ຈີນເປີດໂຕ “ລົດໄຟອັດສະລິຍະ” ທີ່ແລ່ນໄດ້ 200 ກິໂລແມັດຕໍ່ຊົ່ວໂມງ ສາມາດຮຽນຮູ້ແລະຕັດສິນໃຈເອງໄດ້
ຊິງເຕົາ, ຈີນ – 20 ກັນຍາ 2025 – ປະເທດຈີນໄດ້ເປີດໂຕ “ລົດໄຟພາກພື້ນອັດສະລິຍະ” ລຸ້ນໃໝ່ຫຼ້າສຸດ, ເປັນຜົນງານຂອງບໍລິສັດ CRRC Qingdao Sifang ທີ່ຜະລິດໂດຍໃຊ້ເຕັກໂນໂລຊີແລະສິດຊັບສິນທາງປັນຍາຂອງຈີນເອງທັງໝົດ. ຈຸດເດັ່ນຂອງມັນແມ່ນສາມາດແລ່ນດ້ວຍຄວາມໄວສູງສຸດເຖິງ 200 ກິໂລແມັດຕໍ່ຊົ່ວໂມງ ພ້ອມກັບລະບົບຄວບຄຸມອັດສະລິຍະທີ່ສາມາດ ຮຽນຮູ້ແລະຕັດສິນໃຈໄດ້ດ້ວຍຕົວເອງ ຊຶ່ງຊ່ວຍຫຼຸດການເພິ່ງພາການຄວບຄຸມຈາກຄົນຂັບ.

ລົດໄຟລຸ້ນໃໝ່ນີ້ໄດ້ຖືກນຳມາເປີດໂຕໃນງານ ນິທັດສະການລະບົບຂົນສົ່ງມວນຊົນລົດໄຟໃຕ້ດິນສາກົນຈີນ ທີ່ເມືອງຊິງເຕົາ ແຂວງຊານຕົງ, ໂດຍມີເປົ້າໝາຍເພື່ອໃຫ້ບໍລິການໃນເສັ້ນທາງລະຫວ່າງນະຄອນຫຼວງປັກກິ່ງກັບເຂດໃໝ່ຊົງອັນ ແຂວງເຫີເປັຍ ທາງຕອນເໜືອຂອງປະເທດ.
ຜູ້ພັດທະນາໃຫ້ຂໍ້ມູນວ່າ: ເຕັກໂນໂລຊີດັ່ງກ່າວຈະຊ່ວຍເພີ່ມຄວາມປອດໄພ, ປະສິດທິພາບ ແລະຄວາມສະດວກສະບາຍໃນການເດີນທາງລະຫວ່າງເມືອງ, ທັງຍັງສະທ້ອນເຖິງຄວາມກ້າວໜ້າຂອງຈີນໃນການພັດທະນານະວັດຕະກຳດ້ານລະບົບທາງລົດໄຟແລະປັນຍາປະດິດໃຫ້ເຂົ້າເຖິງຊີວິດປະຈຳວັນຂອງປະຊາຊົນ.
ຮຽບຮຽງຈາກ XINHUA NEWS

