ອົງການອະນາໄມໂລກແນະນຳສັກວັກແຊງ ປ້ອງກັນໄຂ້ເຫລືອງກ່ອນໄປບຣາຊິນ

ຄົນບຣາຊິນຈຳນວນຫລາຍຫລັ່ງໄຫລກັນໄປສັກວັກແຊງປ້ອງກັນພະຍາດໄຂ້ເຫລືອງ, ຫລັງອົງການອະນາໄມໂລກອອກປະກາດເຕືອນ ແລະ ແນະນຳໃຫ້ນັກທ່ອງທ່ຽວສັກວັກແຊງກ່ອນເດີນທາງໄປບຣາຊິນ.
WHO: All of Sao Paulo State at Risk for Yellow Fever https://t.co/2ZYwYQPxn9 pic.twitter.com/dkriLS6lgU
— Voice of America (@VOANews) January 16, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຊົາເປົາລູ ປະເທດບຣາຊິນ ໃນວັນທີ 18 ມັງກອນວ່າ: ບັນຍາກາດຢູ່ຕາມໂຮງໝໍເກືອບທຸກແຫ່ງໃນບຣາຊິນ ໂດຍສະເພາະເມືອງເຊົາເປົາລູ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງປະເທດ ແລະ ເປັນເມືອງເອກຂອງລັດເຊົາເປົາລູ ທີ່ຕັ້ງຢູ່ໃນບໍລິເວນພາກຕາເວັນອອກ ໜາແໜ້ນໄປດ້ວຍປະຊາຊົນທຸກເພດທຸກໄວ ເຊິ່ງພາກັນໄປສັກວັກແຊງປ້ອງກັນພະຍາດໄຂ້ເຫລືອງ. ນອກຈາກນີ້ ບັນຍາກາດການຕື່ນຕົວຂອງປະຊາຊົນຍັງເກີດຂຶ້ນຢູ່ນະຄອນຫລວງບຣາຊິລີ ແລະ ລັດມີນັສເຊໄຣ ເຊິ່ງມີເມືອງເອກຄືເມືອງເບໂລໂອຣີຊອນຕີ ແລະ ເປັນເມືອງໃຫຍ່ອັນດັບ 3 ຂອງບຣາຊິນ.
ທັງນີ້ ອົງການອະນາໄມໂລກ (WHO) ອອກປະກາດໃນອາທິດນີ້ ແນະນຳໃຫ້ປະຊາຊົນໃນບຣາຊິນໂດຍສະເພາະລັດເຊົາເປົາລູ ເພີ່ມຄວາມລະມັດລະວັງການເຈັບເປັນດ້ວຍພະຍາດໄຂ້ເຫລືອງທີ່ມີຍຸງລາຍ ຫລື ຍຸງໄຂ້ເຫລືອງເພດເມຍເປັນພາຫະ ເນື່ອງຈາກພົບຜູ້ເສຍຊີວິດຢ່າງໜ້ອຍ 11 ຄົນ ນັບແຕ່ເດືອນກໍລະກົດປີຜ່ານມາ ແລະ ສະຖິຕິຜູ້ເສຍຊີວິດຂອງລັດມີນັສເຊໄຣໃນໄລຍະເວລາດຽວກັນຢ່າງໜ້ອຍ 15 ຄົນ ໂດຍ WHO ແນະນຳໃຫ້ນັກທ່ອງທ່ຽວທີ່ມີຈຸດປະສົງທ່ອງທ່ຽວບຣາຊິນສັກວັກແຊງປ້ອງກັນການຕິດເຊື້ອໄວຣັສດັ່ງກ່າວກ່ອນອອກເດີນທາງ.

