ປກສ ແຂວງອຸດົມໄຊ ຈູດທໍາລາຍອາວຸດລ່າເນື້ອ 2,345 ກະບອກ ທີ່ເກັບກູ້ມາໄດ້ ແລະ ຕາປະທັບທີ່ນຳໃຊ້ບໍ່ໄດ້

ວັນທີ 24 ຕຸລາ 2025 ນີ້, ປກສ ແຂວງອຸດົມໄຊ ໄດ້ຈູດທໍາລາຍອາວຸດລ່າເນື້ອ ແລະ ຕາປະທັບທີ່ນຳໃຊ້ບໍ່ໄດ້ ໂດຍການເຂົ້າຮ່ວມຂອງ ພັທ ອາຫລົງ ເພັດສຸລີ ຄະນະພັກ ຮອງກອງບັນຊາການ ປກສ ແຂວງອຸດົມໄຊ, ພັທ ສົມໝອນ ພູມມີສຸກ ຫົວໜ້າຫ້ອງ 506 ປກສ ແຂວງ ແລະ ພາກສ່ວກ່ຽວຂ້ອງ.
ພັທ ສີທັດ ສີຄຳເຕີຍ ຮອງຫົວໜ້າຫ້ອງ 506 ໄດ້ລາຍງານວ່າ: ປີ 2024 ເຖິງປັດຈຸບັນ ຄະນະຮັບຜິດ ຊອບພວກເຮົາສາມາດເກັບກູ້ ຖ້ອນໂຮມອາວຸດເສີກ, ອາວຸດລ່າເນື້ອ, ວັດຖຸລະເບີດ ແລະ ຕາປະທັບທີ່ໃຊ້ການບໍ່ໄດ້ ເຊີ່ງປະກອບມີ:
ອາວຸດປືນເສີກ 117 ກະບອກ, ປືນສັ້ນ 68 ກະບອກ, ປືນຍາວ 49 ກະບອກ, ປືນເສິກໄດ້ຈາກຂອງກາງຄະດີ 75 ກະບອກ, ປືນສັ້ນ 29 ກະບອກ, ປືນຍາວ 46 ກະບອກ, ປືນລ່າເນື້ອ 2,345 ກະບອກ, ລະເບີດ 36 ໜ່ວຍ, ໝາກຟ້າ (ບົກຟ້າ) ຈໍານວນ 400 ລອດ, ຕາປະທັບທີ່ໃຊ້ການບໍ່ໄດ້ 759 ໜ່ວຍ.
ສໍາລັບ ເຄື່ອງທີ່ນຳມາທຳລາຍໃນຄັ້ງນີ້ ມີ ອາວຸດປືນລ່າເນື້ອ 2,345 ກະບອກ ແລະ ຕາປະທັບທີ່ໃຊ້ການບໍ່ໄດ້ 759 ໜ່ວຍ.
ທີ່ມາ: ຂ່າວປກສ ແຂວງອຸດົມໄຊ

