ປະທານປະເທດ ເນັ້ນໜັກໃຫ້ຜູ້ແທນນັກຮົບເກົ່າທົ່ວປະເທດ ເອົາໃຈໃສ່ຫລາຍບັນຫາ

ເວລາໂອ້ລົມ ຕໍ່ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດຄັ້ງທີ V ໃນວັນທີ 16 ຕຸລາ 2025, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ມີບາງຄໍາເຫັນວ່າ: ສະເໜີໃຫ້ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຕ່ລະຂັ້ນ ເອົາໃຈໃສ່ຜັນຂະຫຍາຍໜ້າທີ່ລວມຂອງພັກ, ຂອງລັດ ແລະ ຂອງອົງການສະຫະພັນນັກຮົບເກົ່າພວກເຮົາ ເພື່ອເປັນແຜນການເຄື່ອນໄຫວຂອງຕົນ ໃຫ້ແທດເໝາະກັບສະພາບຕົວຈິງ ພ້ອມທັງເປັນເຈົ້າການຈັດຕັ້ງປະຕິບັດ ໃຫ້ເປັນຂະບວນຟົດຟື້ນ ຢ່າງກວ້າງຂວາງ ໃນທຸກຂົງເຂດວຽກງານ ແລະ ໃຫ້ເກີດມີໝາກຜົນຕົວຈິງເປັນຕົ້ນແມ່ນ:

  • ເອົາໃຈໃສ່ ນຳພາ-ຊີ້ນໍາ ນັກຮົບເກົ່າ ເພີ່ມທະວີຄວາມສາມັກຄີຮັກແພງ ລະຫວ່າງ ນັກຮົບເກົ່າດ້ວຍກັນ, ສາມັກຄີຮັກແພງກັບທຸກໆຊັ້ນຄົນໃນສັງຄົມ ແລະ ເປັນກໍາລັງແຮງ ສັງລວມຂອງພັກ ຂອງລັດ ແລະ ຂອງຊາດ ຊຶ່ງບັນດາສະຫາຍ ລ້ວນແລ້ວແຕ່ແມ່ນຜູ້ມີປະສົບການ ໃນການຕໍ່ສູ້ປົດປ່ອຍຊາດ ກໍຄືໃນການສ້າງສາພັດທະນາປະເທດຊາດ ບົດຮຽນນີ້ ຕ້ອງໄດ້ຖ່າຍທອດໃຫ້ລູກຫຼານເຮົາໃຫ້ຫຼາຍກວ່າເກົ່າ ແລະ ເຮັດໃຫ້ດີຂຶ້ນຕື່ມ
  • ໃຫ້ສືບຕໍ່ປັບປຸງຍົກລະດັບຖັນແຖວພະນັກງານນັກຮົບເກົ່າຕື່ມອີກ ເຮັດໃຫ້ນັກຮົບເກົ່າ ໄດ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກເປັນປົກກະຕິ, ຮູ້ ແລະ ມີສະຕິເຄົາລົບລັດຖະທໍາມະນູນ, ກົດໝາຍ, ຍົກສູງຈິດໃຈເອກະລາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ພ້ອມກັນທົບທວນຄືນມູນເຊື້ອຂອງພັກ, ມູນເຊື້ອວັດທະນະທໍາ, ປະເພນີອັນດີງາມຂອງຊາດ, ຂອງນັກຮົບເກົ່າ ແລະ ຂອງປະຊາຊົນບັນດາເຜົ່າ
  • ຫັນເອົາການເຄື່ອນໄຫວຂອງຕົນ ລົງສູ່ມະຫາຊົນຢູ່ຮາກຖານບ່ອນທີ່ ມີນັກຮົບເກົ່າດໍາລົງຊີວິດຢູ່ຕົວຈິງ ເຮັດໃຫ້ການສ້າງຮາກຖານ ຕິດພັນກັບການຜະລິດ, ແກ້ໄຂຊີວິດການເປັນຢູ່ຂອງນັກຮົບເກົ່າ, ຕິດພັນກັບການປົກປ້ອງຜົນປະໂຫຍດຕົວຈິງຂອງເຂົາເຈົ້າ ມີຄວາມຮັບຜິດຊອບຕໍ່ການພັດທະນາຕົນເອງ ແລະ ໃຫ້ມີລາຍຮັບເພີ່ມຂຶ້ນ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ
  • ບັນດາກະຊວງ-ອົງການ ໂດຍສະເພາະກໍແມ່ນກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຈົ່ງສືບຕໍ່ໃຫ້ການອູ້ມຊູຊ່ວຍເຫຼືອ ແລະ ເອົາໃຈໃສ່ໃນການເບິ່ງແຍງຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈ, ໃຫ້ໃກ້ຊິດຕິດແທດ ສະຫະພັນນັກຮົບເກົ່າລາວ ເພື່ອໃຫ້ອົງການຈັດຕັ້ງດັ່ງກ່າວ ມີຄວາມໜັກແໜ້ນ, ເຂັ້ມແຂງ ຍິ່ງໆຂຶ້ນ
  • ເປັນເຈົ້າການປະຕິບັດແນວທາງການພົວພັນຮ່ວມມືກັບສະມາຄົມນັກຮົບເກົ່າປະເທດເພື່ອນມິດ ຕາມແນວທາງການຕ່າງປະເທດຂອງພັກ ເພື່ອຍາດແຍ່ງເອົາບົດຮຽນ, ປະສົບການໃນການຊີ້ນໍາ-ນໍາພາ ແລະ ຍາດແຍ່ງເອົາການຊ່ວຍເຫລືອຕາມຄວາມເໝາະສົມ, ດຶງດູດເອົາການຮ່ວມມືລົງທຶນໃນຂະແໜງການຕ່າງໆຕາມເງື່ອນໄຂທີ່ພວກເຮົາມີ ໂດຍຕ່າງຝ່າຍຕ່າງມີຜົນປະໂຫຍດ ບົນພື້ນຖານແນວທາງນະໂຍບາຍ, ລະບຽບຫຼັກການທີ່ວາງໄວ້
  • ເອົາໃຈໃສ່ເບິ່ງຄືນການເຄື່ອນໄຫວຂອງຕົນເອງໃນໄລຍະຜ່ານມາ ເພື່ອເຮັດແນວໃດໃຫ້ຖືກຕ້ອງສອດຄ່ອງ ຕາມພາລະບົດບາດສິດ ແລະ ຂອບເຂດໜ້າທີ່ຂອງຕົນ, ເບິ່ງຄືນທຸກໆເນື້ອໃນຂອງການເຄື່ອນໄຫວ ແລະ ແບບແຜນວິທີເຮັດວຽກຂອງ ສະຫະພັນນັກຮົບເກົ່າທຸກຂັ້ນ, ເອົາໃຈໃສ່ ແລະ ລົງເລິກເຂົ້າວຽກງານການປັບປຸງການຈັດຕັ້ງເປັນຫຼັກ, ແບບແຜນວິທີເຮັດວຽກ ເພື່ອໃຫ້ສະຫະພັນນັກຮົບເກົ່າແຕ່ລະຂັ້ນ ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສາມາດເປັນຫຼັກແຫຼ່ງ ແລະ ເຮັດໃຫ້ຂະບວນການນັກຮົບເກົ່າ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ
  • ສືບຕໍ່ຊີ້ນໍາ, ປະສານສົມທົບ ແລະ ສ້າງເງື່ອນໄຂໃຫ້ການຈັດຕັ້ງນັກຮົບເກົ່າ ທຸກຂັ້ນ ໄດ້ເຄື່ອນໄຫວຕາມພາລະບົດບາດໄດ້ດີກວ່າເກົ່າ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ພັກ ແລະ ລັດຖະບານ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເຊື່ອໝັ້ນຢ່າງໜັກແໜ້ນຕໍ່ ນັກຮົບເກົ່າ ຫວັງວ່າສະຫະພັນນັກຮົບເກົ່າທຸກຂັ້ນ ກໍຄືນັກຮົບເກົ່າທຸກສະຫາຍ ຈະເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດ ແລະ ກ້າແກ່ນຂອງຊາດພວກເຮົາ ເດັດດ່ຽວເດີນຕາມເສັ້ນທາງ ແລະ ການນໍາພາຂອງພັກ ບໍ່ຫວັ່ນໄຫວຄອນແຄນຕໍ່ສິ່ງທ້າທາຍທົດສອບ ແລະ ຄວາມຫຍຸ້ງຍາກໃດ; ປະກອບສ່ວນຢ່າງສົມກຽດ ເຂົ້າໃນການຈັດຕັ້ງປະຕິບັດແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ເພື່ອເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສີວິໄລ ແລະ ຍຸຕິທຳ;

ມາໃນເງື່ອນໄຂໃໝ່ນີ້, ບັນດາສະຫາຍນັກຮົບເກົ່າ ຍັງຮັກສາໄວ້ໄດ້ມູນເຊື້ອ ແລະ ກຽດສັກສີອັນສູງສົ່ງຂອງຕົນ, ອັນນີ້ແມ່ນປະເສີດ ແລະ ມີຄວາມໝາຍສໍາຄັນຫຼາຍ ແລະ ຈະຍັງຕ້ອງສືບຕໍ່ ຍົກສູງຄັນທຸງອັນນີ້ຕໍ່ໄປ, ເພື່ອໃຫ້ເປັນເສົາຄໍ້າ ແລະ ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ຮຸ່ນລູກ ຮຸ່ນຫຼານເພື່ອໃຫ້ລູກຫຼານ ເຮົາໄດ້ຮໍ່າຮຽນ, ສືບທອດ ແລະ ສືບຕໍ່ພາລະກິດຂອງພັກ, ຂອງຊາດ, ສ້າງປະເທດຊາດ ໃຫ້ຈະເລີນສີວິໄລ ແລະ ເຊື່ອໝັ້ນວ່າ ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າລາວ ສະໄໝທີ V ນີ້ ຈະສືບຕໍ່ມູນເຊື້ອຄວາມສາມັກຄີ ຮັກແພງ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ພ້ອມກັນສ້າງຕົນເອງ ເພື່ອນໍາພາວຽກງານນັກຮົບເກົ່າໃຫ້ມີການພັດທະນາຮອບດ້ານ ໄປພ້ອມໆກັບການພັດທະນາລວມຂອງປະເທດຊາດ.