການດຳເນີນຊີວິດການເມືອງຂອງໜ່ວຍພັກຕ້ອງຮັບປະກັນ ແລະ ເສີມຂະຫຍາຍໄດ້ລັກສະນະນຳພາ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ພາຍໃນໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກ ຕ້ອງມີສະຕິເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດຢ່າງເຂັ້ມງວດ, ເປັນແບບຢ່າງທີ່ດີໃນການເຄື່ອນໄຫວ, ດຳລົງຊີວິດດ້ວຍຄວາມປອດໃສ, ບໍ່ໃຫ້ມີປາກົດການຫຍໍ້ທໍ້ຢູ່ພາຍໃນໜ່ວຍພັກ ຫລື ຖ້າມີກໍຕ້ອງເດັດຂາດແກ້ໄຂໃຫ້ທັນການ, ຄຸ້ມຄອງ, ຕີລາຄາຄຸນນະພາບຂອງສະມາຊິກພັກ ແລະ ໜ່ວຍພັກເປັນປົກກະຕິ, ປະຕິບັດການຍ້ອງຍໍສະມາຊິກພັກຜູ້ທີ່ດີເດັ່ນ, ດຳເນີນມາດຕະການທາງດ້ານວິໄນຕໍ່ຜູ້ລະເມີດກົດລະບຽບຂອງພັກ, ລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ການຂະຫຍາຍມະຫາຊົນເຂົ້າພັກຕ້ອງຖືຄຸນນະພາບເປັນກົກບົນພື້ນຖານປະຕິບັດໃຫ້ຖືກຕ້ອງຕາມມາດຕະຖານ, ເງື່ອນໄຂ, ບາດກ້າວ, ຂັ້ນຕອນຂອງການຂະຫຍາຍພັກທີ່ໄດ້ກຳນົດໄວ້ໃນກົດລະບຽບພັກຢ່າງເຂັ້ມງວດ, ການປະກອບບຸກຄະລາກອນເຂົ້າໃນຄະນະໜ່ວຍພັກ ຕ້ອງຮັບປະກັນປະຕິບັດຖືກຕ້ອງຕາມມາດຕະຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງພັກຢ່າງຄົບຖ້ວນ.
ດ້ານແບບແຜນການນຳພາ: ຄະນະໜ່ວຍພັກ, ສະມາຊິກພັກ ຕ້ອງຍຶດໝັ້ນປະຕິບັດຫລັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ນຳພາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫລາຍ, ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ, ການຄົ້ນຄວ້າຕົກລົງບັນຫາສຳຄັນຍຸດທະສາດຕ້ອງເປັນໝູ່ຄະນະ, ເວົ້າ ແລະ ປະຕິບັດຕາມມະຕິ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ເຮັດວຽກມີແຜນການ, ມີໂຄງການ, ມີການຊຸກຍູ້, ຕິດຕາມ, ກວດກາ ແລະ ສະຫລຸບປະເມີນຜົນຕາມແຜນການທີ່ໄດ້ວາງໄວ້, ປະຕິບັດລະບອບປະຊຸມ ແລະ ລາຍງານສ່ອງແສງເປັນປົກກະຕິ, ປະສານສົມທົບຢ່າງກົມກຽວລະຫວ່າງການນຳພາຂອງພັກກັບການເສີມຂະຫຍາຍບົດບາດ, ໜ້າທີ່, ສິດ, ການຄຸ້ມຄອງຂອງອົງການປົກຄອງ ແລະ ຄວາມເປັນເຈົ້າການຂອງອົງການຈັດຕັ້ງມະຫາຊົນ, ຍຶດໝັ້ນ ແລະ ເສີມຂະຫຍາຍແບບແຜນນຳພາທີ່ເປັນມູນເຊື້ອອັນດີງາມຂອງພັກ, ແບບແຜນນຳພາຕິດແທດຮາກຖານ, ແທດກັບຕົວຈິງ, ມີປະຊາທິປະໄຕ, ເປັນເຈົ້າການຕ້ານພະຍາດອາດຍາສິດ, ເອກະຊົນ, ສໍ້ລາດບັງຫລວງ ແລະ ເຮັດວຽກແບບຜິວເຜີນ.
ການນຳພາປະຕິບັດໜ້າທີ່ການເມືອງ: ຄະນະໜ່ວຍພັກ, ສະມາຊິກພັກ ຕ້ອງປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີປະສິດທິພາບສູງໃນການນໍາພາດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ວິຊາສະເພາະ, ການພັດທະນາເສດຖະກິດ, ວັດທະນທຳ-ສັງຄົມ, ປະຕິບັດນະໂຍບາຍຊົນເຜົ່າ ແລະ ນະໂຍບາຍການຕ່າງປະເທດຂອງພັກຢູ່ໃນຂອບເຂດການນຳພາຂອງໜ່ວຍພັກຕົນ, ນຳພາແກ້ໄຂຄວາມທຸກຍາກຂອງປະຊາຊົນ ເພື່ອສ້າງບ້ານໃຫ້ກາຍເປັນບ້ານພັດທະນາ ເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າໄດ້ຮັບການປັບປຸງນັບມື້ດີຂຶ້ນ, ຄອບຄົວທຸກຍາກໄດ້ຮັບການແກ້ໄຂ, ນຳພາປັບປຸງບູລະນະອົງການປົກຄອງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງສັງຄົມອື່ນໆ ທີ່ຢູ່ໃນຂອບເຂດການນຳພາຂອງຕົນເຄື່ອນໄຫວຕາມພາລະບົດບາດຂອງແຕ່ລະອົງການ, ສ້າງໃຫ້ອົງການເຫລົ່ານັ້ນມີຄວາມເຂັ້ມແຂງ ເປັນກຳລັງແຮງໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຢູ່ຂັ້ນຮາກຖານໃຫ້ມີຜົນສຳເລັດ, ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຮັດໃຫ້ສຳນັກງານ-ອົງການກົມກອງ, ບ້ານມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.
ມາດຕະການຈັດຕັ້ງປະຕິບັດ: ມອບໃຫ້ຄະນະຈັດຕັ້ງສູນກາງພັກອອກຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກສະບັບນີ້, ພ້ອມທັງຊຸກຍູ້ການຈັດຕັ້ງປະຕິບັດຕົວຈິງໃຫ້ມີຄວາມເປັນເອກະພາບໃນທົ່ວພັກ, ຄະນະພັກທຸກຂັ້ນຕ້ອງຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນເນື້ອໃນຄຳສັ່ງກ່ຽວກັບການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ເລິກເຊິ່ງ, ຫັນເປັນແຜນງານໂຄງການ, ຄາດໝາຍສູ້ຊົນຂອງອົງຄະນະພັກຂັ້ນຕົນ, ພ້ອມທັງຊີ້ນຳ-ນຳພາຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ. ຖືເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ ແລະ ຮັບຜິດຊອບຜົນໄດ້ຜົນເສຍຕໍ່ກົມການເມືອງສູນກາງພັກໃນວຽກງານດັ່ງກ່າວ, ຄະນະໜ່ວຍພັກຕ້ອງສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນແຕ່ລະປີ, ພ້ອມທັງສູ້ຊົນຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ, 1 ປີຕ້ອງດຳເນີນການກວດກາ, ຕີລາຄາປະເມີນຜົນ ເພື່ອຢັ້ງຢືນຄຸນນະພາບຂອງສະມາຊິກພັກ ແລະ ໜ່ວຍພັກ, ມອບໃຫ້ລັດຖະ ບານຈັດແບ່ງງົບປະມານຮັບໃຊ້ເຂົ້າໃນວຽກງານດັ່ງກ່າວຕາມຄວາມເໝາະສົມ, ຄະນະພັກແຂວງ, ນະຄອນຫລວງ, ຄະນະພັກກະຊວງ-ອົງການ ເປັນເຈົ້າການຊີ້ນຳການຂຶ້ນແຜນງົບປະມານຮັບໃຊ້ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງຂັ້ນຕົນ, ຄະນະກວດກາພັກແຕ່ລະຂັ້ນເປັນເຈົ້າການຕິດຕາມ, ກວດກາການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວໃຫ້ເຂັ້ມງວດ ແລະ ເປັນປົກກະຕິ ຜ່ານການຈັດຕັ້ງປະຕິບັດຕົວຈິງ, ຄະນະປະຈຳພັກແຂວງ, ນະຄອນຫລວງ ແລະ ຄະນະປະຈຳພັກກະຊວງ-ອົງການ ຕ້ອງສະຫລຸບ, ຖອດຖອນບົດຮຽນໃນແຕ່ລະໄລຍະ ເພື່ອລາຍງານໃຫ້ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ໂດຍຜ່ານຄະ ນະຈັດຕັ້ງສູນກາງພັກຮັບຊາບ ແລະ ໃຫ້ການຊີ້ນຳທັນເວລາ.
ຄຳສັ່ງສະບັບນີ້ປ່ຽນແທນຂໍ້ກຳນົດຂອງກົມການເມືອງສູນກາງພັກ ສະບັບເລກທີ 03/ກມສພ, ລົງວັນທີ 13/8/2004 ວ່າດ້ວຍການປັບປຸງກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງກັບການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ.

