ອິດສະລາແອນ-ຮາມັດ ລົງນາມແຜນສັນຕິພາບໄລຍະທໍາອິດແລ້ວ ປູທາງປ່ອຍຕົວປະກັນທັງໝົດມໍ່ໆນີ້
ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ປະກາດຂ່າວດີ ຫລັງອິດສະລາແອນ-ຮາມັດ ລົງນາມໃນແຜນສັນຕິພາບຂອງທ່ານ ທຣໍາ ໃນໄລຍະທໍາອິດແລ້ວ ເຊິ່ງຈະຊ່ວຍປູທາງໄປສູ່ການປ່ອຍຕົວປະກັນທັງໝົດໃນມໍ່ໆນີ້ ແລະ ອິດສະລາແອນຈະຖອນກໍາລັງທະຫານກັບໄປຕາມແນວເສັ້ນທີ່ຕົກລົງກັນໄວ້ ໂດຍທ່ານ ທຣໍາ ຖືວ່ານີ້ຄື “ບາດກ້າວທໍາອິດສູ່ສັນຕິພາບທີ່ເຂັ້ມແຂງ, ຍືນຍົງ ແລະ ຖາວອນ ທຸກຝ່າຍຈະໄດ້ຮັບການປະຕິບັດຢ່າງຍຸຕິທໍາ”.
ທ່ານ ທຣໍາ ຍັງລະບຸວ່າ: ນີ້ຄືວັນທີ່ຍິ່ງໃຫຍ່ສໍາລັບໂລກອາຣັບ ແລະ ມຸດສະລິມ, ອິດສະລາແອນ ປະເທດອ້ອມຂ້າງທັງໝົດ ແລະ ອາເມລິກາ ໂດຍທ່ານ ທຣໍາ ຍັງໄດ້ກ່າວຂອບໃຈຜູ້ໄກ່ເກ່ຍຈາກກາຕາ, ອີຢິບ ແລະ ຕວກກີ ທີ່ຮ່ວມມືກັບອາເມລິກາ ເພື່ອໃຫ້ເຫດການປະຫວັດສາດ ແລະ ບໍ່ເຄີຍມີມາກ່ອນໄດ້ເກີດຂຶ້ນ.
ຂະນະທີ່ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ເອີ້ນຂໍ້ຕົກລົງນີ້ວ່າ: “ວັນຍິ່ງໃຫຍ່ຂອງອິດສະລາແອນ” ໂດຍການຢຸດຍິງຈະເລີ່ມມີຜົນທັນທີ ຫລັງຈາກໄດ້ຮັບການອະນຸມັດຈາກລັດຖະບານອິດສະລາແອນໃນວັນທີ 9 ຕຸລາ ເວລາປະມານ 14:00 ໂມງ ຕາມເວລາທ້ອງຖິ່ນ.
ສ່ວນກຸ່ມຮາມັດໄດ້ອອກຖະແຫລງການຢືນຢັນວ່າ: ຮາມັດໄດ້ບັນລຸຂໍ້ຕົກລົງທີ່ກໍານົດໃນຢຸດສົງຄາມຢູ່ກາຊາ, ການຖອນທະຫານອອກຈາກພື້ນທີ່, ການສົ່ງມອບການຊ່ວຍເຫລືອ ແລະ ການແລກປ່ຽນນັກໂທດ. ພ້ອມຮຽກຮ້ອງໃຫ້ທ່ານ ທຣໍາ ປະເທດຜູ້ຮັບປະກັນ, ຝ່າຍອາຣັບ-ອິດສະລາມ ແລະ ນາໆຊາດທຸກຝ່າຍ ບັງຄັບລັດຖະບານຝ່າຍຢຶດຄອງໃຫ້ປະຕິບັດຕາມຂໍ້ຕົກລົງຢ່າງເຕັມສ່ວນ ເພື່ອບໍ່ໃຫ້ເກີດການຫລີກລ່ຽງ ຫລື ຊັກຊ້າໃນການດໍາເນີນງານຕາມຕົກລົງກັນໄວ້.
ຮາມັດຍັງເນັ້ນໃນຖະແຫລງການອີກວ່າ: ການເສຍສະຫລະຂອງພີ່ນ້ອງປະຊາຊົນຈະບໍ່ສູນລ້າ ແລະ ຮາມັດຈະຈົງຮັກພັກດີຕໍ່ຄໍາໝັ້ນສັນຍາຂອງຊາວປາແລັສຕິນ ແລະ ຈະບໍ່ປະຖິ້ມສິດຂອງປະຊາຊົນໃນການບັນລຸເສລີພາບ ອິດສະຫລະພາບ ແລະ ການກໍານົດຊະຕາກໍາດ້ວຍຕົນເອງ.
ເຖິງຢ່າງໃດກໍຕາມ, ແຫລ່ງຂ່າວຂອງ BBC ລາຍງານວ່າ: ປັດຈຸບັນກຸ່ມຮາມັດຍັງບໍ່ໄດ້ຮັບລາຍຊື່ນັກໂທດທີ່ຈະຖືກປ່ອຍຕົວເປັນການແລກປ່ຽນຈາກອິດສະລາແອນແຕ່ຢ່າງໃດ. ທັງຍັງລະບຸວ່າ: ເຖິງວ່າຈະມີຄວາມຫວັງວ່າ ການລົງນາມໃນແຜນສັນຕິພາບໄລຍະທໍາອິດນີ້ອາດນໍາໄປສູ່ການຢຸດສົງຄາມທີ່ຍືດເຍື້ອມາຍາວນານ, ແຕ່ຍັງມີລາຍລະອຽດສໍາຄັນທີ່ຕ້ອງຫາລືກັນເພີ່ມອີກໃນອະນາຄົດ.
ອ້າງອີງ:

