7 ໜ້າວຽກ ທີ່ເລຂາທິການໃຫຍ່ຊີ້ນຳຕໍ່ກອງປະຊຸມກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຊີ້ນໍາວຽກງານ ຈຳນວນໜຶ່ງ ໃນກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃນວັນທີ 24 ຕຸລາ 2025 ນີ້ວ່າ: ເພື່ອໃຫ້ຄະນະບໍລິຫານງານສູນກາງພັກ, ບັນດາສະຫາຍເລຂາຄະນະພັກ ກະຊວງ, ອົງການ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ນຳໄປຈັດຕັ້ງຜັນຂະຫາຍ ແລະ ສຸມໃສ່ຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບສູງ ມີຄື:
1. ແກ້ໄຂບັນຫາເຄັ່ງຮ້ອນ ເປັນຕົ້ນ ບັນຫາເສດຖະກິດ-ການເງິນ, ລາຄາສິນຄ້າ, ຄ່າຄອງຊີບ; ຟື້ນຟູຜົນກະທົບຈາກໄພນໍ້າຖ້ວມ ທີ່ເກີດຂຶ້ນໃນລະດູຝົນຜ່ານມາ, ປັບປຸງ-ສ້ອມແປງ ເສັ້ນທາງຫຼວງແຫ່ງຊາດ ແລະ ເສັ້ນທາງເຊື່ອມຕໍ່ຕ່າງໆ, ເນື້ອທີ່ທໍາການຜະລິດ, ຊົນລະປະທານ, ເໝືອງ-ຝາຍ, ແນວພັນເຂົ້າ, ແນວພັນພືດ ສະໜອງໃຫ້ປະຊາຊົນ ຢູ່ແຕ່ລະທ້ອງຖິ່ນ; ຊີ້ນໍາ, ຕິດຕາມ, ຊຸກຍູ້ ແລະ ໃຫ້ເປັນເຈົ້າການແກ້ໄຂ ບັນຫາດ້ານເຕັກນິກ-ວິຊາການ ເພື່ອເກັບກູ້, ມ້ຽນມັດ ຜົນຜະລິດລະດູຝົນ ແລະ ກະກຽມໃຫ້ແກ່ຂະບວນການຜະລິດ ໃນລະດູແລ້ງ; ເອົາໃຈໃສ່ປະຕິບັດນະໂຍບາຍ, ເບິ່ງແຍງ ແລະ ຟື້ນຟູ-ແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ໂດຍສະເພາະ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ, ຜູ້ມີລາຍຮັບຕໍ່າ, ຜູ້ທຸກຍາກ-ດ້ອຍໂອກາດ.
2. ຜັນຂະຫຍາຍຜົນສໍາເລັດ ຂອງກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງ, ແຂວງ, ບັນດາກະຊວງ, ອົງການ ທີ່ສໍາເລັດແລ້ວ, ທຸກວຽກງານຕ້ອງໄດ້ຮັບການສືບຕໍ່ດໍາເນີນ ຫຼື ເຄັ່ງຮ້ອນປັບປຸງໃຫ້ເຂົ້າສູ່ການປະຕິບັດໃຫ້ໄວຕໍ່ເນື່ອງ ບໍ່ໃຫ້ມີຮອຍຕໍ່, ຊ່ອງວ່າງໃດໆໃນການຊີ້ນຳ ແລະ ການບໍລິຫານວຽກງານ; ຢາກໃຫ້ເອົາໃຈໃສ່ຕື່ມ ໂດຍສະເພາະຂັ້ນແຂວງ, ຂັ້ນເມືອງ ແມ່ນ : ການປັບປຸງກົນໄກ, ລະບອບການນໍາພາຊີ້ນໍາ, ແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານພັກ, ຄະນະປະຈຳພັກ ກັບ ອົງການປົກຄອງ ເພື່ອຮັບປະກັນຄວາມຖືກຕ້ອງ, ຄ່ອງຕົວ, ໂລ່ງລ່ຽນ, ແກ້ໄຂບັນຫາໃຫ້ທັນການ, ບໍ່ຊັກຊ້າ, ບໍ່ໜິ້ງກັນ. ມອບໃຫ້ຄະນະຈັດຕັ້ງສູນກາງພັກ ສົມທົບພາກ ສ່ວນກ່ຽວຂ້ອງ ກວດກາຕື່ມ, ຖ້າຈໍາເປັນຄວນອອກນິຕິກໍາ ເພື່ອຈັດຕັ້ງປະຕິບັດ ໃຫ້ເອກະພາບກັນໃນທົ່ວປະເທດ ແລະ ໃຫ້ເປັນເອກະພາບໄປລວງດຽວກັນ.
3. ຊີ້ນໍາ, ກວດຄືນຜົນການປັບປຸງກົງຈັກການຈັດຕັ້ງ ພາຍຫຼັງຍຸບ, ໂຮມເຂົ້າກັນ ທັງສູນກາງ ແລະ ທ້ອງຖິ່ນ, ອັນໃດຍັງບໍ່ທັນຖືກທິດ, ເກະກະ, ສ້າງບັນຫາ ແມ່ນເດັດດ່ຽວແກ້ໄຂໃຫ້ຕົກ, ຮັບປະກັນກົງຈັກກະທັດຮັດ, ມີຄຸນນະພາບ ແລະ ມີປະສິດທິພາບ ໃນການຂັບເຄື່ອນການປະຕິບັດໜ້າທີ່ການເມືອງຂອງແຕ່ລະການຈັດຕັ້ງ.
4. ຊີ້ນໍາການກະກຽມຮອບດ້ານ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ບັນດາອະນຸກໍາມະການຕ່າງໆ ຂຸ້ນຂ້ຽວສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກ ຂອງຕົນ ເປັນຕົ້ນປັບປຸງບັນດາເນື້ອໃນເອກະສານຕ່າງໆ, ການກະກຽມດ້ານໂຄງປະກອບບຸກຄະລາກອນ, ເປົ້າໝາຍເຂົ້າຮ່ວມກອງປະຊຸມ, ການກະກຽມບ່ອນປະຊຸມ, ການປະດັບປະດາ, ງົບປະມານ, ການປ້ອງກັນ ແລະ ອື່ນໆ ໃຫ້ຮັບປະກັນຄວາມປອດໄພ ແລະ ຜົນສໍາເລັດຢ່າງຈົບງາມ.
5. ຊີ້ນໍາ ການກະກຽມກອງປະຊຸມຄົບຄະນະ ວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອ ດຳເນີນຊີວິດການເມືອງໝົດສະໄໝ ຂອງຄະນະບໍລິຫານງານສູນກາງພັກ ກໍຄື ບຸກຄົນກຳມະການສູນກາງພັກ ສະໄໝທີ XI ທີ່ຍັງປະຈຳການ.
6. ສືບຕໍ່ຊີ້ນໍາການກະກຽມດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ການກະກຽມດ້ານຕ່າງໆ ໃຫ້ແກ່ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V.
7. ສືບຕໍ່ຊີ້ນໍາການສະເຫຼີມສະຫຼອງວັນສໍາຄັນ ຂອງພັກ, ຂອງຊາດ ເປັນຕົ້ນແມ່ນ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ອື່ນໆ ໃຫ້ເປັນຂະບວນການກວ້າງຂວາງ, ເນື້ອໃນເລິກເຊິ່ງ, ມີບັນຍາກາດຟົດຟື້ນ, ປະຢັດ, ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ.

