ປຶກສາຫາລື ແກ້ໄຂບັນຫາການລັກລອບຂຸດຄົ້ນ ຊັບພະຍາກອນທໍາຊາດ (ແຮ່ທາດ) ຢູ່ ແຂວງຫລວງນໍ້າທາ
ຂ່າວສານ ແຂວງຫລວງນໍ້າທາ ລາຍງານວ່າ: ວັນທີ 19 ກັນຍາ 2025 ແຂວງຫລວງນໍ້າທາ ຈັດກອງປະຊຸມປືກສາຫາລືໃນການແກ້ໄຂບັນຫາການລັກລອບຂຸດຄົ້ນ ຊັບພະຍາກອນທໍາມະຊາດ (ແຮ່ທາດ) ລະຫວ່າງ ຄະນະສະເພາະກິດ 47/ນຍ ແລະ ຄະນະສະເພາະກິດແຂວງຫລວງນໍ້າທາ ໂດຍການເປັນປະທານ ຂອງ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ ຫົວໜ້າຄະນະກວດກາ ແລະ ແກ້ໄຂບັນຫາແຮ່ທາດ ຄະນະ 47/ນຍ, ມີທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫລວງນໍ້າທາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການແກ້ໄຂບັນຫາການລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ (ແຮ່ທາດ) ຂອງແຂວງຫລວງນໍ້າທາ ຈາກຄະນະສະເພາະກິດແຂວງຫຼວງນໍ້າທາ ໃນການຈັດຕັ້ງປະຕິບັດໄລຍະຜ່ານມາ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພ້ອມປະກອບຄໍາຄິດເຫັນ ກ່ຽວກັບການແກ້ໄຂບັນຫາການລັກລອບຂຸດຄົ້ນ ຊັບພະຍາກອນທໍາມະຊາດ (ແຮ່ທາດ), ບັນຫາຜົນກະທົບຈາກການຂຸດຄົ້ນແຮ່ທາດ ຢູ່ແຂວງຫຼວງນໍ້າທາ ເພື່ອຄວາມເປັນເອກະພາບ ລະຫວ່າງ ສູນກາງ ກັບ ທ້ອງຖີ່ນ ແລະ ໃຫ້ຖືກຕ້ອງຕາມລະບຽບການທີ່ກໍານົດໄວ້.
ໂອກາດດັ່ງກ່າວ, ຍັງໄດ້ເຊັນບົດບັນທືກກອງປະຊຸມປືກສາຫາລືໃນການແກ້ໄຂບັນຫາການລັກລອບຂຸດຄົ້ນ ຊັບພະຍາກອນທໍາມະຊາດ (ແຮ່ທາດ) ລະຫວ່າງ ຄະນະສະເພາະກິດ 47/ນຍ ກັບ ຄະນະສະເພາະກິດແຂວງຫຼວງນໍ້າທາຕື່ມອີກ.
ທີ່ມາ: ຂ່າວສານ ແຂວງຫຼວງນໍ້າທາ

