ໄວໜຸ່ມກັບວົງຈອນ “ນອນເດິກ ຕື່ນສວາຍ” ພຶດຕິກຳນ້ອຍໆທີ່ອາດປ່ຽນສຸຂະພາບໃນອະນາຄົດ
ແສງໄຟຈາກໜ້າຈໍໂທລະສັບຍັງຄົງສະຫວ່າງແຈ້ງ ເຖິງແມ່ນວ່າຈະກາຍເວລາທ່ຽງຄືນໄປແລ້ວກໍ່ຕາມ. ໄວໜຸ່ມຈຳນວນຫລາຍຍັງຄົງເລື່ອນເບິ່ງຄລິບວິດີໂອສັ້ນ ຫລື ລົມກັບໝູ່ເພື່ອນໃນໂລກອອນລາຍ ຈົນຮູ້ຕົວອີກທີກໍ່ເກືອບເຊົ້າ ແລະ ໃນຕອນເຊົ້າຂອງມື້ຕໍ່ມາ ພວກເຂົາມັກຈະຕື່ນສວາຍພ້ອມກັບຈົ່ມວ່າ “ງ່ວງນອນຢູ່ໝົດມື້.”
ສິ່ງເຫລົ່ານີ້ບໍ່ແມ່ນເລື່ອງແປກ ແຕ່ກາຍເປັນວັດທະນະທຳການນອນຂອງໄວໜຸ່ມໃນຍຸກດິຈິຕອລທີ່ເກີດຂຶ້ນທົ່ວໂລກ ແລະ ນັກວິໄຈກຳລັງເຕືອນວ່າ ມັນສົ່ງຜົນກະທົບຮ້າຍແຮງກວ່າທີ່ຄິດ.
ເປັນຫຍັງໄວໜຸ່ມຈຶ່ງມັກນອນເດິກ?
ຜູ້ຊ່ຽວຊານດ້ານການນອນຫລັບອະທິບາຍວ່າ: ຮ່າງກາຍຂອງໄວໜຸ່ມມີ “ໂມງຊີວະພາບ” (circadian rhythm) ທີ່ແຕກຕ່າງຈາກຜູ້ໃຫຍ່, ເຮັດໃຫ້ໃນຊ່ວງກາງຄືນສະໝອງຍັງຄົງຕື່ນຕົວຫລາຍກວ່າປົກກະຕິ ແລະ ເມື່ອລວມກັບຄວາມດຶງດູດຂອງສື່ສັງຄົມອອນລາຍ ເຮັດໃຫ້ຍິ່ງເລື່ອນເບິ່ງຍິ່ງຢຸດບໍ່ໄດ້.
ຜົນກະທົບທີ່ເຊື່ອງຢູ່
- ຕໍ່ຈິດໃຈ: ການນອນເດິກ ແລະ ພັກຜ່ອນບໍ່ພຽງພໍກ່ຽວຂ້ອງກັບອາການຊຶມເສົ້າ ແລະ ຄວາມວິຕົກກັງວົນໃນໄວໜຸ່ມ.
- ຕໍ່ສະໝອງ ແລະ ການຮຽນ: ການນອນຫລັບທີ່ສັ້ນລົງເຮັດໃຫ້ຄວາມຈຳ, ຄວາມສາມາດໃນການແກ້ໄຂບັນຫາ ແລະການຕັ້ງໃຈຫລຸດລົງ, ໃນຂະນະທີ່ການນອນໄວຂຶ້ນຊ່ວຍເພີ່ມທ່າແຮງດ້ານການຮຽນຮູ້.
- ຕໍ່ສຸຂະພາບກາຍ: ຕາຕະລາງການນອນທີ່ບໍ່ສະໝໍ່າສະເໝີສົ່ງຜົນຕໍ່ຫົວໃຈ, ລະບົບເຜົາຜານ ແລະເພີ່ມຄວາມສ່ຽງຂອງໂລກອ້ວນໃນອະນາຄົດ.
ທາງອອກທີ່ເປັນໄປໄດ້
ນັກຈິດຕະວິທະຍາ ແລະ ແພດແນະນຳວ່າ: ວິທີທີ່ຈະຊ່ວຍໄດ້ຄືການສ້າງກິດຈະວັດການນອນທີ່ຊັດເຈນ, ຫລຸດການໃຊ້ໜ້າຈໍກ່ອນນອນ ແລະ ຈັດສະພາບແວດລ້ອມຫ້ອງໃຫ້ເໝາະສົມກັບການພັກຜ່ອນ. ນອກຈາກນີ້, ຫລາຍໆປະເທດຍັງສະເໜີໃຫ້ໂຮງຮຽນເລີ່ມຮຽນສວາຍຂຶ້ນ ເພື່ອປັບໃຫ້ເຂົ້າກັບວົງຈອນການນອນຕົວຈິງຂອງໄວໜຸ່ມ.
ຈາກພຶດຕິກຳນ້ອຍໆຕໍ່ສຸຂະພາບໃນອະນາຄົດ
“ນອນເດິກ ຕື່ນສວາຍ” ອາດຈະເບິ່ງຄືເປັນເລື່ອງນ້ອຍໆຂອງໄວໜຸ່ມ, ແຕ່ຖ້າຫາກກາຍເປັນນິໄສທີ່ແກ່ຍາວ, ຜົນກະທົບຈະສະສົມ ແລະ ສົ່ງຜົນຕໍ່ທັງສຸຂະພາບກາຍ, ສຸຂະພາບຈິດ ແລະເສັ້ນທາງຊີວິດໃນອະນາຄົດ.
ບາງທີ, ການວາງໂທລະສັບລົງກ່ອນນອນ ອາດຈະເປັນຈຸດເລີ່ມຕົ້ນຂອງການປ່ຽນຊີວິດທັງຊີວິດກໍ່ເປັນໄດ້.
ຮຽບຮຽງຈາກ

