ຕໍາຫລວດເມືອງຮ້ຽມຈັບຜູ້ຄ້າຢາເສບຕິດມາດໍາເນີນຄະດີ, ພ້ອມຂອງກາງ 36 ພັນເມັດ

ເຈົ້າໜ້າທີ່ ປກສ ເມືອງຮ້ຽມແຂວງຫົວພັນ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີໃນວັນທີ 10 ມັງກອນຜ່ານມາວ່າຈະມີການລັກລອບຂົນສົ່ງຢາເສບຕິດຜ່ານເຂດເມືອງຮ້ຽມໄປເທດສະບານແຂວງຫົວພັນ, ຈຶ່ງໄດ້ຈັດກໍາລັງລົງຕັ້ງຈຸດກວດກາໃນເສັ້ນທາງສໍາຄັນຢູ່ເຂດບ້ານດອນຄູນເມືອງຮ້ຽມ ແລະ ພົບເຫັນລົດເປົ້າໝາຍກະບະວີໂກ້ສີປອນໝາຍເລກທະບຽນ ກດ 4800 ກຳແພງນະຄອນແລ່ນມາດ້ວຍຄວາມໄວ ຈຶ່ງສະກັດໃຫ້ຈອດ ແລະ ກວດຄົ້ນພົບຢາບ້າ 36 ພັນເມັດ, ໂທລະສັບ 3 ໜ່ວຍ ແລະ ເງິນຈໍານວນໜຶ່ງ ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ, ພ້ອມທັງກັກຕົວຜູ້ຂັບຂີ່ 2 ຄົນຊື່ທ້າວ ຈັນມະນີ ອາຍຸ 28 ປີຢູ່ບ້ານພູຂຽວເມືອງໄຊແຂວງອຸດົມໄຊ ແລະ ທ້າວ ຊົງ ຈ່າວາ ອາຍຸ 32 ປີຢູ່ບ້ານຫ້ວຍແຊວເມືອງວຽງຄຳແຂວງຫລວງພະບາງ ມາສືບສວນ-ສອບສວນ, ໂດຍພວກເຂົາໄດ້ຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວແມ່ນຂອງພວກຕົນແທ້, ເຊິ່ງໄດ້ຊື້ມາຈາກຂະບວນການດຽວກັນຢູ່ແຂວງຫລວງພະບາງເພື່ອໄປສົ່ງໃຫ້ຜູ້ສັ່ງຊື້ຢູ່ແຂວງຫົວພັນ, ແຕ່ຖືກເຈົ້າໜ້າທີ່ຈັບຕົວກ່ອນ ແລະ ຄະດີຢາເສບຕິດລາຍ, ເຈົ້າໜ້າທີ່ພວມເລັ່ງຂະຫຍາຍຜົນຫາຜູ້ຮ່ວມ ຂະບວນການເພື່ອຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ.
ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງສະຫວັນນະເຂດ, ໄດ້ຕັດສີນປະຫານຊີວິດຜູ້ຄ້າຢາເສບຕິດ 3 ຄົນຄື: ນາງ ກະລຸນາ (ຕິ່ງ) ອາຍຸ 33 ປີ, ທ້າວ ລິນຢູລາ (ແຫລ້) ອາຍຸ 38 ປີຢູ່ບ້ານໜອງບົວທ່າ ແລະ ທ້າວ ຈັນທະວີສຸກ (ໂຈ້) ອາຍຸ 22 ປີຢູ່ບ້ານສະພານໃຕ້, ໂດຍພວກເຂົາຖືກເຈົ້າໜ້າທີ່ຈັບຕົວເມື່ອເດືອນພະຈິກ 2015, ພ້ອມຂອງກາງຢາບ້າ 57 ມັດ, ເທົ່າກັບ 1,14 ແສນເມັດ ແລະ ຢາໄອສ໌ 1 ຖົງນໍ້າໜັກ 83,5 ກລາມ.

