ປກສ ແຂວງຫລວງນ້ຳທາ ທຳລາຍປ້າຍລົດ 87 ປ້າຍ ແລະ ອາໄຫລ່ລົດນໍາໃຊ້ບໍ່ຖືກຕ້ອງ

ຂ່າວ ແຂວງຫລວງນໍ້າທາ ລາຍງານວ່າ: ວັນທີ 17 ກັນຍາ 2025, ພະແນກຕຳຫລວດຈະລາຈອນ ກອງບັນຊາການ ປກສ ແຂວງຫລວງນ້ຳທາ ໄດ້ທຳລາຍປ້າຍລົດທີ່ນຳໃຊ້ບໍ່ຖືກຕ້ອງ ແລະ ປ້າຍປົດປ່ຽນແທນໂດຍການເຂົ້າຮ່ວມຂອງ ພັນໂທ ລາດສະຫວ່າງ ປຣະຈິດທຳ ຮອງຫົວໜ້າຫ້ອງຕຳຫລວດ ປກສ ແຂວງຫລວງນ້ຳທາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພັນຕີ ສີວອນ ລີຈົງກວານ ຫົວໜ້າພະແນກຕຳຫລວດຈະລາຈອນ ປກສ ແຂວງ ໄດ້ລາຍງານກ້ຽວກັບ ການກວດກາເອກະສານປ້າຍທະບຽນຂອງຍານພາຫະນະທຸກໆປະເພດ ທີ່ຢູ່ໃນແຂວງຫລວງນ້ຳທາ ນັບແຕ່ປີ 2021-2025 ຊຶ່ງການເຄື່ອນໄຫວຕິດຕາມຍານພາຫະນະ ທີ່ຕິດປ້າຍທະບຽນບໍ່ຖືກຕ້ອງ, ປ້າຍປົດປ່ຽນແທນຈາກການໂອນສຳນວນເອກະສານຕ່າງແຂວງມາຂຶ້ນທະບຽນຢູ່ ແຂວງຫລວງນ້ຳທາ ແລະ ປົດປ້າຍລົດລັດບໍລິຫານຂອງພະນັກງານບໍານານ ໄດ້ທັງໝົດຈຳນວນ 303 ປ້າຍ/ຄູ່.

ສຳລັບປ້າຍລົດທີ່ນໍາໃຊ້ບໍ່ຖືກຕ້ອງມີທັງໝົດ 87 ປ້າຍ. ໃນນີ້, ປະເພດ 2 ລໍ້ ມີ 64 ປ້າຍ, ປະເພດ 4 ລໍ້ 21 ປ້າຍ, ປະເພດ 6 ລໍ້ 2 ປ້າຍ.

ນອກນັ້ນ, ມີປ້າຍລົດບໍລິຫານຂອງພະນັກງານບໍານານ ຈຳນວນ 34 ຄູ່, ປ້າຍລົດຍົກຍ້າຍມາຈາກຕ່າງແຂວງ ປະເພດ 4 ລໍ້ ຈໍານວນ 200 ປ້າຍ/ຄູ່, ປ້າຍລົດຍຶດນໍາຄົນຕ່າງປະເທດປະເພດລົດບັນທຸກ ຈໍານວນ 69 ປ້າຍ. ນອກນັ້ນ, ຍັງມີອາໄຫລ່ລົດຈັກທີ່ມີການດັດແປງສະພາບເຕັກນິກ ແລະ ບໍ່ຖືກຕ້ອງຕາມໂຮງງານການຜະລິດນຳອີກ.

ທີ່ມາ: ຂ່າວ ແຂວງຫລວງນໍ້າທາ