ຮອງລັດຖະມົນຕີກະຊວງ ປກສ ຕິດຕາມການຝຶກຊ້ອມສວນສະໜາມ

ວັນທີ 10 ຕຸລາ ຜ່ານມານີ້  ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ຄະນະກໍາມະການສວນສະໜາມລະດັບຊາດ ພ້ອມຄະນະ ໄດ້ລົງຕິດຕາມການຝຶກຊ້ອມເດີນສວນສະໜາມຂອງກ້ອນກຳລັງ ປກສ ໃນການກະກຽມຄວາມພ້ອມເພື່ອຮັບໃຊ້ງານສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີຢູ່ວິທະຍາ ຄານສັນຕິບານປະຊາຊົນໃນ ມີຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ກອງບັນຊາການ, ວິທະຍາຄານຄູຝຶກ ແລະ ນັກສຶກສາເຂົ້າຮ່ວມ.

ການຝຶກຊ້ອມສວນສະໜາມກ້ອນກຳລັງ ປກສ ໃນຄັ້ງນີ້, ເພື່ອຮັບປະກັນຄວາມພ້ອມໃຫ້ແກ່ການເດີນສວນສະໜາມຮັບໃຊ້ງານສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ( 2 ທັນວາ 1975-2 ທັນວາ 2025) ທີ່ຈະຈັດຂຶ້ນໃນມໍ່ໆນີ້ໃຫ້ເປັນເອກະພາບ, ມີເນື້ອໃນຄວາມໝາຍເລິກເຊິ່ງ ແລະ ສົມກຽດ; ກ້ອນກຳລັງ ປກສ ມີທັງໝົດ 6 ກ້ອນກໍາລັງຄື: ກ້ອນທຸງຊາດ-ທຸງພັກ, ກ້ອນທຸງໄຊ ປກສ, ກ້ອນກຳລັງຕຳຫຼວດ, ກ້ອນກຳລັງປ້ອງກັນເຄື່ອນທີ່, ກ້ອນກຳລັງປ້ອງກັນສູນກາງ ແລະ ກ້ອນກໍາລັງຕໍາຫຼວດຈະລາຈອນຍິງ ລວມກຳລັງພົນທັງໝົດ 926 ສະຫາຍ ຍິງ 145 ສະຫາຍ, ໄດ້ເລີ່ມຝຶກຊ້ອມມາແຕ່ວັນທີ 28 ເມສາ 2025 ເປັນຕົ້ນມາ.

ຊຶ່ງການຝຶກຊ້ອມເດີນສວນສະໜາມຄັ້ງນີ້ ໄດ້ມີໂຄສົກພາກສະໜາມບັນຍາຍປະຫວັດມູນເຊື້ອຄວາມເປັນມາຂອງເລົ່າວິຊາສະເພາະແຕ່ລະກ້ອນກໍາລັງເຊັ່ນ: ກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ແມ່ນກຳລັງປະກອບອາວຸດປະຕິວັດທີ່ສືບທອດມາຈາກກຳລັງສັນຕິລາດປະຊາຊົນ (1954-1961) ຊຶ່ງແມ່ນພັກປະຊາຊົນ ປະຕິວັດລາວເປັນຜູ້ສ້າງຕັ້ງ, ສຶກສາອົບຮົມ, ນຳ ພາໂດຍກົງ, ເດັດຂາດ ແລະ ຮອບດ້ານ, ເປັນກຳລັງທີ່ຈົງຮັກພັກດີ, ບໍລິສຸດຜຸດຜ່ອງຂອງພັກ, ຂອງປະຊາຊົນລາວບັນດາເຜົ່າທີ່ມາຈາກປະຊາຊົນ, ໂດຍປະຊາຊົນ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສຸດອົກສຸກໃຈ; ກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວມີໜ້າທີ່ສູ້ຮົບ, ຕໍ່ສູ້ປາບປາມພວກຝືນປະຕິວັດ, ບັນດາອິດທິກຳລັງປໍລະປັກ ແລະ ພວກຕ້ອງໂທດອາດຍາຕ່າງໆ, ປົກປັກຮັກສາຄວາມສະຫງົບ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຂອງປະເທດຊາດ, ປົກປັກຮັກສາຊີວິດຊັບສິນ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າໃນຂະບວນວິວັດພາລະກິດປະຕິວັດຂອງປະຊາຊົນລາວ, ພັກປະຊາຊົນປະຕິວັດລາວຍາມໃດກໍໄດ້ຖືເອົາວຽກງານປ້ອງກັນຄວາມສະຫງົບເປັນໜຶ່ງໃນບັນດາວຽກງານຍຸດທະສາດສຳຄັນ ແລະ ເປັນວຽກງານແຖວໜ້າຢູ່ສະເໝີ.

ໃນພິທີ, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະພັກ-ຄະນະຄະນະອໍານວຍການ, ຄູຝຶກ, ຄະນະຮັບຜິດຊອບ ແລະ ນັກສຶກສາທຸກສະຫາຍທີ່ໄດ້ສຸມສະຕິປັນຍາ, ເຫື່ອແຮງໃນການຝຶກຊ້ອມ ແລະ ເຫັນໄດ້ວ່າມີຜົນສໍາເລັດພ້ອມທັງໄດ້ເນັ້ນໜັກໃນການປັບປຸງແກ້ໄຂຂໍ້ຄົງຄ້າງ ເພື່ອໃຫ້ກ້ອນກໍາລັງສວນສະໜາມຂອງກໍາລັງ ປກສ ມີຄວາມພ້ອມ 100% ໃນການຮັບໃຊ້ສວນສະໜາມໃນງານສະເຫຼີມສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີໃຫ້ມີຄວາມຮັບປະກັນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.