ລັດຖະມົນຕີ, ຫົວໜ້າ ຫສນຍ ຕິດຕາມຊຸກຍູ້ການແກ້ໄຂໄພພິບັດນ້ຳຖ້ວມ ຢູ່ແຂວງວຽງຈັນ
ວັນທີ 2 ຕຸລາ 2025 ທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ເມືອງເຟືອງ, ແຂວງວຽງຈັນ, ພ້ອມທັງ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມ. ມີທ່ານ ພູທະນູເພັດ ໄຊສົມບັດ, ຮອງເຈົ້າແຂວງໆວຽງຈັນ ພ້ອມດ້ວຍພະແນກການ, ຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຕິດຕາມຊຸກຍູ້ການແກ້ໄຂໄພພິບັດນໍ້າຖ້ວມຄັ້ງນີ້.
ລັດຖະມົນຕີ, ຫົວໜ້າ ຫສນຍ ແລະ ຄະນະ ໄດ້ໄປຮັບຟັງລາຍງານກ່ຽວກັບສະພາບການບໍລິຫານຈັດການນໍ້າຢູ່ເຂື່ອນໄຟຟ້ານໍ້າລີກ 1 ແລະ 2, ລວມທັງສະພາບຜົນກະທົບທີ່ເກີດຂຶ້ນ ຈາກຜູ້ຕາງໜ້າບໍລິສັດ ເຂື່ອນໄຟຟ້ານໍ້າລີກວ່າ: ຍ້ອນພາຍຸພັດຜ່ານລາວໃນອາທິດຜ່ານມາ ເຮັດໃຫ້ເກີດຝົນຕົກໜັກ ແລະ ນ້ຳໃນເຂື່ອນໄຟຟ້ານໍ້າລີກເພີ່ມຂຶ້ນຢ່າງໄວວາ ກາຍເຂດເຕືອນໄພ. ເພື່ອຫຼີກລ່ຽງຄວາມສ່ຽງທີ່ອາດຈະເກີດຂຶ້ນ ຫຼື ບໍ່ສ້າງຄວາມເສຍຫາຍຢ່າງຮ້າຍແຮງຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ຈຳເປັນຕ້ອງໄດ້ປ່ອຍນ້ຳອອກຈາກເຂື່ອນ ແຕ່ໄດ້ແຈ້ງເຕືອນແຜນການປ່ອຍນໍ້າອອກຈາກເຂື່ອນ ໃຫ້ສັງຄົມຮັບຊາບລ່ວງໜ້າເພື່ອກະກຽມຮັບມື. ສ່ວນການປ່ອຍນໍ້າອອກຈາກເຂື່ອນຕົວຈິງ ຍ້ອນມີຝົນຕົກຫຼາຍລະຫວ່າງວັນທີ 27-30 ກັນຍາ 2025 ຈຶ່ງໄດ້ປ່ອຍນໍ້າອອກເພີ່ມຫຼາຍຂຶ້ນ, ແຕ່ມາຮອດວັນທີ 1-2 ຕຸລາ 2025 ໄດ້ຫຼຸດຜ່ອນການປ່ອຍນໍ້າຢ່າງຕໍ່ເນື່ອງ.
ຈາກສະພາບດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຢູ່ 7 ບ້ານ ຂອງເມືອງເຟືອງ ທີ່ຢູ່ລຽບຕາມແຄມນໍ້າລີກ ເພາະເກີດນໍ້າຖ້ວມ-ນໍ້າໄຫຼຊຸ ສ້າງຄວາມເສຍຫາຍໃຫ້ເຮືອນຊານ, ໄຮ່ນາ, ບາງກິດຈະການແຫຼ່ງທ່ອງທ່ຽວ, ໂຄງລ່າງພື້ນຖານ ແລະອື່ນໆ. ການນຳແຂວງວຽງຈັນ ໄດ້ແຈ້ງໃຫ້ຮູ້ວ່າ: ປັດຈຸບັນ ທົ່ວແຂວງ ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມຄັ້ງນີ້ ຢູ່ 3 ເມືອງ ຄື: ເມືອງໂພນໂຮງ ມີ 3 ບ້ານ; ເມືອງເຟືອງ ມີ 7 ບ້ານ ແລະ ເມືອງກາສີ ມີ 15 ບ້ານ.
ໃນໂອກາດດຽວນີ້, ລັດຖະມົນຕີ, ຫົວໜ້າ ຫສນຍ ມີຄຳເຫັນຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນເອົາໃຈໃສ່ແກ້ໄຂບັນຫາ, ຮີບຮ້ອນໃຫ້ການຊ່ວຍເຫຼືອ ກໍລະນີສຸກເສີນຕ່າງໆຢ່າງວ່ອງໄວ ແລະ ທັນການ; ສືບຕໍ່ໃຫ້ການຊ່ວຍເຫືອປະຊາຊົນ ທີ່ຖືກຜົນກະທົບໃນຄັ້ງນີ້ ໃຫ້ທົ່ວເຖິງ; ຮີບຮ້ອນຟື້ນຟູເສຍຫາຍໃຫ້ຄືນສູ່ສະພາບປົກກະຕິໂດຍໄວ, ເສັ້ນທາງ ຕ້ອງຮັບປະກັນ ບໍ່ໃຫ້ຖືກຕັດຂາດ; ໃຫ້ບໍລິສັດ ເຂື່ອນໄຟຟ້ານໍ້າລີກ ເອົາໃຈໃສ່ບໍລິຫານຈັດການນ້ຳໃນເຂື່ອນໃຫ້ດີ ເພື່ອຮັບປະກັນທັງສອງດ້ານ (ບໍ່ໃຫ້ເຂື່ອນແຕກ ແລະ ບໍ່ໃຫ້ເກີດສະພາບນໍ້າຖ້ວມ ຕອນລຸ່ມຂອງເຂື່ອນ ເພີ່ມຕື່ມອີກ).
ຫຼັງຈາກນັ້ນ, ລັດຖະມົນຕີ, ຫົວໜ້າ ຫສນຍ ໄດ້ລົງຕິດຕາມກວດກາເບິ່ງສະພາບນໍ້າຖ້ວມ ກໍ່ຄືສະພາບຜົນເສຍຫາຍທີ່ເກີດຂຶ້ນ ຢູ່ພື້ນທີ່ຕົວຈິງ, ພ້ອມທັງ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມຄັ້ງນີ້, ຊຶ່ງຕາງໜ້າກ່າວຮັບໂດຍເລຂາພັກເມືອງເຟືອງ.
ຕໍ່ມາ, ລັດຖະມົນຕີ, ຫົວໜ້າ ຫສນຍ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເດີນທາງໄປເຮັດວຽກຮ່ວມກັບການນຳແຂວງວຽງຈັນ ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຖືໂອກາດນີ້ ທ່ານໄດ້ຕາງໜ້າໃຫ້ລັດຖະບານ ກໍຄື ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອການແກ້ໄຂໄພພິບັດນໍ້າຖ້ວມ ໃຫ້ຄະນະກຳມະການຄຸ້ມຄອງໄພພິບັດແຂວງວຽງຈັນ ລວມມູນຄ່າທັງໝົດ 354,000,000 ກີບ.

