17 ຂໍ້ຫ້າມງານບຸນນະມັດສະການພຣະທາດຫລວງ ປະຈຳປີ 2025 ຖ້າລະເມີດປັບໃໝ 500,000 ກີບ ຫາ 10,000,000 ກີບ
ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫລວງວຽງຈັນ ລາຍງານວັນທີ 15 ຕຸລາ 2025 ນີ້ວ່າ: ອີງຕາມ ກົດລະບຽບວ່າດ້ວຍການຄຸ້ມຄອງ ງານບຸນນະມັດສະການພຣະທາດຫລວງ ວາງສະແດງສິນຄ້າ ພສ 2568 ແຕ່ວັນທີ 1-5 ພະຈິກ ປະຈໍາປີ 2025 ສະບັບເລກທີ 593/ຈນວ, ລົງວັນທີ 9 ຕຸລາ 2025 ຂອງເຈົ້າຄອງນະຄອນຫລວງວຽງຈັນ ມີຂໍ້ຫ້າມດັ່ງນີ້:
- ຫ້າມຂາຍ ແລະ ນໍາເອົາສິ່ງເສບຕິດ, ດື່ມສິ່ງມືນເມົາ, ຫລິ້ນການພະນັນ ແລະ ອາລະວາດຕີກັນ, ອາວຸດ, ມີດ, ງ້າວ, ໜ້າ, ກະຖຸນ, ສາຍແອວຫົວໃຫຍ່ ແລະ ສະໜັບມື, ສິ່ງຂອງລອກຮຽນແບບ, ສິນຄ້າລາມົກອະນາຈານ ແລະ ສິນຄ້າທີ່ຜິດກົດໝາຍ ເຂົ້າມາໃນງານ ແລະ ວາງຂາຍພາຍໃນງານບຸນ ຢ່າງເດັດຂາດ
- ຫ້າມໂຄສະນາ ຂາຍສິນຄ້າເກີນຄວາມເປັນຈິງ, ບໍ່ອະນຸຍາດນຸ່ງເຄື່ອງລາມົກອະນາຈານ ເຂົ້າໃນງານບຸນ.
- ຫ້າມເທສິນຄ້າຂາຍຊະຊາຍລົງພື້ນ, ປູຂາຍລົງພື້ນຢູ່ຕໍ່ບູດຂອງຕົນ, ວາງສິນຄ້າອອກມານອກຮ້ານ ແລະ ຊື້ຂາຍສິນຄ້າເປັນເງິນຕາຕ່າງປະເທດ ເດັດຂາດ
- ຫ້າມບຸກຄົນ, ນິຕິບຸກຄົນ, ວັດ, ສຳນັກງານ, ອົງການປົກຄອງບ້ານ ວາງສິ່ງກີດຂວາງການຈັດສັນ ສະຖານທີ່ວາງສະແດງ-ຂາຍສິນຄ້າ ຂອງຄະນະກຳມະການຈັດງານບຸນ
- ສໍາລັບນັກສະແດງສິລະປະ ຜູ້ທີ່ຢູ່ໃນງານແຕ່ລະຈຸດ ຕ້ອງແຕ່ງກາຍ ແລະ ນຸ່ງເຄື່ອງສຸພາບຮຽບຮ້ອຍ ໃຫ້ຖືກຕ້ອງຕາມຮີດຄອງປະເພນີອັນດີງາມ ຂອງລາວ
- ຫ້າມຫົ່ມຜ້າອ້ອມອົງພຣະທາດຫລວງ ເດັດຂາດ
- ຫ້າມເຮັດກິດຈະກຳທາງສາສະໜາ ຫລື ກິດຈະກຳໃດໜຶ່ງ ທີ່ບໍ່ສອດຄ່ອງກັບຮີດຄອງປະເພນີ ທີ່ເຄີຍປະຕິບັດມາ ຢູ່ບໍລິເວນເດີ່ນພຣະທາດຫລວງ ແລະ ໃນກົມມະລຽນພຣະທາດຫລວງເດັດຂາດ
- ຫ້າມເພດຍິງນຸ່ງໂສ້ງ, ກະໂປງ ຫລື ສະເກິດ (ຕ້ອງນຸ່ງສິ້ນທຸກຄັ້ງທີ່ເຂົ້າໃນກົມມະລຽນພຣະທາດຫລວງ), ສໍາລັບເພດຊາຍ ຫ້າມນຸ່ງໂສ້ງຂາສັ້ນເກີນເທິງຫົວເຂົ້າ, ຫ້າມນຸ່ງສິ້ນ (ຕ້ອງນຸ່ງໂສ້ງຂາຍາວ ຫລື ຜ້າສະໂຫລງ
- ຫ້າມໄຕ້ທຽນໃສ່ຕີນພຣະທາດຫລວງ, ຕາມລະບຽງກົມມະລຽນ ຫລື ສິ່ງກໍ່ສ້າງອື່ນໆ (ໄຕ້ໄດ້ ສະເພາະຮາງເຫລັກທີ່ຈັດສັນໄວ້)
- ຂະບວນການແຫ່ຜາສາດເຜິ້ງ ຕ້ອງໄດ້ລົງທະບຽນນໍາອົງການແນວລາວສ້າງຊາດນະຄອນຫລວງ ຈຶ່ງມີສິດແຫ່ເຂົ້າໄປພາຍໃນກົມມະລຽນພຣະທາດຫຼວງໄດ້; ຮູບແບບຜະສາດເຜິ້ງ ຖືກຕ້ອງຕາມປະເພນີ ແລະ ຫ້າມນໍາເອົາສິ່ງປະດິດທີ່ບໍ່ແມ່ນຜະສາດເຜິ້ງເຂົ້າມາໃນງານບຸນ ເດັດຂາດ
- ຫ້າມພຣະສົງ, ແມ່ຊີ-ແມ່ຂາວ-ພໍ່ຂາວ ນໍາເອົາຝ້າຍມັດແຂນເຄື່ອງສັກກາລະບູຊາອື່ນ ມາວາງເຮັດກິດຈະກຳທາງພິທີທາງສາສະໜາ ຢູ່ອ້ອມຮອບຂອບເຂດຮົ້ວ, ດ້ານໜ້າທາງເຂົ້າກົມມະລຽນ ເດັດຂາດ
- ຫ້າມສວຍໂອກາດຂຶ້ນລາຄາຄ່າເຊົ່າຫ້ອງ, ຄ່າບໍລິການຕາມລໍາພັງໃຈ, ການເປັນນາຍໜ້າຈັບຈ່ອງ ຫ້ອງຂາຍສິນຄ້າ ແລະ ບໍລິການ ເພື່ອເກງກຳໄລ ເດັດຂາດ
- ຫ້າມນໍາເອົາເຄື່ອງສຽງ ຂະໜາດໃຫຍ່ ທີ່ມີຄວາມດັງເກີນ 85 ດີຊີເບວ ເຂົ້າມານໍາໃຊ້ ໂດຍບໍ່ມີໃບອະນຸຍາດ, ຖ້າພົບເຫັນຈະຖືກປັບໃໝ ເຄື່ອງລະ 10,000,000 ກີບ
- ກິດຈະກຳທາງດ້ານວັດທະນະທຳ-ການທ່ອງທ່ຽວ ເຊັ່ນ: ຂາຍອາຫານ-ເຄື່ອງດື່ມ ທີ່ມີດົນຕີ, ເຄື່ອງສຽງຢູ່ຂອບເຂດບໍລິເວນງານບຸນ ຕ້ອງໄດ້ມາຂໍອະນຸຍາດ ນໍາພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ອະນຸກຳມະການຄຸ້ມຄອງວັດທະນະທຳ)
- ຫ້າມບໍ່ໃຫ້ນໍາເອົາຄົນຕ່າງປະເທດ ມາໂຄສະນາສິນຄ້າ ຢູ່ບັນດາຮ້ານຄ້າ, ບູດວາງສະແດງສິນຄ້າ ແລະ ເວທີ ອື່ນໆ. ຍົກເວັ້ນ ບັນດານະຄອນປະເທດເພື່ອນມິດ ທີ່ຖືກເຊີນເຂົ້າຮ່ວມ
- ບັນດາຮ້ານຄ້າຂາຍ, ຈຳໜ່າຍ ແລະ ໂຄສະນາສິນຄ້າ ທຸກປະເພດ ໃນຂອບເຂດບໍລິເວນງານບຸນພຣະທາດຫລວງ ຫ້າມແຈກແຜນພັບ, ໂຄສະນາສິນຄ້າ ແລະ ສ້າງສິ່ງເສດເຫລືອ-ຂີ້ເຫຍື້ອ ຊະຊາຍ
- ຫ້າມເປີດຮ້ານ, ບູດວາງສະແດງສິນຄ້າ ໃນຂອບເຂດເດີ່ນສະໜາມຫລວງ, ພຣະທາດຫລວງ ບໍລິເວນອ້ອມຮອບ ກາຍເວລາ 23:00 ໂມງ ເດັດຂາດ.
- ບຸກຄົນ, ນິຕິບຸກຄົນ ຫຼື ພາກສ່ວນໃດໜຶ່ງທີ່ຝ່າຝືນກົດລະບຽບສະບັບນີ້ ແລະ ຂໍ້ກຳນົດຕ່າງໆທີ່ໄດ້ວາງອອກ ຈະໄດ້ຖືກກ່າວເຕືອນສຶກສາອົບຮົມ (ກໍລະນີສະຖານເບົາ), ປັບໃໝ ແລະ ປະຕິບັດວິໄນຕາມ ສະຖານໜັກ ຫຼື ເບົາ ຂອງຄວາມຜິດ ແລະ ຕາມລະບຽບກົດໝາຍ ຂອງລັດ, ໃນກໍລະນີມີການລະເມີດກົດ ລະບຽບ, ຂໍ້ກຳນົດຮ້າຍແຮງ ແມ່ນຈະບໍ່ມີການກ່າວເຕືອນ ເຈົ້າໜ້າທີ່ ສາມາດເຂົ້າຈັດຕັ້ງປະຕິບັດໄດ້ເລີຍ.
- ທຸກຄົນຕ້ອງເປັນເຈົ້າການເຮັດວຽກງານປ້ອງກັນຄວາມສະຫງົບສຸກ, ນັບຖືກົດລະບຽບສະບັບນີ້ ຢ່າງເຂັ້ມງວດ ຖ້າຜູ້ໃດລະເມີດຂໍ້ຫ້າມໃດໜຶ່ງແມ່ນຈະຖືກປັບໃໝແຕ່ 500,000 ກີບ ຫາ 10,000,000 ກີບ ແລ້ວແຕ່ກໍລະນີໜັກ-ເບົາ ຫລື ກັກຕົວສືບສວນ ຕາມສະຖານຄວາມຜິດ

