ສະຫາຍ ພົຈວ ແປ້ນຄໍາ ບຸດຈັນແພງ ເປັນເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ
ວັນທີ 5-6 ຕຸລາ 2025 ນີ້ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງບໍ່ແກ້ວ ຄັ້ງທີ VII ອັດລົງຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ຮັກສາການເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ,ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງແຂວງບໍ່ແກ້ວເຂົ້າຮ່ວມ.
ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນເລືອກເອົາຄະນະປະຈໍາພັກແຂວງ, ເລຂາພັກແຂວງ, ຮອງເລຂາພັກແຂວງ, ປະທານ ແລະ ຮອງປະ ທານຄະນະກວດກາພັກແຂວງ ກອງປະຊຸມເປັນເອກະສັນເລືອກເອົາຄະນະປະຈໍາພັກແຂວງ ຈໍານວນ 11 ສະຫາຍ, ຍິງ 1 ສະຫາຍ ດັ່ງນີ້:
1. ສະຫາຍ ພົຈວ ແປ້ນຄໍາ ບຸດຈັນແພງ,
2. ສະຫາຍ ພົຈວ ສຸກພະຈັນ ສີລາເພັດ,
3. ສະຫາຍ ຄໍາແຍງ ຄອນໄຊຍະກິດ,
4. ສະຫາຍ ດາລີວັນ ພູສະຫວັນ,
5. ສະຫາຍ ນາງ ດາວ ໄຊເສດຖາ,
6. ສະຫາຍ ປອ ສົມຄິດ ວົງປັນຍາ,
7. ສະຫາຍ ພົຈວ ຈັນພອນເພັດ ຄໍາສີ,
8. ສະຫາຍ ຈອມແພງ ວິໄລສານ,
9. ສະຫາຍ ຄໍາແສງ ສຸລິຍະວົງ,
10 ສະຫາຍ ຂັນທອງ ທຳມະວົງ,
11. ສະຫາຍ ສົມສັກ ປິ່ນແກ້ວ;
ເລືອກເອົາ ສະຫາຍ ພົຈວ ແປ້ນຄໍາ ບຸດຈັນແພງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ພົຈວ ສຸກພະຈັນ ສີລາເພັດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຄໍາແຍງ ຄອນໄຊຍະກິດເປັນຮອງເລຂາຄະນະບໍລິຫານງານພັກແຂວງ; ເລືອກເອົາ ສະຫາຍ ປອ ສົມຄິດ ວົງປັນຍາ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ໜໍ່ຄໍາ ນົງສຸວັນເປັນຮອງປະທານຄະນະກວດກາພັກແຂວງ, ສະຫາຍ ເປົາແກ້ວ ພູມສະຫວັນເປັນຮອງປະທານຄະນະກວດກາພັກແຂວງ, ສະຫາຍ ສົມຄິດ ວັນນະຈອມຈັນເປັນຮອງປະທານຄະນະກວດກາພັກແຂວງ.
ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນ ກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໂດຍໄດ້ຕາງໜ້າໃຫ້ ກົມການເມືອງ ຄະນະເລຂາທິການສູນກາງພັກ ແລະ ໃນນາມສ່ວນຕົວ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ໄຊຊະນະ ທີ່ບັນດາສະຫາຍອົງຄະນະພັກແຂວງຍາດມາໄດ້ ຢ່າງສຸດອົກສຸດໃຈ; ພ້ອມນີ້, ກໍໄດ້ມີຄໍາເຫັນ ຕໍ່ກອງປະຊຸມ ຊຶ່ງໄດ້ເນັ້ນຫຼາຍວຽກສຳຄັນເປັນຕົ້ນຄື: ທິດທາງລວມ ໃນການນໍາພາ-ຊີ້ນໍາ ພັດທະນາແຂວງ ຮອດປີ 2030 ແມ່ນຕ້ອງຢຶດໝັ້ນຍຸດທະສາດ ການພັດທະນາແຂວງບໍ່ແກ້ວ ເປັນຫົວໜ່ວຍຍຸດທະສາດ ທີ່ໜັກແໜ້ນ, ເປັນແຂວງຂະຫຍາຍຕົວທາງດ້ານການຜະລິດກະສິກຳ, ການບໍລິການ ແລະ ຫັນເປັນອຸດສາຫະກໍາທັນສະໄໝເທື່ອລະກ້າວ ຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ລະບົບນິເວດ ໃຫ້ສົມບູນ ແລະ ຍືນຍົງ. ສືບຕໍ່ເອົາໃຈໃສ່ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ, “ໃຫ້ຖືເປັນສະໜາມຮົບໜຶ່ງ” ໂດຍເລີ່ມຈາກຫັນປ່ຽນດ້ານຈິນຕະນາການ, ການຫັນປ່ຽນວິທີຄິດແບບເກົ່າ ໄປສູ່ການປະດິດສ້າງໃໝ່; ສ້າງ ແລະ ປຸກລະດົມ ໃຫ້ບຸກຄົນ ແລະ ໝູ່ຄະນະມີການແຂ່ງຂັນກັນພັດທະນາຕົນເອງຢ່າງຈິງຈັງ, ຕ້ານແນວຄິດເອື່ອຍອີງ, ຮັກສາເດີມ, ທັງໃຫ້ຮູ້ສະດຸ້ງໄວ ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ແລະ ຂໍ້ຂາດຕົກບົກຜ່ອງ ຂອງຕົນ ໃຫ້ທັນການ; ບັນດາສະຫາຍ ຕ້ອງປຸກລະດົມສຶກສາອົບຮົມ ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ ໃຫ້ມີຄວາມອຸ່ນອ່ຽນ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບ ຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ, ເຊື່ອໝັ້ນການນໍາພາ ຂອງພັກ, ຕື່ນຕົວແຂ່ງຂັນພັດທະນາຕົນເອງຮອບດ້ານ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ເພີ່ມທະວີການນໍາພາຈັດຕັ້ງປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ, ສຸມໃສ່ຈຸດຫຼໍ່ແຫຼມຕ່າງໆ ເຮັດໃຫ້ທົ່ວແຂວງ ມີສະຖຽນລະພາບການເມືອງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ; ກໍາລັງປະກອບອາວຸດ ໄດ້ຮັບການປັບປຸງກໍ່ສ້າງ ໃຫ້ເຂັ້ມແຂງໜັກແໜ້ນ; ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໄດ້ຮັບການແກ້ໄຂຢ່າງເຂັ້ມງວດ ແລະ ທັນການ, ປົກປັກຮັກສາໝາກຜົນ ຂອງການປະຕິວັດ, ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນ ແລະ ປົກປ້ອງເຂດນໍ້າແດນດິນຊັບສົມບັດ ຂອງຊາດ, ຂອງທ້ອງຖິ່ນ ເອົາໄວ້ໃຫ້ໝັ້ນຄົງ.

