ຈີນເປີດຕົວຫຸ່ນຍົນ “ເສວ່ຍປ້າ 01” ເຂົ້າຮຽນປະລິນຍາເອກສິນລະປະການສະແດງ
ຈີນເປີດຕົວຫຸ່ນຍົນ “ເສວ່ຍປ້າ 01” ເຂົ້າຮຽນປະລິນຍາເອກສິລະປະການສະແດງ ວັນທີ 22 ກັນຍາ 2025, ສຳນັກຂ່າວຕ່າງປະເທດລາຍງານວ່າ ມະຫາວິທະຍາໄລວິທະຍາສາດ ແລະ ເທັກໂນໂລຊີຊຽງໄຮ ປະເທດຈີນ, ໄດ້ເປີດຕົວ “ເສວ່ຍປ້າ 01” (Xueipa 01) ຫຸ່ນຍົນທີ່ມີລັກສະນະຄ້າຍຄືມະນຸດ ເຊິ່ງຈະເຂົ້າຮຽນລະດັບປະລິນຍາເອກ ສາຂາອອກແບບການສະແດງດິຈິຕອລ ທີ່ສະຖາບັນສິນລະປະການສະແດງຊຽງໄຮ ເປັນເວລາ 4 ປີ. ນັບວ່າເປັນຫຸ່ນຍົນໂຕທຳອິດຂອງຈີນທີ່ມີສະຖານະເປັນນັກສຶກສາໃນສະຖາບັນສິລະປະການສະແດງ.
ລາຍລະອຽດຂອງ “ເສວ່ຍປ້າ 01”
- ຂະໜາດ: ສູງປະມານ 1.75 ແມັດ, ນໍ້າໜັກ 32 ກິໂລກຣາມ.
- ໂຄງສ້າງ: ໃຊ້ໂຄງສ້າງໄບໂອນິກທີ່ມີນໍ້າໜັກເບົາ.
- ຄວາມສາມາດ: ສາມາດສະແດງສີໜ້າໄດ້ຫຼາຍກວ່າ 100 ແບບ, ຕອບສະໜອງຕໍ່ການໂຕ້ຕອບຈາກຜູ້ຊົມໄດ້ແບບທັນທີ (real-time) ແລະ ສາມາດຮ້ອງເພງງິ້ວຈີນໄດ້ຫຼາຍປະເພດ ເຊັ່ນ: ງິ້ວປັກກິ່ງ, ງິ້ວຊຽງໄຮ ແລະ ງິ້ວເຫີໜານ.
ຢ່າງໃດກໍຕາມ, ຫຸ່ນຍົນຍັງມີຂໍ້ຈຳກັດດ້ານຄວາມຄ່ອງຕົວຂອງການເຄື່ອນໄຫວ ເຊິ່ງທີມພັດທະນາມີແຜນທີ່ຈະນຳໃຊ້ເທັກໂນໂລຍີ motion capture ເພື່ອເກັບກຳຂໍ້ມູນຈາກນັກສະແດງມະນຸດມາເປັນແບບຢ່າງ, ພ້ອມທັງພັດທະນາໃຫ້ຫຸ່ນຍົນໄດ້ຮຽນຮູ້ຈາກວິດີໂອເພື່ອເພີ່ມຄວາມສົມຈິງຍິ່ງຂຶ້ນ.
ອາຈານ ຢາງ ຊິງຊິງ, ໜຶ່ງໃນຜູ້ອໍານວຍການໂຄງການ, ໄດ້ລະບຸວ່າ ໂຄງການນີ້ມີເປົ້າໝາຍເພື່ອເປີດມຸມມອງໃໝ່ໃນການປະສານເທັກໂນໂລຍີກັບສິລະປະການສະແດງ, ພ້ອມທັງຊ່ວຍອະນຸລັກແລະ ເຜີຍແຜ່ວັດທະນະທຳດັ້ງເດີມຂອງຈີນ ເຊັ່ນ: ງິ້ວ ໃຫ້ເຂົ້າເຖິງຄົນຮຸ່ນໃໝ່ໄດ້ຫຼາຍຂຶ້ນ.
ຮຽບຮຽງຈາກ Xinhua
