“ຈາກບົດຮຽນທີ່ເປັນປະໂຫຍດ ຂອງລັດທິ ທຶນນິຍົມກາຍເປັນຊັ້ນຄົນ ນາຍທຶນແດງ “

ໂດຍ: ທິດດີ

ຜ່ານມາທິດດີ ໄດ້ນຳສະເໜີ ບົດຄວາມກ່ຽວກັບ ທຶນນິຍົມມາສອງບົດແລ້ວເຊັ່ນ: “ສົ່ງເສີການລົງທຶນ ແຕ່ຢ່າໃຫ້ຕົນເອງຂາດທຶນ” ທີ່ໄດ້ວິເຄາະ – ເຈາະເລິກເລື່ອງ ນາຍທຶນຜ່ານຜ່ານບົດນິພົນທີ່ມີຊຶ່ງສຽງ ຂອງ ທ່ານ ກາກມາກ ນັກເສດຖະກິດ ທີ່ມີບົດບາດລະດັບໂລກ ຂຽນໄວ້ໃນປຶ້ມ DAS KAPITAL ຂອງເພິ່ນ ແລະ ບົດຄວາມ “ເສດຖະສາດຂອງ ມາກຍັງບໍ່ທັນພົ້ນສະໄໝ ສາມາດປະຍຸກໃຊ້ກັບ ປັດຈຸບັນ “ ປຶ້ມຂອງເພິ່ນຂຽນໄວ້ແຕ່ປີ 1867.

ປັດຈຸບັນນີ້ການສ້າງສາພັດທະນາປະເທດຕ່າງໆໃນໂລກຕ່າງກໍໝູນໃຊ້ຫຼາຍທິດສະດີເຊິ່ງໄດ້ຖອດເອົາສິ່ງທີ່ເປັນປະໂຫຍດມານຳໃຊ້, ໃນນີ້ທິດສະດີຂອງທຶນນິຍົມກໍ່ເປັນໜຶ່ງໃນແຫຼ່ງຂໍ້ມູນທີ່ມີການຄົ້ນຄວ້າ ແລະ ຖອດມານຳໃຊ້ໂດຍສະເພາະໃນປະເທດທີ່ມີການພັດທະນາສູ່ຈຸດໝາຍ ສັງຄົມນິຍົມ ໂດຍປາກົດມີເສດຖະກິດເອກະຊົນທີ່ປະສົບຜົນສຳເລັດເກີດຂຶ້ນຢ່າງຫຼວງຫຼາຍ ພວກເຂົາໄດ້ຖອດບົດຮຽນທີ່ເປັນປະໂຫຍດຈາກລັດທິທຶນນິຍົມສູ່ພາກປະຕິບັດຕົວຈິງ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດຂອງຕົນ ເຖິງແມ່ນວ່າຈະຖືກສັງຄົມເອີ້ນເຂົາວ່າ: “ຊັ້ນຄົນນາຍທຶນແດງ” ກໍຍິ່ງພູມໃຈ.

ສຳລັບທິດດີແລ້ວ ເຫັນວ່າການສຶກສາຄົ້ນຄວ້າທິດສະດີ ຫຼື ຮູບແບບການພັດທະນາການ ຂອງລະບອບທຶນນິຍົມນັ້ນ ສຳຄັນຕໍ່ການພັດທະນາ ໂດຍສະເພາະໃຂຂົງເຂດເຕັກໂນໂລຊີ; ການພັດທະນາຊັບພະຍາ ກອນມະນຸດເປັນຕົ້ນ, ນັບວ່າ ທິດດີກໍໂຊກດີສົມຊື່ ທີ່ໄດ້ມີໂອກາດສຶກສາທັງເປັນບັນນາທິການພາກພາສາລາວຂອງປຶ້ມທີ່ມີຊື່ວ່າ: “ລັດທິທຶນນິຍົມສະໄໝໃໝ່, ບົດບາດ,ຜົນກະທົບຕໍ່ວິວັດທະນາການການຂະຫຍາຍຕົວຂອງໂລກ ແລະ ການກຳນົດນະໂຍບາຍຂອງຫວຽດນາມ” ໂດຍແມ່ນສຳນັກພິມ ຊື່ເຖິດ ຂອງຫວຽດນາມເປັນຜູ້ຮັບຜິດຊອບພິມຈຳໜ່າຍ ທັງພາສາຫວຽດນາມ ແລະ ພາສາລາວ.

ສຳລັບພາສາລາວຄາດວ່າປີ 2026 ຈະມີວາງຈຳໜ່າຍໃນລາວ ໂດຍແມ່ນ ສຳນັກພິມຈຳໜ່າຍປຶ້ມແຫ່ງລັດ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວເປັນຄູ່ຮ່ວມມືຝ່າຍລາວເຮົາຮັບຜິດຊອບ ສະບັບພາສາລາວມີທັງໝົດ 510 ໜ້າ, ລວມມີ 4 ພາກໃຫຍ່ຄື: ພາກທີ I: ພື້ນຖານທິດສະດີກ່ຽວກັບລັດທິທຶນນິຍົມສະໄໝໃໝ່ ແລະ ບົດບາດຂອງລັດທິທຶນນິຍົມຕໍ່ວິວັດການຂະຫຍາຍຕົວຂອງໂລກ ເຊິ່ງພາກນີ້ຖືເປັນພາກທີ່ສຳຄັນ ລວມມີ 4 ຂໍ້ຍ່ອຍຄື: ວິທີຄົ້ນຄວ້າ ມາກຊິດ; ທັດສະນະຂອງປະທານ ໂຮ່ຈີມິງ ແລະ ພັກຄອມມູນິດຫວຽດນາມກ່ຽວກັບລັດທິທຶນນິຍົມ; ບັນດາວິທີການຄົ້ນຄວ້າອື່ນໆ ແລະ ອັນສຸດທ້າຍແມ່ນ ທິດສະດີຈຳນວນໜຶ່ງກ່ຽວກັບລັດທິທຶນນິຍົມສະໄໝໃໝ່ ແຕ່ປີ 2000 ມາເຖິງປັດຈຸບັນ.

ພາກທີ II: ສະພາບການຂະຫຍາຍຕົວຂອງລັດທິ ທຶນນິຍົມສະໄໝໃໝ່ ແຕ່ປີ 1945 ໂດຍສະເພາະແຕ່ປີ 2000ເຖິງປັດຈຸບັນ ມີຂໍ້ຍ່ອຍເຖິງ4ຂໍ້;  ພາກທີ III: ບົດບາດຂອງລັດທິທຶນນິຍົມສະໄໝໃໝ່ຕໍ່ວິວັດການພັດທະນາຂອງໂລກແຕ່ປີ1945 ໂດຍສະເພາະແຕ່ປີ 2000ເຖິງປັດຈຸບັນ ມີຂໍ້ຍ່ອຍເຖິງ 6 ຂໍ້; ພາກທີ IV: ການສະເໜີທັດສະນະ ທິດທາງກຳນົດນະໂຍບາຍໃຫ້ແກ່ຫວຽດນາມ ມີຂໍ້ຍ່ອຍຄື:

1. ທ່າອ່ຽງການພັດທະນາ, ບົດບາດ ແລະ ຜົນກະທົບຂອງລັດທິທຶນນິຍົມຕໍ່ວິວັດການຂະຫຍາຍຕົວຂອງໂລກາພິວັດປີ 2030 ວິໄສທັດ 2045.

2. ການສະເໜີວິທີສຶກສາຄົ້ນຄວ້າເພື່ອຮັບຮູ້ກ່ຽວກັບ ລັດທິທຶນນິຍົມສະໄໝໃໝ່ຕໍ່ວິວັດການຂະຫຍາຍຕົວຂອງໂລກ ແລະ ວຽດນາມ.

3. ການນຳສະເໜີທັດສະນະຂອງຫວຽດນາມໃນການພັດທະນາ ແລະ ການເຊື່ອມໂຍງສາກົນໃນໄລຍະໃໝ່.

4. ການນຳສະເໜີ ທິດທາງໃຫຍ່ເພື່ອໝູນໃຊ້ຢ່າງມີປະສິດທິຜົນ; ຫຼຸດຜ່ອນຜົນກະທົບທາງລົບໃນການເຊື່ອມໂຍງສາກົນແຕ່ນີ້ຮອດປີ2030; ວິໃສທັດ 2045 ຊຶ່ງພາກນີ້ຖືວ່າເປັນໝາກຫົວໃຈຂອງປຶ້ມເຫຼັ້ມນີ້.

ສັງລວມແລ້ວໃນປີ 2030 ແລະ 2045; ທຶນນິຍົມຈະສືບຕໍ່ມີບົດບາດສຳຄັນໃນຂະບວນວິວັດການພັດທະນາໂລກໃນຫຼາຍຂົງເຂດ, ພິເສດແມ່ນ ວິທະຍາສາດ-ເຕັກໂນໂລຊີ, ເສດຖະກິດ ແລະ ການສຶກສາ-ກໍສ້າງຊັບພະຍາກອນມະນຸດ ໂລກ,ພາກພື້ນທີ່ຫວຽດນາມເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງແລະກວ້າງຂວາງ ສືບຕໍ່ໄດ້ຮັບການແບ່ງປັນໂດຍປະເທດທຶນນິຍົມພັດທະນາ ສະນັ້ນການພັດທະນາລັດທິທຶນນິຍົມໃນໄລຍະຈະມາເຖິງຈະນຳມາໃຫ້ຫວຽດນາມທັງກາລະໂອກາດ ແລະ ສິ່ງທ້າທາຍ ເພຶ/ື່ອຍາດແຍ່ງເອົາກາລະໂອກາດດັ່ງກ່າວ, ຫວຽດນາມຕ້ອງມີທັດສະນະໃໝ່ເພື່ອຮັບຮູ້ສະພາບຄວາມເປັນຈິງຂອງລັດທິທຶນນິຍົມ, ບົດບາດ ຜົນກະທົບຂອງມັນຕໍການພັດທະນາໂລກ ມີບັນດາທິດທາງນະໂຍບາຍໃໝ່ໃນນັ້ນມີທັດສະນະອັນສຳຄັນຄື: ເບິ່ງກົງໄປກົງມາ ຈຸດແຂງ ຈຸດອ່ອນຂອງຫວຽດນາມ ໃນການຮວມມື ແລະ ແກ່ງແຍ່ງແຂ່ງຂັນກັບບັນດາປະເທດ ທຶນນິຍົມ ບົນພື້ນຖານ ສະເໜີບັນດາທິດທາງ ນະໂຍບາຍ ເພີ່ມທະວີກຳລັງແຮງຮອບດ້ານແຫ່ງຊາດ ແລະ ຍົກສູງການແກ່ງແຍ້ງແຂ່ງຂັນ ….ສະເໜີເປັນຂໍ້ຄິດ.