ເຈົ້າໜ້າທີ່ເລັ່ງຫາສາເຫດໄຟໄໝ້ກຸດຕິວັດບ້ານຫາດສ້ຽວ

ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງສືບສວນ-ສອບສວນ ພະຍານຜູ້ເຫັນເຫດການທີ່ຢູ່ໃກ້ຄຽງ ແລະ ລົງເກັບກຳຂໍ້ມູນໃນສະຖານທີ່ເກີດເຫດເບື້ອງຕົ້ນພົບວ່າ: ໄຟໄໝ້ກຸດຕິວັດບ້ານຫາດສ້ຽວເມືອງທຸລະຄົມແຂວງວຽງຈັນ ໃນຄ່ຳຄືນວັນທີ 24 ມັງກອນນີ້, ອາດຍ້ອນໄຟຟ້າລັດວົງຈອນ, ຊຶ່ງກຸດຕິດັ່ງກ່າວເປັນສອງຊັ້ນ, ມີພຣະສົງອາໃສຢູ່ 20 ກວ່າອົງ ແລະ ໄດ້ສ້າງມາຫລາຍປີແລ້ວ, ຊຶ່ງໃນເວລາເກີດເຫດໄດ້ມີສຽງໄຟແຕກຢູ່ຫ້ອງຂອງພຣະອົງໜຶ່ງ ຈາກນັ້ນກໍໄດ້ລຸກໄໝ້ຢ່າງໄວວາ, ໂດຍພຣະສົງ ແລະ ປະຊາຊົນໄດ້ລະດົມຊ່ວຍກັນເກັບສິ່ງຂອງອອກຈາກກຸດຕິ, ກ່ອນທີ່ທາງເຈົ້າໜ້າທີ່ຈະລົງມາດັບມອດໄຟບໍ່ໃຫ້ຂະຫາຍວົງກ້ວາງ, ແນວໃດກໍດີ, ຄາດວ່າຈະຮູ້ສາເຫດການເກີດໄຟໄໝ້ໃນບໍ່ດົນນີ້.
ຂ່າວໃຫ້ຮູ້ຕື່ມວ່າ: ພາຍຫລັງໄດ້ລົງເກັບກໍາຂໍ້ມູນພະຍານ ແລະ ຫລັກຖານໃນຈຸດເກີດເຫດສະຖານທີ່ໂຮງກັ່ນນ້ຳມັນເຄື່ອງໃນວັນທີ 23 ມັງກອນນີ້, ຢູ່ບ້ານ ບໍ່ເຫລັກເມືອງໄຊທານີນະຄອນຫລວງວຽງຈັນພົບວ່າ: ສາເຫດຂອງການເກີດອັກຄີໄພແມ່ນຍ້ອນສະພາບເຕັກນິກເຄື່ອງຂອງໂຮງງານບໍ່ຮັບປະກັນຄື: ບໍ່ມີສາຍດິນ ແລະ ປ່ອງລະບາຍອາກາດ ເຮັດໃຫ້ເກີດໄຟສະຖິດ ແລະ ລຸກໄໝ້ຢ່າງໄວວາ, ໂດຍເຄື່ອງດັ່ງກ່າວແມ່ນໄດ້ບັນຈຸນ້ຳມັນກາຊວນປະມານ 9 ພັນລິດ, ໄຟໄດ້ລຸກໄໝ້ເຮັດໃຫ້ອາຄານໂຮງງານ 1 ຫລັງໄດ້ຮັບຄວາມເສຍຫາຍມູນຄ່າຫລາຍຮ້ອຍລ້ານກີບ.

