ສ້າງເມືອງລາວໃຫ້ມີຄວາມສະຫງົບ ຈະເລີນຮັ່ງມີດ້ານວັດຖຸ ແລະ ຈິດໃຈ

ໂດຍ: ທິດກໍ່າ

ຕາມການລາຍງານດັດຊະນີສັນຕິພາບຂອງໂລກ (GPI) 2025 ສະບັບຫລ້າສຸດທີ່ອອກໂດຍສະຖາບັນເສດຖະກິດ ແລະ ສັນຕິພາບ (IEP) ສະບັບທີ 19 ໄດ້ປະເມີນ 163 ປະເທດ ລາວເຮົາໄດ້ຖືກຈັດຢູ່ໃນອັນດັບທີ 10 ໃນບັນດາປະເທດທີ່ມີຄວາມໝັ້ນຄົງທີ່ສຸດໃນທະວີບອາຊີ. ໃນການປະເມີນນີ້ໄດ້ອີງໃສ່ຕົວຊີ້ວັດຄືຄວາມຂັດແຍ່ງພາຍໃນ, ອາຊະຍາກໍາ ແລະ ຄວາມສະຫງົບທາງດ້ານການເມືອງ. ນີ້ມັນກໍສະແດງໃຫ້ເຫັນວ່າ ຕະຫລອດໄລຍະ 50 ປີຜ່ານມາ ພາຍໃຕ້ການນໍາພາຂອງພັກ ແລະ ລັດຖະບານ ຍາມໃດກໍມີເປົ້າໝາຍສ້າງສາພັດທະນາປະເທດຊາດ ພາຍໃຕ້ຄໍາຂວັນ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ.

ອີກປະການໜຶ່ງໃນການປະເມີນຄັ້ງນີ້ຫາກບໍ່ແມ່ນລາວເຮົາເປັນຜູ້ປະເມີນເອົາແບບຍົກຍ້ອງຕົນເອງ ແຕ່ຫາກແມ່ນເພື່ອນມິດໃນໂລກເຂົາມີສາຍຕາເບິ່ງກວ້າງເຫັນໄກ. ຄາດວ່າໃນອະນາຄົດ ຖ້າຄົນລາວເຮົາມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາຄືຍຸກນີ້ ບໍ່ໄວກໍຊ້າປະເທດຊາດບ້ານເມືອງເຮົາຍິ່ງຈະມີສັນຕິພາບ, ມີຄວາມສະຫງົບໝັ້ນຄົງ, ມີຄວາມຈະເລີນທາງດ້ານວັດຖຸ ແລະ ຈິດໃຈ ສົມກັບຕໍານານເລົ່າຂານທີ່ຄູບາອາຈານ ແລະ ເຖົ້າແກ່ບູຮານເພິ່ນວ່າຢ່າງແນ່ນອນ.

ເມື່ອຫວນຄືນມູນເຊື້ອປະຫວັດສາດຜ່ານມາຫລາຍຮ້ອຍປີ, ປະເທດຊາດຂອງພວກເຮົາມີຜືນແຜ່ນດິນອັນກວ້າງໃຫຍ່ໄພສານ, ເຄີຍເປັນປະເທດທີ່ມີຊື່ສຽງກ້ອງໂລກທາງດ້ານອະລິຍະທໍາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຈົນຕ່າງຊາດເຂົາເກງຂາມ ອັນໄດ້ແກ່ຍຸກເຈົ້າຟ້າງຸ່ມມະຫາລາດເປັນຜູ້ເຕົ້າໂຮມບັນດາລັດລາວໃຫ້ເປັນປະເທດລ້ານຊ້າງ. ຍຸກຂອງເຈົ້າໄຊເຊດຖາທິລາດກໍເຂັ້ມແຂງທາງດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ. ຍຸກຂອງເຈົ້າສຸລິຍະວົງສາກໍມີຄວາມຈະເລີນຮຸ່ງເຮືອງດ້ານສິລະປະວັດທະນະທໍາ ແລະ ຍຸກຂອງເຈົ້າອານຸວົງກໍເປັນຕົ້ນແບບໃນການຕໍ່ສູ້ກູ້ຊາດຈົນສືບທອດມາຮອດຍຸກແນວລາວອິດສະຫລະທີ່ເຮັດໜ້າທີ່ຕໍ່ສູ້ຕ້ານຈັກກະພັດທີ່ເຂົ້າມາຮຸກຮານ.

ພໍຕົກມາຮອດສະໄໝນີ້ ອັນເປັນຍຸກສ້າງສາພັດທະນາປະເທດຊາດ ໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ປະເທດຊາດບ້ານເມືອງໄດ້ກ້າວໄປໜ້າຢ່າງບໍ່ຢຸດຢັ້ງ. ຕະຫລອດ 50 ປີບົນເສັ້ນທາງສ້າງສາພັດທະນາ ພວກເຮົານັບມື້ມີຜົນງານໂດດເດັ່ນໃນທຸກໆດ້ານ ບໍ່ວ່າໃນດ້ານເສດຖະກິດ, ສັງຄົມ-ວັດທະນະທໍາ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ອັນທີ່ໂດດເດັ່ນທີ່ສຸດເພື່ອນມິດສາກົນໄດ້ຮັບຮູ້ຖານະບົດບາດຂອງຊາດລາວຄົນລາວໃນເວທີສາກົນນັບມື້ຫລາຍຂຶ້ນ. ຈາກຈຸດພິເສດທາງດ້ານທີ່ຕັ້ງຄວາມອຸດົມສົມບູນທາງດ້ານຊັບພະຍາກອນທໍາມະຊາດ ວິຖີຊີວິດທາງດ້ານວັດທະນະທໍາທີ່ບົ່ມຊ້ອນໃນຈິດໃຈຂອງຄົນລາວ ກາຍເປັນພະລັງອັນຍິ່ງໃຫຍ່ໃນການບຸກທະລຸສ້າງສາພັດທະນາປະເທດຊາດໃຫ້ມີສັນຕິສຸກ, ມີຄວາມຈະເລີນຮຸ່ງເຮືອງທາງດ້ານວັດຖຸ ແລະ ຈິດໃຈ ຂໍພຽງແຕ່ຄົນລາວເຮົາມີສະຕິເປັນເຈົ້າໃນການສ້າງບ້ານແປງເມືອງໃຫ້ສົມກັບເພື່ອນມິດທີ່ເຂົາຍ້ອງຍໍຊົມເຊີຍ.