ເຈົ້າໜ້າທີ່ຕຳຫລວດສອບສວນກາງ(ໄທ) ບຸກຄົ້ນບ່ອນຂາຍຊິລິໂຄນເສີມດັງ ແລະ ເສີມຄາງ ຜິດກົດໝາຍ ລວມ 14,000 ກວ່າອັນ

ວັນທີ 19 ກັນຍາ 2025 ກອງບັນຊາການຕຳຫລວດສອບສວນກາງ ຂອງໄທ (CIB), ກອງບັງຄັບການປາບປາມການກະທຳຜິດກ່ຽວກັບການຄຸ້ມຄອງຜູ້ບໍລິໂພກ ໄດ້ສົມທົບກັບສຳນັກງານຄະນະກຳມະ ການອາຫານ ແລະ ຢາ (ອຢ.) ເຂົ້າກວດຄົ້ນສະຖານທີ່ເກັບສິນຄ້າຜິດກົດໝາຍໃນເຂດກຸງເທບ ພາຍຫລັງໄດ້ຮັບແຈ້ງກ່ຽວກັບການລັກລອບຂາຍຊິລິໂຄນສຳລັບສັນຍະກຳ ແລະ ຢາທີ່ບໍ່ໄດ້ຮັບອະນຸຍາດ.

ຈາກການກວດຄົ້ນ, ເຈົ້າໜ້າທີ່ພົບຂອງກາງເປັນຊິລິໂຄນເສີມດັງ 13,021 ອັນ, ຊິລິໂຄນເສີມຄາງ 1,404 ອັນ ແລະ ຢາຜິດກົດໝາຍອີກ 15 ຊະນິດ ລວມມູນຄ່າ 8 ລ້ານກວ່າບາດ. ຜູ້ຈັດການສະຖານ ທີ່ໄດ້ໃຫ້ການຍອມຮັບວ່າໄດ້ຂາຍຜະລິດຕະພັນດັ່ງກ່າວໃຫ້ຄລີນິກເສີມຄວາມງາມຫລາຍກວ່າ 20 ແຫ່ງ ແລະ ລູກຄ້າອອນລາຍມາໄດ້ 3 ປີກວ່າແລ້ວ.

ເຈົ້າໜ້າທີ່ໄດ້ລະບຸວ່າ: ການກະທຳດັ່ງກ່າວເປັນການລະເມີດກົດໝາຍວ່າດ້ວຍເຄື່ອງມືທາງການແພດ, ການຂາຍເຄື່ອງມືແພດທີ່ບໍ່ໄດ້ຮັບອະນຸຍາດມີໂທດຈຳຄຸກບໍ່ເກີນ 2 ປີ ຫຼື ປັບໃໝບໍ່ເກີນ 200,000 ບາດ. ສ່ວນການຂາຍຢາແຜນປັດຈຸບັນທີ່ບໍ່ໄດ້ຮັບອະນຸຍາດ ຫຼື ຢາທີ່ບໍ່ຂຶ້ນທະບຽນຕຳລາຕາມກົດໝາຍວ່າດ້ວຍຢາ ມີໂທດຈຳຄຸກສູງສຸດບໍ່ເກີນ 5 ປີ ແລະ ປັບສູງສຸດບໍ່ເກີນ 10,000 ບາດ.

ຄະນະກຳມະການອາຫານ ແລະ ຢາ ເຕືອນວ່າ: ຊິລິໂຄນສຳລັບສັນຍະກຳຕ້ອງແມ່ນຊະນິດ Medical Grade Silicone ທີ່ປອດເຊື້ອ ແລະ ໄດ້ຮັບການອະນຸຍາດຈາກ ອຢ ເທົ່ານັ້ນ ຈຶ່ງປອດໄພ. ການໃຊ້ຜະລິດຕະພັນເຖື່ອນອາດກໍ່ໃຫ້ເກີດການອັກເສບ, ຕິດເຊື້ອ, ເສຍຮູບຊົງ ຫລື ຮ້າຍແຮງເຖິງຂັ້ນເສຍຊີວິດໄດ້.

ທີ່ມາ: ໂຫນກະແສ ຂອງໄທ