ອິນເດຍຫວນຄືນເປີດຖ້ຽວບິນສູ່ຈີນ ຫລັງຢຸດມາ 5 ປີ

              ທາງການອິນເດຍເປີດເຜີຍວ່າ: ອິນເດຍກັບມາເປີດຖ້ຽວບິນສູ່ຈີນອີກໃນຄືນວັນທີ 26 ຕຸລາ ພາຍຫລັງຢຸດໄປກວ່າ 5 ປີ ໂດຍກັບມາເລີ່ມໃຫ້ບໍລິການຢູ່ສະໜາມບິນນາໆຊາດເນຕາຊີ ສຸພາບ ຈັນທຣະ ໂພສໃນເມືອງໂກລກາຕາ ລັດເບັງກໍຕາເວັນຕົກ  ເຊິ່ງມີຖ້ຽມບິນມຸ້ງໜ້າໄປເມືອງກວາງໂຈ ມົນທົນກວາງຕຸງ ທາງພາກໃຕ້ຂອງຈີນ.

              ສະໜາມບິນນາໆຊາດເນຕາຊີ ລາຍງານວ່າ: ຖ້ຽວບິນດັ່ງກ່າວໝາຍເລກ 6E1703 ໃຫ້ບໍລິການໂດຍສານການບິນ IndiGo ມີຜູ້ໂດຍສານເດີນທາງ 176 ຄົນ.

              ກ່ອນໜ້ານີ້ ໃນເດືອນຕຸລາ, ທ່ານ ປີເຕີ ເອລເບີ ຜູ້ບໍລິຫານຂອງອິນດິໂກ ເປີດເຜີຍວ່າ: ການກັບມາເປີດຖ້ຽວບິນຄັ້ງນີ້ຈະຊ່ວຍໃຫ້ການເດີນທາງຂອງຜູ້ໂດຍສານ, ສິນຄ້າ ແລະ ແນວຄິດເປັນໄປຢ່າງລາບລື່ນ. ພ້ອມທັງຮັດແໜ້ນການພົວພັນລະຫວ່າງສອງປະເທດທີ່ມີປະຊາກອນຫລາຍທີ່ສຸດໃນໂລກ ແລະ ມີເສດຖະກິດເຕີບໃຫຍ່ຢ່າງວ່ອງໄວ.

              ຖ້ຽວບິນຕົງລະຫວ່າງອິນເດຍກັບຈີນເຄີຍເປີດໃຫ້ບໍລິການຈົນຮອດຕົ້ນປີ 2020 ກ່ອນຈະຢຸດໃຫ້ບໍລິການ ເນື່ອງຈາກການແຜ່ລະບາດໃຫຍ່ຂອງໂຄວິດ-19.