ຈາກຄວາມມ່ວນຊື່ນອາດນໍາມາສູ່ຄວາມຜິດ? ໄທ ເຕືອນການໃຊ້ AI ສ້າງຮູບຄົນດັງອາດເຂົ້າຂ່າຍລະເມີດສິດທິ

ວັນທີ 19 ກັນຍາ 2025: ປະເທດໄທໄດ້ອອກຄຳເຕືອນກ່ຽວກັບການໃຊ້ແພລັດຟອມປັນຍາປະດິດ (AI) ເຊັ່ນ Gemini AI ເພື່ອສ້າງຮູບພາບຂອງຄົນດັງ ໂດຍບໍ່ໄດ້ຮັບອະນຸຍາດ, ໂດຍເນັ້ນໜັກວ່າການກະທຳດັ່ງກ່າວອາດລະເມີດກົດໝາຍທ້ອງຖິ່ນ ແລະ ສົ່ງຜົນໃຫ້ຜູ້ໃຊ້ຖືກດຳເນີນຄະດີ.
.
ຜູ້ຊ່ຽວຊານດ້ານກົດໝາຍໄທໄດ້ຊີ້ແຈງວ່າ ພາຍໃຕ້ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ (PDPA) ຂອງປະເທດໄທ ຮູບຊົງລັກສະນະຂອງບຸກຄົນ ລວມທັງຮູບຖ່າຍ ຖືວ່າເປັນຂໍ້ມູນສ່ວນຕົວ, ການນໍາໃຊ້ໂດຍບໍ່ໄດ້ຮັບອະນຸຍາດ ໂດຍສະເພາະເມື່ອເຜີຍແຜ່ ຫລື ແບ່ງປັນທາງອອນລາຍ ອາດນໍາມາສູ່ການລົງໂທດທາງແພ່ງ ຫລື ທາງອາຍາ.
.
ນອກຈາກນັ້ນ, ກົດໝາຍວ່າດ້ວຍການກະທຳຜິດທາງຄອມພິວເຕີຂອງປະເທດໄທ ຍັງຫ້າມການອັບໂຫລດຮູບພາບທີ່ໄດ້ຖືກປ່ຽນແປງ ຫລື ສ້າງຂຶ້ນໃໝ່ທາງດິຈີຕ້ອນ ເຊິ່ງອາດກໍ່ໃຫ້ເກີດຄວາມເສຍຫາຍທາງຊື່ສຽງ, ຄວາມອັບອາຍ ຫລື ຄວາມກຽດຊັງຕໍ່ບຸກຄົນທີ່ຢູ່ໃນຮູບນັ້ນ. ການລະເມີດອາດມີໂທດເຖິງຂັ້ນປັບໃໝ ແລະ ໂທດຈຳຄຸກ.
.
ຄຳເຕືອນດັ່ງກ່າວມີຂຶ້ນໃນຂະນະທີ່ຮູບພາບທີ່ສ້າງຂຶ້ນໂດຍ AI ຂອງບຸກຄົນສາທາລະນະ, ຕັ້ງແຕ່ການຮັບຮອງຜະລິດຕະພັນປອມໄປຈົນເຖິງ “ຮູບພາບແຟນຄລັບ” ທີ່ຖືກສ້າງຂຶ້ນ, ໄດ້ແຜ່ລາມໄປທົ່ວໂລກ, ເຊິ່ງກໍ່ໃຫ້ເກີດຄວາມກັງວົນກ່ຽວກັບສິດທິຄວາມເປັນສ່ວນຕົວ, ຊັບສິນທາງປັນຍາ ແລະ ການໃຊ້ເຕັກໂນໂລຊີທີ່ເກີດໃໝ່ໃນທາງທີ່ຜິດ.
.
ສ່ວນໃນລະດັບສາກົນ ກໍເກີດການຖົກຖຽງທີ່ຄ້າຍຄືກັນ ໂດຍສະເພາະ ໃນສະຫະລັດອາເມລິກາ, ກົດໝາຍ “ສິດທິໃນການເຜີຍແຜ່” ປົກປ້ອງຄົນດັງຈາກການນຳໃຊ້ເພື່ອຜົນປະໂຫຍດທາງການຄ້າໂດຍບໍ່ໄດ້ຮັບອະນຸຍາດ. ໃນຂະນະທີ່ GDPR ຂອງສະຫະພາບເອີຣົບ ໄດ້ບັງຄັບໃຊ້ກົດລະບຽບທີ່ເຂັ້ມງວດກ່ຽວກັບຂໍ້ມູນສ່ວນຕົວ ລວມທັງຮູບພາບ.
.
ສ່ວນໃນລາວ ຖ້າຫາກບຸກຄົນໃດ ໄດ້ດໍາເນີນການຕັດຕໍ່ເນື້ອໃນ, ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຕົ້ນສະບັບ ອາດເຂົ້າຂ່າຍຄວາມຜິດທີ່ກໍານົດໄວ້ໃນປະມວນກົດໝາຍອາຍາ ມາດຕາ 166 ແລະ ມາດຕາ 168 ໂດຍທີ່ຜູ້ເສຍຫາຍສາມາດຟ້ອງຮ້ອງໄດ້.

