ເຕັກໂນໂລຊີທັນສະໄໝທີ່ຊ່ວຍຄົນມີລູກຍາກໄດ້

ຫາກຄູ່ຜົວເມຍພ້ອມທີ່ຈະມີລູກ ແລະ ຮູ້ວ່າຕົນເອງມີປັດໄຈຕ່າງໆທີ່ອາດສົ່ງຜົນໃຫ້ມີລູກຍາກ ແລະ ໃນປະຈຸບັນມີເຕັກໂນໂລຊີ ຫລວງຫລາຍທີ່ນຳມາໃຊ້ໃນກຳຈັດບັນຫາການມີລູກຍາກໄດ້.
– ການປະສົມທຽມໂດຍການສັກອະສຸຈິເຂົ້າຜົ້ງມົດລູກໂດຍກົງ (Intrauterine Insemination: IUI ) ແພດຈະກະຕຸ້ນໄຂ່ ຈົນເມື່ອມື້ທີ່ໄຂ່ຕົກກໍຈະເກັບເອົາອະສຸຈິ ໂດຍຄັດເລືອກເອົາໂຕທີ່ດີ ແລະ ເອົາໄປໃສ່ໃນມົດລູກ, ແຕ່ວິທີນີ້ຈະເໝາະສົມກັບແມ່ຍິງທີ່ບໍ່ມີບັນຫາທໍ່ນຳສົ່ງໄຂ່ຕັນ ໂດຍຈະມີໂອກາດຖືພາປະມານ 15 – 20% ໃນແມ່ຍິງທີ່ອາຍຸບໍ່ຫລາຍ ຫາກອາຍຸປະມານ 35 – 40 ປີ ໂອກາດໃນການຖືພາກໍຈະຫລຸດລົງເຫລືອປະມານ 10%.
– ການເຮັດກິຟ (Gamete Intrafallopian Transfer: GIFT) ແພດຈະກະຕຸ້ນໄຂ່ຈົນເມື່ອມື້ທີ່ໄຂ່ຕົກ ກໍຈະເກັບອະສຸຈິິ ເອົາມາປະສົມກັບໄຂ່ ແລ້ວເອົາໃສ່ໃນຫລອດນ້ອຍໆ ສົ່ງເຂົ້າໄປບໍລິເວນທໍ່ສົ່ງໄຂ່ ເຊິ່ງເປັນບໍລິເວນທີ່ມີການປະຕິສົນທິຕາມທຳມະຊາດ, ແຕ່ວິທີນີ້ຕ້ອງເຈາະຜິວໜັງໜ້າທ້ອງເພື່ອເອົາໄຂ່ ແລະ ອະສຸຈິໃສ່ໃນທໍ່ສົ່ງໄຂ່ ຈຶ່ງບໍ່ເປັນທີ່ນິຍົມໃນປະຈຸບັນ.
– ການເຮັດຊິຟ (Zygote Intrafallopian Transfer: ZIFT) ວິທີການນີ້ຄ້າຍຄືກັບການເຮັດກິຟ, ແຕ່ຕ່າງກັນຢູ່ບ່ອນເມື່ອ ເອົາອະສຸຈິກັບໄຂ່ມາປະສົມກັນ ແລ້ວຈະເອົາໄປລ້ຽງໄວ້ໃນຫ້ອງປະຕິບັດການຈົນເກີດການປະຕິສົນທິໂຕອ່ອນໃນໄລຍະທີ່ເອີ້ນວ່າ: zygote ຈຶ່ງຄ່ອຍໃສ່ກັບເຂົ້າໄປໃນບໍລິເວນທໍ່ສົ່ງໄຂ່ ເຊິ່ງວິທີນີ້ກໍຕ້ອງເຈາະຜິວໜັງໜ້າທ້ອງຄືກັນກັບການເຮັດກິຟ ຈຶ່ງບໍ່ເປັນທີ່ນິຍົມໃນປະຈຸບັນເຊັ່ນກັນ.
– ການປະຕິສົນທິພາຍນອກຮ່າງກາຍ ຫລື ເດັກຫລອດແກ້ວ (In-vitro Fertilization: IVF) ເປັນວິທີທີ່ນິຍົມໃຊ້ໃນປະຈຸບັນ ໂດຍຈະເປັນການເກັບໄຂ່ຜ່ານທາງຊອດຄອດ ແລະ ນຳເອົາມາປະສົມກັບອະສຸຈິໃຫ້ເກີດປະຕິສົນທິກັນພາຍໃນຫ້ອງທົດລອງຈົນໄດ້ໂຕອ່ອນ ຈຶ່ງຍ້າຍໂຕອ່ອນເຂົ້າໄປໃນຜົ້ງມົດລູກຕໍ່ໄປ ເຊິ່ງວິທີນີ້ບໍ່ຈຳເປັນຕ້ອງເຈາະຜິວໜັງໜ້າທ້ອງ ແລະ ເພີ່ມໂອກາດໃນການຖືພາສູງຂຶ້ນ ໂດຍແມ່ຍິງທີ່ອາຍຸຕໍ່າກ່ວາ 38 ປີມີໂອກາດຖືພາປະມານ 30 – 50% ແລະ ໃນຄົນອາຍຸຫລາຍກ່ວາ 38 ປີຈະມີໂອກາດຖືພາຕໍ່າກ່ວາ 30%.
– ການເຮັດອິກຊີ່ (Intra – cytoplasmic Sperm Injection: ICSI) ເປັນການສັກອະສຸຈິເຂົ້າໄປໃນແຊນໄຂ່ ຖືເປັນຂັ້ນ ຕອນໜຶ່ງຂອງການເຮັດ IVF ໂດຍຈະໃຊ້ໃນກໍລະນີທີ່ຝ່າຍຊາຍມີອະສຸຈິທີ່ຄຸນນະພາບບໍ່ດີ, ບໍ່ສາມາດປະຕິສົນທິກັບໄຂ່ໄດ້. ນອກ ຈາກນີ້, ໃນກໍລະນີທີ່ຜູ້ຊາຍມີບັນຫາບໍ່ມີໂຕອະສຸຈິໃນນຳ້ເຊື້ອ ກໍມີວິທີການທີ່ຈະເອົາໂຕອະສຸຈິອອກມາຈາກລູກອັນທະ ຫລື ຫລອດອະສຸຈິ ເພື່ອເອົາມາໃຊ້ໃນຂະບວນການເຮັດອິກຊີ່ຕໍ່ໄດ້ ເຊັ່ນ : PESA (Percutaneous Epididymal Sperm Aspiration), MESA (Microsurgical Epididymal Sperm Aspiration) ຫລື TESE (Testicular Biopsy Sperm Extraction).
ທັງນີ້ ຄວາມສຳເລັດຂອງການປິ່ນປົວ ແລະ ໂອກາດໃນການຖືພາຂຶ້ນຢູ່ກັບຫລາຍປັດໄຈ ບໍ່ວ່າຈະເປັນອາຍຸ, ຄວາມຜິດປົກກະຕິ ແລະ ວິທີການທີ່ໃຊ້ ເມື່ອຄູ່ຜົວເມຍຕັດສິນໃຈເຂົ້າຮັບການປິ່ນປົວອາການມີລູກຍາກ ແພດຈະເປັນຜູ້ຮ່ວມພິຈາລະນາວ່າຄວນໃຊ້ວິທີໃດເພື່ອຊ່ວຍເພີ່ມຄວາມສຳເລັດຂອງການຖືພາ ໂດຍຄຸ້ມຄ່າກັບເວລາ, ຄ່າໃຊ້ຈ່າຍ ແລະ ຄວາມສ່ຽງຈາກການໃຊ້ຢາຕ່າງໆ. ສຸດທ້າຍການປິ່ນປົວອາການມີລູກຍາກອາດຕ້ອງໃຊ້ເວລາ ຄູ່ຜົວເມຍຄວນກຽມຮ່າງກາຍ ແລະ ຈິດໃຈໃຫ້ພ້ອມ ແລະ ຢ່າລືມໃຫ້ກຳລັງໃຈກັນ ແລະ ກັນຢ່າງສະໝໍ່ສະເໝີນຳອີກ.

