ຍີ່ປຸ່ນ ຊ່ວຍເຫລືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ວັນທີ 20 ຕຸລາ 2025 ທີ່ນະຄອນຫລວງວຽງຈັນ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະສານແລກປ່ຽນການຊ່ວຍເຫລືອລ້າໃນໂຄງການ “ພັດທະນາທ້ອງຖິ່ນ ຜ່ານການການແກ້ໄຂບັນຫາ ລະເບີດ ບໍ່ທັນແຕກ ຢູ່ພາກໃຕ້ຂອງ ສປປ ລາວ (ໄລຍະ 3) (The Project for the Regional Development through Acceleration of the Clearance of Unexploded Ordnance in the Southern Region Phase III)” ໂດຍການລົງນາມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງຍີ່ປຸ່ນ ປະຈຳລາວ ໂດຍລັດຖະບານຍີ່ປຸ່ນ ສະໜອງການຊ່ວຍເຫຼືອລ້າເປັນມູນຄ່າ ຫົກຮ້ອຍເຈັດສິບສາມລ້ານເຢນ (¥673,000,000 JPY) ຫລື 4,5 ລ້ານໂດລາສະຫະລັດ (USD $4,5 million) ໃຫ້ແກ່ ສປປ ລາວ ເພື່ອສຸມໃສ່ການພັດທະນາ ຄວາມສາມາດຂອງໂຄງການ ເກັບກູ້ລະເບີດ ເເຫ່ງຊາດຢູ່ພາກໃຕ້ຂອງລາວ.

ການຊ່ວຍເຫລືອຄັ້ງນີ້, ເປັນການຊ່ວຍເຫລືອຂອງໄລຍະທີສາມ ວຽກງານເກັບກູ້ລະເບີດບໍ່ທັນແຕກ (ລບຕ) ໃນ 3 ແຂວງພາກໃຕ້ ຄື: ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ເປົ້າໝາຍຕົ້ນຕໍຂອງໂຄງການ ແມ່ນການສະໜັບສະໜູນໂດຍກົງໃຫ້ແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ຮັບປະກັນການສ້າງ ຂີດຄວາມສາມາດ ແລະ ການສະໜອງອຸປະກອນທີ່ຈໍາເປັນສໍາລັບການດໍາເນີນງານສໍາຫລວດ ກວດກູ້ລະເບີດທີ່ຍັງຕົກຄ້າງ ໃນໄລຍະຍາວມີຄວາມຍືນຍົງ ແລະ ມີປະສິດທິພາບ ລວມທັງ ພາຫະນະຂົນສົ່ງໜັກ ແລະ ເບົາ ອຸປະກອນໄອທີ ແທັບເລັດດິຈິຕອນ ເພື່ອປັບປຸງການຄຸ້ມຄອງຂໍ້ມູນ ແລະ ການລາຍງານໃນ ພາກສະໜາມ ລວມທັງຄ່າໃຊ້ຈ່າຍສໍາລັບກິດຈະກໍາ ເພື່ອຮັບປະກັນການນໍາໃຊ້ທຶນທີ່ມີຄວາມຈະແຈ້ງ ແລະ ຄວາມໂປ່ງໃສໃນລະດັບສູງສຸດ.

ໂຄງການໄລຍະ 3 ມີຄວາມໝາຍຄວາມສໍາຄັນຕໍ່ກັບ ສປປ ລາວ ໂດຍສະເພາະ ແມ່ນການບັນລຸ ຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຫຼື SDG 18 ຊີວິດປອດໄພຈາກ ລບຕ ປັດຈຸບັນ ບັນຫາຂອງ ລບຕ ເປັນອຸປະສັກອັນຕົ້ນຕໍຕໍ່ການພັດທະນາເສດຖະກິດ-ສັງຄົມ ທັງເປັນການກີດຂວາງການຜະລິດກະສິກໍາ ໂຄງການພັດທະນາພື້ນຖານໂຄງລ່າງ ການດໍາລົງຊີວິດ ໂດຍລວມຂອງຊຸມຊົນໃນເຂດຊົນນະບົດ ລັດຖະບານ ສປປ ລາວ ໄດ້ສືບຕໍ່ໃຫ້ບຸລິມະສິດແກ່ການ ກໍາຈັດ ອຸປະສັກນີ້ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ18 ເຊິ່ງເປັນເປົ້າໝາຍສະເພາະຂອງລາວ.

ໂອກາດນີ້ ທ່ານ ອານຸພາບ ວົງໜໍ່ແກ້ວ ໃນນາມຮອງປະທານຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັກແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ກ່າວສະແດງຄວາມຂອບໃຈ ຢ່າງສຸດຊຶ້ງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ສຳລັບການຊ່ວຍເຫຼືອຢ່າງຕໍ່ເນື່ອງໃນການແກ້ໄຂບັນຫາ ລບຕ.

ທ່ານ ໂຄອິຊຸມິ ກໍໄດ້ເນັ້ນວ່າ: ຍີ່ປຸ່ນມີຄໍາໝັ້ນສັນຍາ ທີ່ຈະສະໜັບສະໜູນ ເປົ້າໝາຍ ແຫ່ງຊາດທີ່ສໍາຄັນນີ້ ວຽກງານເກັບກູ້ ລບຕ ແມ່ນມີຄວາມສໍາຄັນ ຈໍາເປັນ ໃນການຊ່ວຍເຫຼືອທາງດ້ານ ມະນຸດສະທໍາ ມັນແມ່ນເງື່ອນໄຂພື້ນຖານສໍາລັບການພັດທະນາແບບຍືນຍົງ ລັດຖະບານຍີ່ປຸ່ນສືບຕໍ່ການ ເປັນຄູ່ຮ່ວມ ຍຸດທະສາດກັບ ສປປ ລາວ ຕໍ່ກັບວຽກງານ ລບຕ ປະກອບສ່ວນໃຫ້ມີການເຕີບໂຕທາງດ້ານ ເສດຖະກິດ-ສັງຄົມ ແລະ ສ້າງອະນາຄົດ ທີ່ປອດໄພກວ່າເກົ່າ.

ທີ່ມາ: ໜັງສືພິມວຽງຈັນໃໝ່