ມາເລເຊຍ-ຫວຽດນາມ-ສິງກະໂປ ເຊັນໂຄງການຜະລິດໄຟຟ້າພະລັງງານລົມ ຄາດວ່າໄລຍະທໍາອິດຈະສໍາເລັດປີ 2034
ໂຄງການຜະລິດໄຟຟ້າພະລັງງານລົມນອກຝັ່ງຂະໜາດ 2,000 ເມກາວັດ ທີ່ເຊື່ອມລະຫວ່າງຫວຽດນາມ, ມາເລເຊຍ ແລະ ສິງກະໂປນັ້ນຄາດວ່າ ໄລຍະທໍາອິດຈະສໍາເລັດພາຍໃນປີ 2034 ແລະ ເມື່ອສໍາເລັດແລ້ວ ຈະມີໄຟຟ້າ 700 ເມກາວັດ ສໍາລັບນໍາໃຊ້ພາຍໃນມາເລເຊຍ. ຂະນະທີ່ອີກ 1,300 ເມກາວັດ ຈະສົ່ງອອກໄປສິງກະໂປ.
ທ່ານ ຟາດິວລະ ຢູເຊບ ລັດຖະມົນຕີວ່າການກະຊວງພະລັງງານຂອງມາເລເຊຍ ເປີດເຜີຍວ່າ: ສໍາລັບໄລຍະທີສອງຂອງໂຄງການຈະເປັນການຂະຫຍາຍສາຍສົ່ງໄຟຟ້າຈາກຫວຽດນາມໄປຄາບສະໝຸດມາເລເຊຍ ຜ່ານເສັ້ນທາງທາງບົກທີ່ຜ່ານກໍາປູເຈຍ, ລາວ ແລະ ໄທ.
ທັງນີ້, ທ່ານ ຟາດິວລະ ກ່າວວ່າ: ການດໍາເນີນໂຄງການໃນໄລຍະທີສອງນັ້ນຈະຂຶ້ນຢູ່ກັບຄວາມຕ້ອງການພະລັງງານ ແລະ ການປະເມີນທາງເສດຖະກິດ ຫລັງຈາກໄລຍະທໍາອິດສໍາເລັດສົມບູນແລ້ວ.

