ທະນາຄານນະໂຍບາຍສາຂາອຸດົມໄຊຮັບຮອງແຜນສິນເຊື່ອປະຈຳປີ 2018

ກອງປະຊຸມ ປຶກສາຫາ ລື ເພື່ອຮັບຮອງເອົາໂຄງການ ແລະ ແຜນສິນເຊື່ອປະຈໍາປີ 2018 ໃນ ບ້ານສາມສ້າງ, ຈຸດ ສຸມພັດທະນາ ແລະ ເມືອງເປົ້າໝາຍຂອງທະນາຄານນະໂຍ ບາຍສາຂາແຂວງອຸດົມໄຊໄດ້ ຈັດຂຶ້ນໃນວັນທີ 22 ມັງກອນນີ້, ໂດຍການເປັນປະທານ ຂອງ ທ່ານ ສົມຈິດ ປັນຍາສັກ ຮອງ ເຈົ້າ ແຂວງອຸດົມໄຊ ທັງເປັນປະທານຄະນະກຳມະການຄຸ້ມ ຄອງສິນເຊື່ອຂັ້ນແຂວງ, ພ້ອມ ດ້ວຍຄະນະກໍາມະການຄຸ້ມຄອງສິນເຊື່ອຂັ້ນແຂວງແລະ ເມືອງເຂົ້າຮ່ວມຢ່າງ ພ້ອມພຽງ.

+ ທະນາຄານໂລກເພີ່ມຄາດຄະເນ ການເຕີບໃຫຍ່ເສດຖະກິດໂລກ

+ ທະນາຄານເມແບັງ ຂະຫຍາຍໂຄງການຊ່ວຍເຫລືອແມ່ຍິງຕໍ່າຜ້າໃນລາວ

ເພື່ອປຶກສາຫາລືໃນການ ກຳນົດ ແລະ ຕົກລົງຮັບຮອງ ເອົາບັນດາໂຄງການລວມ ທັງ ຕົວເລກງົບປະມານຕົວຈິງທີ່ ຈະຈັດຕັ້ງປະຕິບັດໃນ ສົກປີ 2018 ໃຫ້ເປັນລະບົບແບບ ແຜນ, ເຊິ່ງໄດ້ມີການກຳນົດ ໃຫ້ແຕ່ລະເມືອງຢ່າງລະອຽດ ຕາມເປົ້າໝາຍໃນການສະ ໜອງສິນເຊື່ອໃຫ້ແກ່ ປະຊາຊົນ 2 ເມືອງ ທຸກຍາກຄື ເມືອງ ປາກແບງ ແລະ ເມືອງ ງາ, ເຂດຈຸດສຸມພັດທະນາ 2 ຈຸດ ສຸມ ແລະ ບ້ານສາມສ້າງຈຳ ນວນ 4 ບ້ານ, ເຂົ້າໃນການ ປູກຝັງ, ລ້ຽງສັດ, ຫັດຖະກຳ ແລະ ອຸດສາຫະກຳຂະໜາດ ນ້ອຍລວມມີມູນຄາທັງໝົດ 30 ກວ່າຕື້ກີບ ໃນຈຳນວນ 7 ເມືອງທົ່ວ ແຂວງອຸດົມ ໄຊໂດຍກຳນົດ ເປັນ 3 ໄລຍະ ຄືໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.