ບັງກະລາເທດ ແລະ ມຽນມາ ຕົກລົງຈະສົ່ງ ຊາວໂຣຮິງຢາໃຫ້ສຳເລັດພາຍໃນ 2 ປີ

ບັງກະລາເທດ ແລະ ມຽນມາ ຕົກລົງໃນວັນທີ 16 ມັງກອນວ່າ: ຈະດຳເນີນການສົ່ງຄືບຊາວມຸດສະລິມ ໂຣຮິງຢາ ຫລາຍແສນຄົນທີ່ໜີການກວາດລ້າງຂອງກອງທັບມຽນມາໄປບັງກະລາເທດໃຫ້ສຳເລັດພາຍໃນ 2 ປີ.
ກະຊວງຕ່າງປະເທດຂອງມຽນມາ ແລະ ບັງກະລາເທດ ກ່າວໃນຖະແຫລງການວ່າ: ບັງກະລາເທດຈະຈັດຕັ້ງຄ້າຍສຳລັບການສົ່ງຕົວຊາວໂຣຮິງຢາ 5 ແຫ່ງໃນເຂດຊາຍແດນຂອງບັງກະລາເທດ. ຄ້າຍເຫລົ່ານີ້ຈະສົ່ງຊາວໂຣຮິງຢາໄປຫາສູນຮັບຕົວ 2 ແຫ່ງໃນມຽນມາ. ຂະບວນການສົ່ງກັບຈະເລີ່ມຕົ້ນໃນວັນທີ 23 ມັງກອນ, ຂະນະທີ່ມຽນມາກ່າວວ່າ: ຈະສ້າງຄ້າຍຮັບຜູ້ອົບພະຍົບຊາວໂຣຮິງຢາທີ່ສາມາດຮັບຜູ້ອົບພະຍົບໄດ້ 30.000 ຄົນ. ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການອົງການສະຫະປະຊາຊາດ ແລະ ສຳນັກງານຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ ຫລື UNHCR ກ່າວວ່າ: ຮູ້ສຶກກັງວົນກ່ຽວກັບການບັງຄັບສົ່ງກັບປະເທດຂອງຊາວໂຣຮິງຢາຫລາຍກວ່າ 650.000 ຄົນ ທີ່ໜີໄພໄປບັງກະລາເທດຫລັງຈາກເກີດຄວາມຂັດແຍ່ງຢູ່ລັດຍະໄຂ່ ໃນເດືອນສິງຫາປີຜ່ານມາ. ທ່ານ ກູເຕີເຣສ ກ່າວວ່າ: UNHCR ບໍ່ໄດ້ກ່ຽວຂ້ອງໂດຍກົງກັບຂໍ້ຕົກລົງດັ່ງກ່າວ, ແຕ່ຖືເປັນເລື່ອງສຳຄັນທີ່ຈະໃຫ້ UNHCR ເຂົ້າມາມີສ່ວນຮ່ວມໃນປະຕິບັດການສົ່ງກັບດັ່ງກ່າວ ເພື່ອໃຫ້ແນ່ໃຈວ່າ: ປະຕິບັດການນີ້ເປັນໄປຕາມມາດຕະຖານສາກົນ.

