ທ່ານ ທຣໍາ ລົງນາມຄໍາສັ່ງພິເສດ ຂຶ້ນຄ່າທໍານຽມວີຊາແຮງງານຕ່າງປະເທດ H-1B ເປັນ 1 ແສນໂດລາ ຫວັງກະຕຸ້ນຈ້າງວຽກຊາວອາເມລິກາ
ປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ລົງນາມໃນຄໍາສັ່ງຝ່າຍບໍລິຫານ ກໍານົດຄ່າທໍານຽມການຍື່ນຂໍວີຊາ H-1B ຫລື ວີຊາເຮັດວຽກສໍາລັບແຮງງານຕ່າງປະເທດໃນສາຂາອາຊີບສະເພາະທາງຕ້ອງມີວຸດທິການສຶກສາລະດັບປະລິນຍາຕີ ຫລື ທຽບເທົ່າ ເພີ່ມເປັນ 100,000 ໂດລາ ໂດຍລະບຸເຫດຜົນເພື່ອຄວບຄຸມການອະນຸມັດວີຊາປະເພດນີ້ຫລາຍເກີນໄປ.
ໂດຍເຈົ້າໜ້າທີ່ທໍານຽບຂາວເປີດເຜີຍລາຍລະອຽດວ່າ: ມາດຕະການຂຶ້ນຄ່າທໍານຽມວີຊາດັ່ງກ່າວຈະຈູງໃຈໃຫ້ບໍລິສັດຕ່າງໆຈ້າງແຮງງານຊາວອາເມລິກາ. ຂະນະດຽວກັນຍັງເປີດຊ່ອງທາງໃຫ້ຈ້າງແຮງງານຕ່າງປະເທດທີ່ມີທັກສະສູງໃນສາຂາສະເພາະທາງ.
ນອກຈາກນີ້, ທ່ານ ທຣໍາ ຍັງໄດ້ສັ່ງໃຫ້ສ້າງຊ່ອງທາງການເຂົ້າເມືອງແບບ “ບັດຄໍາ” ເຊິ່ງຈະຊ່ວຍເລັ່ງການອອກວີຊາໃຫ້ຊາວຕ່າງປະເທດທີ່ຈ່າຍຄ່າທໍານຽມ 1 ລ້ານໂດລາ ແລະ ອະນຸຍາດໃຫ້ບໍລິສັດ ຫລື ນາຍຈ້າງໃນອາເມລິກາສາມາດຈ່າຍຄ່າທໍານຽມ 2 ລ້ານໂດລາ ເພື່ອເລັ່ງຂະບວນການອອກວີຊາສໍາລັບແຮງງານຕ່າງປະເທດ.
ມາດຕະການເຫລົ່ານີ້ຖືເປັນຄວາມພະຍາຍາມຫລ້າສຸດຂອງລັດຖະບານວໍຊິງຕັນໃນການປາບປາມການເຂົ້າເມືອງ ແລະ ກໍານົດຂໍ້ຈໍາກັດໃໝ່ທີ່ເຂັ້ມງວດກ່ຽວກັບປະເພດຂອງຊາວຕ່າງປະເທດທີ່ໄດ້ຮັບອະນຸຍາດໃຫ້ເຂົ້າປະເທດ ເຊິ່ງອາດສົ່ງຜົນກະທົບຕໍ່ອຸດສາຫະກໍາທີ່ຕ້ອງອາໄສແຮງງານທີ່ໃຊ້ວີຊາ H-1B.
ວີຊາ H-1B ເປັນວີຊາເຮັດວຽກທີ່ມີອາຍຸ 3 ປີ ແລະ ສາມາດຕໍ່ອາຍຸໄດ້ອີກ 3 ປີ ເຊິ່ງນັກເສດຖະສາດຂັດແຍ່ງວ່າ: ໂຄງການນີ້ຊ່ວຍໃຫ້ບໍລິສັດໃນອາເມລິກາສາມາດຮັກສາຄວາມສາມາດໃນການແຂ່ງຂັນ ແລະ ຂະຫຍາຍທຸລະກິດ ເຊິ່ງເຮັດໃຫ້ເກີດການຈ້າງວຽກໃນອາເມລິກາ.
ອ້າງອີງ:

