ເສດຖະກິດຟີລິບປິນປີກ່ອນເຕີບໃຫຍ່ 6,7%

ທາງການຟີລິບປິນແຈ້ງວ່າ: ປີ 2017 ຜ່ານມາ, ເສດຖະກິດຂະຫຍາຍຕົວ 6,7% ດີທີ່ສຸດແຫ່ງໜຶ່ງຂອງອາຊີ.
ທ່ານ ເອີເນສໂຕ ເປີເນຍ ລັດຖະມົນຕີກະຊວງວາງແຜນເສດຖະກິດຟີລິບປິນ ເປີດເຜີຍໃນວັນທີ 23 ມັງກອນວ່າ: ການໃຊ້ຈ່າຍພາກລັດຊ່ວຍໃຫ້ເສດຖະກິດປະເທດເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ຕາມຫລັງພຽງຈີນ ແລະ ຫວຽດນາມທີ່ເຕີບໃຫຍ່ 6,9% ແລະ 6,81% ຕາມລຳດັບ. ເຖິງຢ່າງໃດກໍດີ, ເສດຖະກິດປີຜ່ານມາເຕີບໃຫຍ່ໜ້ອຍກວ່າປີ 2016 ທີ່ຂະຫຍາຍຕົວ 6,9% ເພາະປີນັ້ນມີການເລືອກຕັ້ງປະທານາທິບໍດີ ເຮັດໃຫ້ມີການໃຊ້ຈ່າຍຫລາຍຂຶ້ນ, ສ່ວນປີນີ້ລັດຖະບານຍັງໝັ້ນໃຈວ່າ ຈະສາມາດເຮັດໃຫ້ເສດຖະກິດຂະຫຍາຍຕົວໃນອັດຕາ 7-8% ເພາະປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຮັບປາກຈະເພີ່ມການໃຊ້ຈ່າຍດ້ານຄົມມະນາຄົມ, ພະລັງງານ ແລະ ນ້ຳປະປາ.
ທ່ານ ເປີເນຍ ລະບຸວ່າ: ທຸລະກິດເອົາຊໍທີ່ຂະຫຍາຍຕົວຊ້າມີຜົນຫລາຍຕໍ່ເສດຖະກິດປີກ່ອນ, ທຸລະກິດນີ້ມີມູນຄ່າ 23.000 ລ້ານໂດລາສະຫະລັດ, ຈ້າງວຽກຄົນຟີລິບປິນ 1,5 ລ້ານຄົນ ແລະ ກາຍເປັນເສົາຫລັກເສດຖະກິດເສົາໜຶ່ງ ຄວບຄຸມບໍລິການຕ່າງໆທີ່ຮັບວຽກຈາກບໍລິສັດຕ່າງປະເທດເຊັ່ນ: ຄໍເຊັນເຕີ, ບັນຊີ, ກ໊ອບເອກະສານທາງການແພດ ແລະ ກົດໝາຍ, ອອກແບບຊອບແວ, ອະນິເມຊັນ ໄປຈົນເຖິງສະຖາປັດຕະຍະກຳ. ວົງການເອົາຊໍເປີດເຜີຍວ່າ: ໄຕມາດເດືອນເມສາ-ມິຖຸນາປີກ່ອນ ການລົງທຶນດ້ານນີ້ຫລຸດລົງ 31,3% ເພາະປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ຂູ່ຈະນຳເອົາວຽກເອົາຊໍກັບມາຈ້າງວຽກຄົນອາເມລິກາໃນປະເທດ.

