ຄົນຮ້າຍບຸກຍິງ ແລະ ວາງເພີງ ທີ່ໂບດໃນລັດມິຊິແກນ ສະຫະລັດອາເມລິກາ ເສຍຊີວິດຢ່າງໜ້ອຍ 4 ຄົນ ບາດເຈັບອີກ 8 ຄົນ

ສະຫະລັດອາເມລິກາ — ເກີດເຫດການສະເທືອນຂວັນກາງໂບດຄຣິສນິກາຍມໍມອນ ທີ່ເມືອງແກຣນບລອງ ລັດມິຊິແກນ ໃນວັນທີ 29 ກັນຍາ 2025, ໃນຂະນະທີ່ປະກອບພິທີທາງສາສະໜາ ຄົນຮ້າຍໄດ້ຂັບລົດຕຳເຂົ້າດ້ານໜ້າອາຄານ ກ່ອນເປີດສາກ ຍິງຜູ້ເຂົ້າຮ່ວມພິທີ ແລະ ຈູດໄຟເຜົາໂບດ, ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຢ່າງໜ້ອຍ 8 ຄົນ.
ຫລັງຈາກເກີດເຫດ ເຈົ້າໜ້າທີ່ສາມາດຄວບຄຸມສະຖານະການໄດ້ພາຍໃນເວລາ 8 ນາທີ. ໃນນັ້ນ, ຄົນຮ້າຍຄື ທ້າວ ໂທມັສ ຢາຄັອບ ແຊນຟອດ ອາຍຸ 40 ປີ ຖືກຕໍາຫລວດວິສາມັນໃນສະຖານທີ່ເກີດເຫດ.
ຕຳຫຼວດທ້ອງຖິ່ນລະບຸວ່າ: ຜູ້ກໍ່ເຫດໄດ້ຂັບລົດພຸ່ງຕຳໃສ່ໂບດ ຈາກນັ້ນກໍເປີດສາກຍິງຜູ້ທີ່ຢູ່ໃນໂບດ ແລະ ຈູດໄຟເຜົາອາຄານ. ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ດັບເພີງ ແລະ ກອງກຳລັງພິເສດກໍໄດ້ເຂົ້າຄວບຄຸມເຫດການໄດ້ຢ່າງວ່ອງໄວ.
ຕໍ່ເຫດການດັ່ງກ່າວ, ປະທານາທິບໍດີສະຫະລັດ ໄດ້ອອກຖະແຫລງການປະນາມເຫດການນີ້ ພ້ອມສັ່ງໃຫ້ໜ່ວຍງານສູນກາງລວມທັງ FBI ເຂົ້າຮ່ວມຄົ້ນຫາສາເຫດ ແລະ ເລັ່ງສືບສວນໃນລະດັບຊາດ.
ເຫດໂຈມຕີຄັ້ງນີ້ເກີດຂຶ້ນພຽງ 2 ເດືອນຫລັງເຫດກາດຍິງໃນໂຮງຮຽນຄາທໍລິກ ລັດມິນນິໂຊຕາ ເຊິ່ງມີຜູ້ເສຍຊີວິດ 2 ຄົນ ແລະ ຜູ້ບາດເຈັບປະມານ 20 ຄົນ.
ຮຽບຮຽງຈາກ

