ແຂວງສາລະວັນ ທຳລາຍຢາບ້າ 1,147,556 ເມັດ ແລະ ຢາເສບຕິດປະເພດອື່ນອີກຫຼາຍລາຍການ

ວັນທີ 10 ຕຸລາ 2025 ກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ ໄດ້ຈັດພິທີໂຮມຊຸມນຸມມິດຕິງສະເຫລີມສະຫລອງວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 24 ປີ (12 ຕຸລາ 2001-12ຕຸລາ 2025) ແລະ ພິທີຈູດທຳລາຍຢາເສບຕິດ ໂດຍການເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີ ພັອ ແພງສີ ໄຊຍະເພັດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງສາລະວັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພັນເອກ ຄຳໂກ້ ທົງຄຳຫານ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ລາຍງານວ່າ: ໄລຍະ 1 ປີຜ່ານມາເຈົ້າໜ້າທີ່ສາມາດດໍາເນີນຄະດີກ່ຽວກັບບັນຫາຢາເສບຕິດແລະສະຫລຸບສົ່ງອົງການໄອຍະການ ສົ່ງຟ້ອງສານຕັດສິນ ແລະ ໃຊ້ໄດ້ຢ່າງເດັດຂາດ ມີທັງໝົດ 186 ເລື່ອງ, ນັກໂທດ 250 ຄົນ, ຍິງ 16 ຄົນ ໃນນັ້ນເດັ່ນ ກວ່າໝູ່ ແມ່ນໂທດປະຫານຊີວິດ ມີ 6 ເລື່ອງ, ນັກໂທດ 6 ຄົນ ແລະ ຕັດອິດສະລະພາບຕະຫລອດຊີວິດມີ 9 ຄົນ, ຢຶດຂອງກາງຢາບ້າໄດ້ 1,147,556 ເມັດ, ຢາໄອສ 1 ກິໂລກະລາມ ກັບ 15 ຖົງນ້ອຍ, ຢາເຄ 1 ຖົງນ້ອຍ, ເຮໂລອິນ 8 ແທ່ງ, ເງິນສົດ 13,472,000 ກີບ, ລົດຈັກ 47 ຄັນ, ໂທລະສັບ 255 ໜ່ວຍ, ປືນສັ້ນດັດແປງຍິງດ້ວຍລູກແວງ 2 ກະບອກ, ປືນຍາວດັດແປງຍິງດ້ວຍລູກແວງ 2 ກະບອກ; ສ້າງບ້ານປອດຢາເສບຕິດໄດ້ 102 ບ້ານ, ໂຮງຮຽນປອດຢາ ເສບຕິດໄດ້ 186 ແຫ່ງ; ໄດ້ຂື້ນບັນຊີເປົ້າໝາຍທີ່ພົວພັນຢາເສບຕິດທັງໝົດ 7,375 ຄົນ, ຍິງ 1,321 ຄົນ, ເປົ້າໝາຍ ເສບຢາເສບຕິດທັງໝົດ 6,064 ຄົນ, ຍິງ 1,168 ຄົນ, ເປົ້າໝາຍ ຄ້າ-ຂາຍຢາເສບຕິດ ມີທັງໝົດ 1,192 ຄົນ, ຍິງ 153 ຄົນ.

ໃນພິທີ, ໄດ້ຈູດທຳລາຍຢາບ້າ 1,147,556 ເມັດ, ຢາໄອສ 1 ກິໂລກະລາມ ກັບ 15 ຖົງນ້ອຍ, ຢາເຄ 1 ຖົງນ້ອຍ, ເຮໂລອິນ 8 ແທ່ງ.

ທີ່ມາ: ໜັງສືພິມແຂວງສາລະວັນ