ລັດຖະບານ ຄົ້ນຄວ້ານະໂຍບາຍເພີ່ມເງິນເດືອນ ແລະ ເງິນອຸດໜູນໃຫ້ແກ່ພະ ນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ໃນປີ 2026

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກັນຍາ 2025 ທີ່ຈັດຂຶ້ນໃນລະ ຫວ່າງວັນທີ 9-10 ຕຸລາ ຜ່າມນານີ້ ໄດ້ປຶກສາຫາລືຫລາຍບັນຫາ ເຊິ່ງໃນນັ້ນລວມມີທິດ ທາງແຜນວຽກຈຸດສຸມປະຈຳເດືອນຕຸລາ 2025. ກອງປະຊຸມ ໄດ້ຊີ້ນໍາຂະໜງການທີ່ກ່ຽວຂ້ອງຮີບຮ້ອນປັບປຸງບົດລາຍງານ ການຕີລາຄາການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ແລະ ບົດລາຍງານການຈັດຕັ້ງປະຕິ ບັດ 2 ວາລະແຫ່ງຊາດໃຫ້ສຳເລັດ ທັນໄປຜ່ານກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແລະ ນຳເຂົ້າ ປຶກສາຫາລືໃນກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບຄະນະປະຈຳສະພາແຫ່ງຊາດ ທີ່ຈະຈັດຂຶ້ນໃນ ທ້າຍເດືອນຕຸລານີ້ ກ່ອນນຳໄປລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX.

ພ້ອມນີ້, ໃຫ້ຮີບຮ້ອນຈັດສັນບັນຊີໂຄງການລົງທຶນຂອງລັດ ປີ 2026 ໃຫ້ທັນໄປຜ່ານກອງປະຊຸມສະພາແຫ່ງຊາດ ຮັບຮອງ ແລະ ສາມາດເລີ່ມຈັດຕັ້ງປະຕິບັດແຕ່ເດືອນມັງກອນ 2026, ສະເພາະໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ ແມ່ນໃຫ້ ໄດ້ເລີ່ມປະຕິບັດແຕ່ທ້າຍປີ 2025.

ນອກຈາກນີ້, ກອງປະຊຸມ ໄດ້ເນັ້ນໃຫ້ສືບຕໍ່ຄົ້ນຄວ້ານະໂຍບາຍເພີ່ມເງິນເດືອນ ແລະ ເງິນອຸດໜູນໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ໃນປີ 2026 ເປັນຕົ້ນໄປ.

ລາລະອຽດເພີ່ມທີ່ລິ້ງ https://www.lao.vipcom.vn/247635/