ລະເບີດຮຸນແຮງໃກ້ບ່ອນເຮັດວຽກຂອງຕຳຫລວດປາບຈະລາຈົນຕວກກີ
ດີຢາບາກີ 11 ເມສາ: ເກີດລະເບີດຮຸນແຮງໃກ້ບ່ອນເຮັດວຽກຕຳຫລວດປາບຈະລາຈົນຢູ່ເມືອງດີຢາບາກີຂອງຕວກກີ ກ່ອນຈະມີການລົງປະຊາມະຕິຂະຫຍາຍອຳນາດປະທານາທິບໍດີ ເຣເຈບ ທາຍຍິບ ແອໂດອານ ໃນວັນທີ 16 ເມສານີ້.
ລະເບີດຮຸນແຮງໄດ້ຍິນໄກໃນຫລາຍພື້ນທີ່ຂອງເມືອງດີຢາບາກີ ເປັນເມືອງທາງຕາເວັນອອກສຽງໃຕ້ແຄມແມ່ນ້ຳໄທກຣິສ, ປະຊາກອນສ່ວນຫລາຍເປັນຊາວເຄຣີດ. ເຈົ້າໜ້າທີ່ແພດແຈ້ງໃນເບື້ອງຕົ້ນວ່າ: ມີຜູ້ບາດເຈັບ 4 ຄົນ ປັດຈຸບັນນີ້ຍັງບໍ່ຮູ້ທີ່ມາຂອງລະເບີດ.
ຕວກກີຈະຈັດລົງປະຊາມະຕິໃນວັນທີ 16 ເມສານີ້ ເລື່ອງແກ້ໄຂລັດຖະທຳມະນູນປ່ຽນແປງການປົກຄອງຈາກລະບອບລັດຖະສະພາເປັນລະບອບປະທານາທິບໍດີ ເຊິ່ງຈະເຮັດໃຫ້ປະທານາທິບໍດີມີອຳນາດເພີ່ມຂຶ້ນ. ຂະນະທີ່ພື້ນທີ່ເບື້ອງຕາເວັນອອກສຽງໃຕ້ຂອງຕວກກີເກີດການສູ້ຮົບລະຫວ່າງກອງກຳລັງຄວາມໝັ້ນຄົງກັບກຸ່ມກະບົດຖີ່ຂຶ້ນ, ພາຍຫລັງຂໍ້ຕົກລົງຢຸດຍິງຖືກຍົກເລີກໃນຊ່ວງລະດູຮ້ອນປີ 2015 ພັກແຮງງານເຄີດິສະຖານ (PKK) ທີ່ຖືກປະກາດໃຫ້ເປັນກຸ່ມນອກກົດໝາຍເຄື່ອນໄຫວແຍກດິນແດນມາແຕ່ປີ 1984 ມີຄົນເສຍຊີວິດແລ້ວ 40.000 ຄົນ. ລັດຖະບານຕວກກີ, ອາເມລິກາ ແລະ ສະຫະພາບເອີຣົບ (EU) ຂຶ້ນບັນຊີກຸ່ມ PKK ວ່າເປັນກຸ່ມກໍ່ການຮ້າຍ.

