ທ່ານ ທຣໍາ ຂູ່ລ້າງໂຄດຮາມັດ ຖ້າຍັງດຶງດັນຈະຢູ່ໃນອໍານາດ ຄວບຄຸມເຂດກາຊາຕໍ່ໄປ
ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ປະກາດວ່າ: ກຸ່ມຮາມັດຈະຕ້ອງຜະເຊີນ “ການທໍາລາຍລ້າງສົມບູນ” (Complete Obliteration) ຖ້າກຸ່ມຮາມັດຍັງຢືນຢັນຈະຢູ່ໃນອໍານາດ ແລະ ຄວບຄຸມເຂດກາຊາຕໍ່ໄປ.
ທ່າທີດັ່ງກ່າວຂອງທ່ານ ທຣໍາ ມີຂຶ້ນ ທ່າມກາງຄວາມພະຍາຍາມຊຸກຍູ້ແຜນຢຸດຍິງທີ່ທ່ານນໍາສະເໜີ ໂດຍທ່ານ ທຣໍາ ຫວັງວ່າ: ຂໍ້ສະເໜີຢຸດຍິງນີ້ຈະກາຍເປັນຄວາມຈິງ ແລະ ທ່ານກໍາລັງເຮັດວຽກຢ່າງໜັກເພື່ອໃຫ້ບັນລຸເປົ້າໝາຍ.
ໃນວັນທີ 3 ຕຸລາຜ່ານມາ, ທ່ານ ທຣໍາ ເປີດເຜີຍວ່າ: ກຸ່ມຮາມັດໄດ້ສົ່ງສັນຍານທາງບວກຕໍ່ຂໍ້ສະເໜີ 20 ຂໍ້ຂອງທ່ານ ໂດຍຮຽກຄວາມຄືບໜ້າດັ່ງກ່າວວ່າເປັນ “ວັນສໍາຄັນ” ແລະ “ບໍ່ເຄີຍມີມາກ່ອນ”. ພ້ອມລະບຸວ່າ: ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ສະໜັບສະໜູນແຜນດັ່ງກ່າວຂອງທ່ານ ທຣໍາ ແລະ ສັ່ງຫລຸດປະຕິບັດການທາງທະຫານຢູ່ເຂດກາຊາ ເພື່ອກຽມພ້ອມເດີນຕາມແຜນໃນໄລຍະທໍາອິດແລ້ວ.
ທ່ານ ທຣໍາ ກ່າວວ່າ: ຖ້າຮາມັດຢືນຢັນ ຂໍ້ຕົກລົງຢຸດຍິງຈະມີຜົນ “ທັນທີ” ແລະ ການແລກປ່ຽນຕົວປະກັນ ແລະ ນັກໂທດຈະເລີ່ມຂຶ້ນ. ນອກຈາກນີ້ ຍັງສ້າງເງື່ອນໄຂສໍາລັບການຖອນກໍາລັງໃນໄລຍະຕໍ່ໄປ ເພື່ອປູທາງໄປສູ່ການຢຸດບັນຫາຢ່າງຍືນຍົງ.
ຜູ້ແທນຂອງຝ່າຍຈະກັບມາຫາລືກັນທາງອ້ອມໃນບັນຫາທີ່ຍັງຫາຂໍ້ສະຫລຸບບໍ່ໄດ້ຢູ່ອີຢິບໃນວັນທີ 6 ຕຸລານີ້ ໂດຍທ່ານ ທຣໍາ ໄດ້ເລັ່ງໃຫ້ທຸກຝ່າຍທີ່ກ່ຽວຂ້ອງໃນຄວາມພະຍາຍາມຢຸດສົງຄາມກາຊາດໍາເນີນງານຢ່າງວ່ອງໄວ. ພ້ອມຄາດວ່າ: ໄລຍະທໍາອິດຂອງແຜນສັນຕິພາບອາດສໍາເລັດພາຍໃນອາທິດນີ້.
ອ້າງອີງ:

