ດູໄບ ສ້າງສະຖິຕິໃໝ່ ກາເຟທີ່ແພງທີ່ສຸດໃນໂລກ ລາຄາເກືອບ 15 ລ້ານກີບຕໍ່ຈອກ
ສຳນັກຂ່າວຕ່າງປະເທດລາຍງານວ່າ: ຮ້ານກາເຟຫລູຫລາ “ໂຣສເຕີສ” (Roasters) ໃນນະຄອນ ດູໄບ ສະຫະລັດອາຣັບເອມີເຣດ ໄດ້ສ້າງສະຖິຕິໂລກໃໝ່, ໃນການເສີບກາເຟທີ່ມີລາຄາແພງທີ່ສຸດໃນໂລກ ໂດຍມີມູນຄ່າສູງເຖິງ 2,500 ດີແຣມ ຫລື ປະມານ 14,700,000 ກີບ ຕໍ່ຈອກ (ຕາມອັດຕາແລກປ່ຽນວັນທີ 2 ຕຸລາ 2025), ເຊິ່ງໄດ້ຮັບການບັນທຶກໂດຍ ກິນເນສ ເວິລດ໌ ເຣກຄອດ (Guinness World Records) ໃນວັນທີ 13 ກັນຍາ ທີ່ຜ່ານມາ.
ສຳລັບກາເຟຈອກດັ່ງກ່າວ, ແມ່ນໃຊ້ເມັດພັນທີ່ຫາຍາກຈາກສາຍພັນ ປານາມາ ເກອິຊາ (Panama Geisha) ຊົງດ້ວຍວິທີດຣິບ V60 ລົງໃນຈອກຄຣິສຕັລ “ເອໂດະ ຄິຣິໂກະ” (Edo Kiriko) ທີ່ສັ່ງເຮັດພິເສດຈາກປະເທດຍີ່ປຸ່ນ, ພ້ອມເສີບຄູ່ກັບຂະໜົມທີຣາມິສຸ ແລະ ກະແລັມຊັອກໂກແລັດ ທີ່ເຮັດມາຈາກເມັດກາເຟຊະນິດດຽວກັນ.
ຜູ້ຮ່ວມກໍ່ຕັ້ງ ແລະ CEO ຂອງຮ້ານໂຣສເຕີສ ກ່າວວ່າ: ການໄດ້ຮັບການບັນທຶກສະຖິຕິໂລກໃນຄັ້ງນີ້ ແມ່ນການສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງທີມງານ ລວມທັງການຍົກລະດັບຊື່ສຽງຂອງດູໄບໃຫ້ເປັນຈຸດໝາຍປາຍທາງດ້ານກາເຟທີ່ຫລູຫລາລະດັບໂລກ.
ເຖິງແມ່ນວ່າທາງຮ້ານຈະບໍ່ໄດ້ເປີດເຜີຍຊື່ຜູ້ຊື້ກາເຟຈອກປະຫວັດສາດນີ້, ແຕ່ການເສີບຕໍ່ໜ້າແຂກຜູ້ມີກຽດພ້ອມບັດຂໍ້ມູນທີ່ລະບຸລາຍລະອຽດ ກໍເຮັດໃຫ້ປະສົບການຄັ້ງນີ້ກາຍເປັນຫລາຍກວ່າການດື່ມກາເຟທຳມະດາທົ່ວໄປ.

