4 ສັນຍານເຕືອນຂອງຮ່າງກາຍເມື່ອຕື່ນນອນທີ່ຕ້ອງສັງເກດ

ທ່ານມີອາການແບບນີ້ທຸກເຊົ້າຫລືບໍ່ ນີ້ແມ່ນສັນຍານເຕືອນຂອງຮ່າງການ.
- ຫາກຕື່ນນອນຕອນເຊົ້າ ແລ້ວມີອາການເຈັບຫົວ – ວິນຫົວ ອາດຈະມີສາເຫດມາຈາກພະຍາດກະດູກສັນຫລັງເຊື່ອມຄໍໍເສື່ອມ ຫລື ເລືອດຂຸ້ນຜິດປົກກະຕິ.
- ຫາກມີອາການບວມບໍ່ຍຸບຫລັງຕື່ນນອນ 20 ນາທີ ອາດຈະມີຄວາມຜິດປົກກະຕິຂອງລະບົບໝາກໄຂ່ຫລັງ ແລະ ອະໄວຍະວະພາຍໃນ.
- ຕື່ນມາແລ້ວມີອາການວິນຫົວປວດຮາກ ນອກຈາກຈະເປັນອາການຂອງຄົນແພ້ທ້ອງມີລູກແລ້ວ ຖ້າເປັນແບບນີ້ທຸກມື້ອາດ ຈະເປັນຍ້ອນການອັກເສບໃນກະເພາະອາຫານ ຫລື ເປັນພະຍາດກ່ຽວກັບຕັບ ແລະ ຖົງນຳ້ບີ.
- ຫລັງຈາກຕື່ນນອນຫາກຍ່ຽວມີສີເຫລືອງເຂັ້ມອ່າວຄືສີນຳ້ຕານອາດຈະເປັນຍ້ອນຄວາມຜິດປົກກະຕິຂອງຕັບ.
– ສະນັ້ນ ໃນເວລາລ້າງໜ້າຢ່າລືມສັງເກດເບິ່ງວ່າໜ້າຂອງເຮົາມີຄວາມຜິດປົກກະຕິຫຍັງບໍ່.
- ຫາກພົບວ່າໜ້າແດງຜິດປົກກະຕິອາດຈະມີບັນຫາກ່ຽວກັບພະຍາດຫົວໃຈ ຫລື ຄວາມດັນສູງ.
- ໜ້າເຫລືອງກ່ວາປົກກະຕິ ແລະ ຮູ້ສຶກຄືອ່ອນເພຍ ອາດຈະເປັນສັນຍານເຕືອນຂອງພະຍາດຂີ້ໝາກເຫລືອງ.
- ຫາກຕື່ນເຊົ້າມາແລ້ວມີອາການຕາແດງ, ຕາຂຸ້ນ ຫລື ຕາເຫລືອງ ຄວນໄປໂຮງໝໍປົວຕາໂດຍໄວ.
- ຫາກຕື່ນມາແລ້ວໜ້າຈືດ ອາດຈະເປັນຍ້ອນຂາດວິຕາມິນເບ ຫລື ທາດເຫລັກ.
- ຖ້າແກ້ວຕາມົວ ຫລື ມີວົງສີຂີ້ເຖົ່າປະກົດຢູ່ເທິງແກ້ວຕາອາດຈະມີບັນຫາກ່ຽວກັບຫົວໃຈ.
– ອາການຕ່າງໆໃນເວລາຖູແຂ້ວທີ່ຄວນສັງເກດ :
- ຫາກມີເລືອດອອກໃນເວລາຖູແຂ້ວອາດຈະເປັນສັນຍານຂອງພະຍາດເຫືອກ ຫລື ເຫືອກອັກເສບ ຫາກແຂ້ວແຂງແຮງດີ ເລືອດຈະບໍ່ອອກ ແລະ ອາດຈະເປັນສັນຍານຂອງພະຍາດກ່ຽວກັບຕັບໄດ້ນຳ.
- ຫາກຕື່ນມາແລ້ວຮູ້ສຶກວ່າປາກເໝັນ ຫລື ມີກິ່ນປາກຮຸນແຮງກ່ວາປົກກະຕິອາດຈະເປັນພະຍາດໃນຜົ້ງປາກ ຫລື ກະເພາະອັກເສບ, ພະຍາດກ່ຽວກັບຕັບ, ເບົາຫວານ ຫລື ການຂາດແຮ່ທາດສັງກະສີ ແລະ ວິຕາມິນເບ ມີໂອກາດເຮັດໃຫ້ມີກິ່ນປາກຄືກັນ.
- ຫາກກິ່ນປາກມີກິ່ນຄ້າຍຄືແອມໂມເນຍ ອາດຈະເປັນຍ້ອນໝາກໄຂ່ຫລັງມີບັນຫາ ກິ່ນປາກຂອງແອມໂມເນຍເມື່ອໝາກໄຂ່ ຫລັງວາຍ ຮ່າງກາຍຈະບໍ່ສາມາດເຜົາຜານຕາມປະລິມານຂອງຢູເຣຍນີໂຕຣແຊນໃນລະດັບທີ່ເພີ່ມຂຶ້ນ ເຮັດໃຫ້ມີກິ່ນແອມໂມເນຍໃນປາກ.
ເພື່ອສຸຂະພາບທີ່ແຂງແຮງກໍໍບໍ່ຄວນລະເລີຍບັນຫານ້ອຍໆເຫລົ່ານີ້.

