ນັກຮ້ອງຊື່ດັງ ຂອງຫວຽດນາມ ເລືອງ ບັງ ກວາງ ຜົວຂອງດີເຈເງິນ 98 ຖືກດຳເນີນຄະດີ ໃນຂໍ້ຫາພະຍາຍາມໃຫ້ສິນບົນ
ສຳນັກຂ່າວ Vietnamnet.vn ຂອງຫວຽດນາມລາຍງານ ວັນທີ 23 ຕຸລາ 2025 ວ່າ: ອົງການສືບສວນສອບສວນ ນະຄອນໂຮ່ຈີມິນ ໄດ້ອອກຄຳສັ່ງດຳເນີນຄະດີ ແລະ ຈັບກຸມ-ຄຸມຂັງຊົ່ວຄາວ ຕໍ່ນັກຮ້ອງ-ນັກແຕ່ງເພງຊື່ດັງ ເລືອງ ບັງ ກວາງ ຜົວຂອງ ດີເຈເງິນ 98 ໃນຂໍ້ຫາ ໃຫ້ສິນບົນ ພ້ອມກັນນີ້, ກໍໄດ້ດຳເນີນຄະດີເພີ່ມຕື່ມຕໍ່ ດີເຈເງິນ 98 ອີກ 1 ຂໍ້ຫາດຽວກັນ.
ການດຳເນີນຄະດີຄັ້ງນີ້ແມ່ນການຂະຫຍາຍຜົນມາຈາກຄະດີ ທີ່ ດີເຈເງິນ 98 ຜະລິດ ແລະ ຂາຍອາຫານເສີມປອມ. ຈາກຄະດີດັ່ງກ່າວ ທ້າວ ເລືອງ ບັງ ກວາງ ແລະ ດີເຈເງິນ 98 ຖືກກ່າວຫາວ່າໄດ້ນຳໃຊ້ເງິນ 8 ຕື້ດົງ ເພື່ອແລກກັບການບໍ່ຖືກດຳເນີນຄະດີ ຫລື ຫລຸດໂທດໃນຄະດີຜະລິດສິນຄ້າປອມທີ່ ດີເຈເງິນ 98 ຖືກສັ່ງຟ້ອງໄປກ່ອນໜ້ານີ້.
ອົງການສືບສວນສອບສວນຂອງຫວຽດນາມໄດ້ດຳເນີນຄະດີຕໍ່ ນັກຮ້ອງຊື່ດັ່ງ ເລືອງ ບັງ ກວາງ ຜົວຂອງ ດີເຈເງິນ 98 ຖືກເຈົ້າໜ້າທີ່ປະຕິບັດຄຳສັ່ງຈັບກຸມ ແລະ ຄຸມຂັງຊົ່ວຄາວ ສ່ວນ ດີເຈເງິນ 98 ຖືກສັ່ງຟ້ອງເພີ່ມອີກ 1 ຂໍ້ຫາ ຈາກຂໍ້ຫາ “ຜະລິດສິນຄ້າປອມແລະຂາຍສິນຄ້າປອມ” ກາຍເປັນມີຄວາມຜິດສອງຂໍ້ຫາຄື: ຜະລິດແລະຂາຍສິນຄ້າປອມ ແລະ ໃຫ້ສິນບົນ.
ອີງຕາມການວິເຄາະຂອງທະນາຍຄວາມ ການໃຫ້ສິນບົນທີ່ມີມູນຄ່າ 8 ຕື້ດົ່ງ ເຊິ່ງຫລາຍກວ່າ 1 ຕື້ດົງ ຖືເປັນຄວາມຜິດທີ່ຮ້າຍແຮງຕາມກົດໝາຍອາຍາຂອງຫວຽດນາມ ທ້າວ ເລືອງ ບັງ ກວາງ ແລະ ດີເຈເງິນ 98 ອາດຈະຖືກໂທດຈຳຄຸກແຕ່ 12 ປີ ຫາ 20 ປີ.
ປັດຈຸບັນ, ອົງການສືບສວນສອບສວນຍັງສືບຕໍ່ຂະຫຍາຍຜົນຄະດີດັ່ງກ່າວ ແລະ ດຳເນີນການຕາມຂັ້ນຕອນຂອງກົດໝາຍ.

